ໜ້າ​ທຳ​ອິດ | ຂ່າວ | ອາຊຽນ | ແນະນຳຈີນ | ຮຽນ​ພາສາ​ຈີນ

 
 
   CRI FM93.0 MHz ຄົບຮອບ 7 ປີ

   ວັນ​ທີ 19 ພະຈິກ​ 2006,​ CRI FM 93.0 MHz ເລີ່ມອອກອາກາດ ຢ່າງເປັນທາງການ,  
 ທ່ານ​ຫູ​ຈິນທ່າວ, ປະທານ​ປະ​ເທດ​ຈີນ​ໃນ​​ເວລາ​ນັ້ນ​ແລະ​ທ່ານ​ຈູມ​ມະ​ລີ ​ໄຊ​ຍະ​ສອນ, ປະທານ​ປະ​ເທດ​
 ລາວ​ຮ່ວມ​ກັນ​ກົດ​ປຸ່ມ​​ອອກ​ອາກາດ,​​ ເຊິ່ງ​ໄດ້​ເປີດ​ສັງກາດ​ໃໝ່​ແຫ່ງ​ການ​ແລກປ່ຽນແລະການ​ຮ່ວມ​ມື​ໃນ
 ຂົງ​ເຂດ​ສື່​ ມວນ​ຊົນ​ລະຫວ່າງ​ສອງ​ປະ​ເທດ​ຈີນ-​ລາວ. ​ໃນ7 ປີຜ່ານມາ, CRI FM 93.0 MHz ໄດ້​
 ບັນທຶກ​ເຫດ​ການ ​ສຳຄັນ​ຕ່າງໆ​ໃນ​ການ​ໄປ​ມາ​ຫາ​ສູ່​ກັນ​ຢ່າງ​ມີ​ໄມຕີ​ຈິດ​ມິດຕະພາບ​ລະຫວ່າງ​ຈີນ​-​ລາວ, 
 ປະ​ກອບ​ສ່ວນ​ເຂົ້າ​ໃນ​ ການ​ເຜີຍ​ແຜ່​ໂຄສະນາ​ຜົນງານ​ອັນ​ພົ້ນ​ເດັ່ນ​ແຫ່ງການ​ພັດທະນາ​ເສດຖະກິດ​ສັງ
 ຄົມ​ຂອງ​ສປປລາວ, ​​ເຊັ່ນ:​ງານ​ກິລາ​ໂອ​ລິ​ມປິກ​ປັກ​ກິ່ງ,​ ງານ​ມະຫະກຳ​ກິລາ​ຊີ​ເກ​ມທີ່​ນະຄອນຫຼວງ​ວຽງ
 ​ຈັນ,​ ກອງ​ປະຊຸມ​ໃຫຍ່​ຄັ້ງ​ທີ9ຂອງພັກ​ປະຊາຊົນ​ປະຕິວັດ​ລາວ, ສປປລາວ​ເຂົ້າ​ເປັນ​ສະມາຊິກ​ອົງການ​
 ການ​ຄ້າ​ໂລກ, ການ​ພົວພັນ​ຄູ່​ຮ່ວມມື​ຍຸດ​ ທະ​ສາດ​ຈີນ-​ອາ​ຊຽນຄົບຮອບ10ປີ,​ ແລະ​ອື່ນໆ.
       ວິທະຍຸ​ສາກົນ​ແຫ່ງ​ປະ​ເທດ​ຈີນ(CRI)
          ວິທະຍຸ​ສາກົນ​ແຫ່ງ​ປະ​ເທດ​ຈີນ ຫຼື ​China Radio International (CRI) ສ້າງ​ຕັ້ງ​ຂຶ້ນ​ເປັນ​ເວລາ 72 ປີ​ແລ້ວ, ​ເປັນ​ວິທະຍຸ​ລະດັບ​ຊາດ​ແຫ່ງ​ດຽວ​ຂອງ​ຈີນ​ທີ່​ກະຈາຍສຽງ​ຕໍ່​
    ທົ່ວ​ໂລກ,   ປະຈຸ​ບັນ,​ CRI ພວມ​ພັດທະນາ​ເປັນ​ກຸ່ມ​ສື່​ສານ​ສາກົນ​ທັນ​ສະ​ໄໝ​ທີ່​ມີ​ສື່​ໜັງສືພິມວາລະ​ສານ,​ ວິທະຍຸ,​​ ເວັນ​ໄຊ​ ແລະ​ໂທລະພາບ.
          ປະຈຸ​ບັນ,​ ​CRI​ ສຳນັກຂ່າວສານໃຫຍ່ 8 ​ແຫ່ງປະຈຳ​ຢູ່ 5 ທະວີບ​ໃນ​ໂລກ, ​ແລະມີ​ສຳນັກ​ຂ່າວປະຈຳ​ຕ່າງປະ​ເທດ ​30 ກວ່າ​ແຫ່ງ​​​, ຄື້ນວິທະຍຸ​ 92 ​ແຫ່ງ,​​ ແລະ​ໄດ້​ຕັ້ງ
    ສຳນັກ​ຂ່າວ​ຢູ່​ບັນດາແຂວງ, ກຳ​ແພງ​ນະຄອນ, ​ເຂດ​ປົກຄອງ​ຕົນ​ເອງ, ພ້ອມ​ທັງ​ຮົງ​ກົງ​ແລະມາ​ກາວ​ຂອງ​ຈີນ,​​    ແຕ່​ລະ​ມື້​​ໃຊ້ 60 ກວ່າ​ພາສາ​ລາຍ​ງານຕໍ່​ປະ​ເທດ​ແລະ​ເຂດ​
    ແຄວ້ນ​ ຕ່າງໆ​ໃນໂລກ.
          CRI FM 93.0​​ MHz ເລີ່​ມອອກ​ອາກາດ​ໃນ​ວັນ​ທີ 19 ພະຈິກ 2006.​ ທ່ານ​ຫູ​ຈິນທ່າວ, ປະທານ​ປະ​ເທດ​ຈີນ​ໃນ​ຍາມ​ນັ້ນ​ ​ແລະ ​ທ່ານ​ຈູມ​ມາ​ລີ ​ໄຊ​ຍະ​ສອນ,  ປະທານ​
    ປະ​ເທດ​ລາວ​ໄດ້​ໃຫ້​ກຽດເຂົ້າ​ຮ່ວມ​ພິທີ​ ​ແລະ​ ຮ່ວມ​ກັນກົດ​ປຸ່ມ​ອອກ​ອາກາດ​ໃຫ້​ແກ່ CRI FM 93.0​​ MHz. ​ເດືອນ​ກັນຍາ​ 2009,​ ທ່ານ​ປະທານ​ຈູມ​ມາ​ລີ ​ໄຊ​ຍະ​ສອນ​ກ່າວ
    ​ວ່າ,​ ລັດຖະບານ​ລາວ​ໄດ້​ຖື​ເອົາ CRI​ ​ເປັນ​ພາກ​ສ່ວນ​ໜຶ່ງ​ຂອງ​ສື່ມວນ​ຊົນ​ລາວ.
​​
 
v ບົດອວຍພອນຂອງທ່ານ ດຣ. ບຸນຈອມ ວົງເພັດ
  ຂ້າພະເຈົ້າໃນນາມສ່ວນຕົວ​ແລະ​​ໃນ​ນາມ​ໂທລະພາບ​ແຫ່ງ​ຊາດ​ລາວ, ຂໍອວຍໄຊໃຫ້ພອນແດ່ຄະນະບັນນາ
ທິການ. ຜູ້ຈັດທຳລາຍການທຸກໆທ່ານຂອງ CRI FM93MHz ຈົ່ງມີແຕ່ຄວາມສຸກຄວາມຈະເລີນແລະນໍາ
ເອົາຂໍ້ມູນຂ່າວສານຕ່າງໆມອບໃຫ້ກັບປະຊາຊົນລາວເຊິ່ງເປັນແຟນລາຍການຂອງCRI FM 93.0 MHz
ນັບມື້ນັບດີຂື້ນຢ່າງບໍ່ຢຸດຢັ້ງ.
v ຄຳອວຍພອນຂອງຜູ້ອຳນວຍການໃຫຍ່ວິທະຍຸກະຈາຍສຽງແຫ່ງຊາດລາວ
  ເປັນທີ່ຮູ້ຈັກກັນດີແລ້ວວ່າ: CRI FM 93.0 MHz ຊື່ງແມ່ນເຄືອຄ່າຍສົ່ງສັນຍານຕໍ່ ແຫ່ງທຳອິດຂອງ CRI
ແຫ່ງປະເທດຈີນໃນຂົງເຂດອາຊຽນ ໄດ້ສ້າງຕັ້ງຂື້ນແລະເປີດການນຳໃຊ້ໃນ ສປປ ລາວ ໃນວັນທີ 19 ພະຈິກ
2006,  ໂດຍໃຫ້ກຽດເຂົ້າຮ່ວມ ກົດປຸ່ມການນຳໃຊ້ຂອງທ່ານ ຈູມມາລີ ໄຊຍະສອນ ປະທານປະເທດລາວເຮົາ
ແລະ ທ່ານ ຫູຈິນທ່າວ ປະທາດປະເທດຈີນ.
ອ່ານຕໍ່...>>