ຈຳປາ​ສັກ-​ແດນ​ໃນ​ຝັນ​ຂອງ​ຂ້ອຍ
ນ້ຳ​ຂອງ​​ແຂວງຈຳປາ​ສັກ ​ເຊິ່ງບໍ່​ວ່າ​ໃນສາຍ​ນ້ຳ ຫຼືວ່າ ​ນ້ຳຕົກຕາດ​ແຫ່ງ​ຕ່າງໆ ລ້ວນ​ແຕ່​ແມ່ນ​ໃສ​ສະ​ອາດ​ທີ່​ສຸດ. ນ້ຳ​ໃສ​ສະ​ອາດ, ສາຍ​ນ້ຳກໍ​ງາມ, ສາຍ​ນ້ຳ​ງາມ, ທຳ​ມະ​ຊາດ​ກໍ​ງາມ; ​ເຊັ່ນ​ດຽວ​ກັນ, ທຳ​ມະ​ຊາດ​ງາມ, ສາຍ​ນ້ຳ​ກໍ​ຈະ​ງາມ​ແນ່​ນອນ. ​ເທື່ອ​ນີ້, ອະ​ລຸນ​ໄດ້​ໄປ​ທ່ຽວ​ນ້ຳຕົກຕາດ​ລີ່ຜີ, ນ້ຳຕົກຕາດ​ເຍືອງ ​ແລະ ນ້ຳຕົກ​ຕາດ​ຟານ…ບໍ່​ວ່າ​ໄປ​ຮອດ​ໄສ, ອະລຸນ​ກໍ​ເຫຼືອ​ແຕ່​ທອດ​ຖອນ​ໃຈ​ເທົ່າ​ນັ້ນ, ​ເພາະວ່າ...​
ຫຼວງພະ​ບາງ-ມໍລະດົກ​ໂລກ​ທີ່​ສົມ​ຊື່
    ກ່ອນ​ຈະ​ມາ​ທ່ຽວ​ເມືອງຫຼວງພະ​ບາງ, ອະລຸນ​ໄດ້​ເບິ່ງ​ພາບ​ໃນ​ທາງ​ເວັບ​ໄຊ​ມາ​ຫຼາຍ​ເທື່ອ​ແລ້ວ, ​ແລະ​ເຫັນ​ວ່າ​ເມືອງ​ຫຼວງ​ພະ​ບາງ​ຈັ່ງ​ແມ່ນ​ງາມ​ອີຫຼີ, ພາບ​ວີວ​ທີວ​ທັດ​ທຳ​ມະ​ຊາດຢູ່​ອ້ອມ​ຂ້າງ​ເມືອງ​ກໍງາມ​ທີ່​ສຸດ. ​ແຕ່​ມື້​ນີ້​ໄດ້​ມາ​ຮອດ​ແລະ​ໄດ້​ເຫັນ​ກັບ​ຕາ​ແລ້ວ, ອະລຸນ​ເຫັນ​ວ່າ, ​ຫຼວງພະ​ບາງ​ຍັງ​ງາມ​ກວ່າ​ທີ່​ໄດ້​ເຫັນ​ໃນ​ພາບ​ນັ້ນ​ອີກ​ຫຼາຍ​ເທົ່າ, ສິ່ງ​ທີ່​ໄດ້​ສ້າງ​ຄວາມ​ປະ​ທັບ​ໃຈ​ເລິກເຊິ່ງທີ່​ສຸດ​ໃຫ້​ແກ່​ອະລຸນ ກໍ​ແມ່ນ...
ງາມ​ແທ້! ນະຄອນຫຼວງວຽງ​ຈັນ!
    ການ​ໄປ​ທ່ຽວ​ນະຄອນຫຼວງວຽງ​ຈັນ​ເທື່ອ​ນັ້ນ ​ແມ່ນ​ໃນ​ຍາມ​ລະດູ​ແລ້ງ. ພໍ​ຍົນ​ບິນ​ຮອດນ່ານຟ້າ​ເທິງ​ສະ​ໜາມ​ບິນ​ວັດ​ໄຕ, ອະ​ລຸນ​ກໍ​ຮູ້ສຶກ​ວ່າ​ນະຄອນຫຼວງວຽງ​ຈັນ​ມີ​ສະ​ເໜດູດ​ດື່ມຢ່າງ​ໃດ​ຢ່າງ​ໜຶ່ງ, ​ແຕ່​ອະລຸນ​ເວົ້າບໍ່​ອອກ. ອະລຸນ​​ແນມ​ຈາກ​ຍົນ​ລົງ​​ໄປ…​ໂອ້, ງາມ​ແທ້! ຫຼັງຄາ​ເຮືອນ​ເປັນ​ສີ​ແດງ​ອ່ອນ, ປະດັບ​ປະດາ​​ເປັນ​ຈຸດໆຢູ່​ໃນ​ພາບວີ​ວທີ​ວທັດທີ່​ຂຽວ​ສົດ​ງົດ​ງາມ​ຂອງ​ຕົ້ນ​ໄມ້ຕົ້ນ​ຫຍ້າ, ງາມ​ອີຫຼີ!
ລະ​ດູ​ບານ​ໃໝ່​ມາ​ເຖິງ​ແລ້ວ
    ຢູ່​ນະຄອນຫຼວງປັກ​ກິ່ງ​, ຄຽງ​ຄູ່​ກັບລະດູບານ​ໃໝ່​ໄດ້​ວຽນມາ​ເຖິງ, ອຸນຫະ​ພູມ​ກໍ​ຄ່ອຍໆ​ອຸ່ນ​ຂຶ້ນ. ດອກ​ຊະນິດ​ຕ່າງໆ​, ​ເປັນຕົ້ນ​ແມ່ນ​ດອກ​ຄາຍ, ດອກ​ຈຳປີ ​ແລະ ອື່ນໆອີກຫຼາຍໆ​ຊະນິດ ກໍ​ໄດ້​ເບັ່ງ​ບານ​ຢ່າງ​ສວຍ​ງາມທີ່​ສຸດ...
ອາຫານ​ລາວ
​   ໄປ​ທ່ຽວ​ລາວ​ເທື່ອ​ນັ້ນ, ໝູ່​ໄດ້​ພາ​ອະລຸນ​ໄປ​ກິນ​ເຂົ້າຢູ່​ໃນ​ຟາ​ມ​ແຫ່ງ​ໜຶ່ງ​ທີ່ຫຼັກ 64. ມື້​ນັ້ນ, ອະລຸນ​ໄດ້​ດຶ່ມ​ເບຍ​ລາວຫຼາຍໆ​ຂວດ--ຄືວ່າ​ອະລຸນ​ບໍ່ມີ​ເທື່ອ​ໃດດຶ່ມ​ເບຍຫຼາຍປານ​ນັ້ນ, ​ມື້ນັ້ນດຶ່ມຫຼາຍກໍ​ຍ້ອນ​ວ່າ​ອາຫານ​ແຊບ, ​ເບຍ​ແຊບ, ​ສະພາບ ​ແວດ​ລ້ອມ​ດີງາມ ແລະ​ນ້ຳ​ໃຈ​ອັນ​ອົບ​ອຸ່ນ​ຈາກ​ໝູ່…
ອ່ານຕໍ່...>>
 

ອະລຸນ
   ຄິດ​ວ່າຊາດ​ນີ້​ຈັ່ງ​ແມ່ນ​ໂຊກ​ດີຫຼາຍ, ​ເພາະ​ໄດ້​ຮຽນ​ພາສາ​ລາວ ​ແລະ ​ເຮັດ​ວຽກ​ກ່ຽວ​ກັບ​ພາສາ​ລາວ. ອະລຸນ​ຮັກປະ​ເທດ​ລາວຫຼາຍ, ​ໄດ້​ໄປ​ທ່ຽວ​ລາວ​ເທື່ອ​ທຳ​ອິດ​ເມື່ອ​ປີ 1997, ຕໍ່​ມາ​ກໍ​ໄດ້​ໄປ​ທ່ຽວ​ແຫຼ່ງ​ທ່ອງ​ທ່ຽວ​ຢູ່​ປະ​ເທດ​ລາວ​ຫຼາຍ​ບ່ອນ, ​ເປັນ​ຕົ້ນ​ແມ່ນ ນ້ຳ​ຕົກ​ຕາດ​ກວາງ​ຊີ, ນ້ຳ​ຕົກ​ຕາດ​ຟານ, ​ຫຼີ່​ຜີ, ອ່າງ​ນ້ຳ​ງື່ມ…ຄົນ​ລາວ​ນິດ​ໄສ​ດີ, ສຽງ​ເວົ້າ​ອ່ອນ​ໂຍນ, ອາ​ຫານ​ກໍ​ແຊບ^_^ ຫວັງ​ວ່າຈະ​ໄດ້​ໄປ​ທ່ຽວ​ອີກ​ໃນ​ຕໍ່ໜ້າ
v ຈຳປາ​ສັກ-​ແດນ​ໃນ​ຝັນ​ຂອງ​ຂ້ອຍ
v ຫຼວງພະ​ບາງ-ມໍລະດົກ​ໂລກ​ທີ່​ສົມ​ຊື່
v ງາມ​ແທ້! ນະຄອນຫຼວງວຽງ​ຈັນ!
v ລະ​ດູ​ບານ​ໃໝ່​ມາ​ເຖິງ​ແລ້ວ
v ອາຫານ​ລາວ
v ປະ​ເທດ​ລາວ​ໃນ​ຄວາມ​ຊົງ​ຈຳ​ຂອງ​ຂ້ອຍ
ອ່ານຕໍ່...>>