ນາຍົກ​ຈີນ​ກ່າວ​ວ່າ​ຈະຊຸກຍູ້​ການ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບດ້ານ​ລະ​ຫວ່າງ​ຈີນ-​ເອີຣົບ​ໃຫ້ ​ມີ​ການ​ພັດທະນາ​ໃໝ່​ຢ່າງບໍ່​ຢຸດຢັ້ງ
2013-11-21 18:09:56  cri 
ຕອນ​ບ່າຍ​ວັນ​ທີ 21 ພະຈິກ​ນີ້, ຢູ່​ຫໍ​ສະພາ​ປະຊາຊົນ​ທີ່​ນະຄອນຫຼວງ​ປັກ​ກິ່ງ​ຂອງ​ຈີນ,ທ່ານ​ຫຼີ​ເຄີ້ສ໋ຽງ ນາຍົກລັດຖະມົນຕີຈີນກັບ​ທ່ານ​ເຮີ​ມານ ວານຣົມປຸຍ ປະທານ​ສະພາ​ເອີຣົບ​ແລະ​ທ່ານ​ມາ​ນູ​ເອັນ ດູຣາວ ບາ​ໂຣ​ໂຊ ປະທານ​ຄະນະ​ກຳມາ​ທິການ​ສະຫະພາບ​ເອີຣົບ​​ໄດ້ເປັນ​ປະທານ​ຮ່ວມ​ຂອງການ​ພົບ​ປະ​ລະຫວ່າງ​ຜູ້ນຳ​ຈີນ-ສະຫະພາບ​ເອີຣົບຄັ້ງ​ທີ 16 . ທ່ານ​ຫຼີ​ເຄີ້ສ໋ຽງ ຊີ້​ອອກ​ວ່າ, ​ສະຫະພາບ​ເອີຣົບ​ແມ່ນ​ຂົ້ວ​ໜຶ່ງ​ໃນ​ຫຼາຍ​ຂົ້ວ​ທີ່​ສຳຄັນ​ໃນ​ໂລກ​, ​ແລະ​ກໍ່​ແມ່ນ​ຄູ່​ຮ່ວມ​ມື​ທີ່​ສຳຄັນ​ຂອງ​ຈີນ​ໃນ​ຂະ​ບວນການ​ບັນລຸ​ການ​ຫັນ​ເປັນ​ທັນ​ສະ​ໄໝ. ຈີນ​​ໃຫ້​ຄວາມ​ສຳຄັນ​ເປັນ​ຢ່າງ​ຍິ່ງ​ຕໍ່​ການ​ພົວພັນ​ລະຫວ່າງ​ຈີນ-​ເອີຣົບ, ​ແລະ​ຍິນ​ດີ​ຮ່ວມ​ກັບ​ເອີຣົບພະຍາຍາມ​ຊຸກຍູ້​ການ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບດ້ານ​ລະຫວ່າງ​ຈີນ​ກັບ​ເອີຣົບ​ໃຫ້​ມີ​ການ​ພັດທະນາ​ໃໝ່​ຢ່າງ​ບໍ່​ຢຸດ​ຢັ້ງ.

ທ່ານ​ຫຼີ​ເຄີ້ສ໋ຽງຊີ້​ອອກ​ວ່າ,ຈີນ​ສະໜັບສະໜູນ​ວິ​ສາ​ຫະກິດ​ຈີນ​ທີ່​ມີ​ກຳລັງ​ຕົວ​ຈິງ​ແລະ​ມີ​​ສິນ​ເຊື່ອໄປ​ລົງທຶນ​ຢູ່​ເອີຣົບ. ຫວັງວ່າ ຝ່າຍ​ເອີຣົບຈະ​ຜ່ອນຄາຍ​ການ​ຈຳກັດ​ການ​ສົ່ງ​ອອກ​ຜະລິດ​ຕະພັນ​ເຕັກນິກ​ສູງ​ຕໍ່​ຈີນ. ຈີນ​ຍິນ​ດີ​ເລີ່​ມຕົ້ນ​ການ​ເຈລະຈາ​ສັນຍາ​ການ​ລົງທຶນ​ກັບ​ເອີຣົບ, ຫວັງ​ວ່າ​ສອງ​ຝ່າຍ​ຈະ​ສາມາດ​​ເຈລະຈາ​ແລະ​ໄດ້​ຮັບ​ຜົນສຳ​ເລັດ​ທີ່​ດີ​ຮ່ວມ​ກັນ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ