ນາຍົກ​ລັດຖະມົນຕີ​ຈີນ​ຈະ​ເຂົ້າຮ່ວມ​ການ​ພົບ​ປະລະ​ຫວ່າງ​ນາຍົກ​ລັດຖະມົນຕີ​ອົງການ​ຮ່ວມ​ມື​ຊຽງ​ໄຮ​ເປັນ​ຄັ້ງ​ທໍາ​ອິດ ຈີນ​​ເອົາ​ໃຈ​ໃສ່​ການ​ຮ່ວມ​ມື​ເພື່ອ​ໂຈມ​ຕີ​ອິດ​ທິກໍາລັງ​ກໍ່​ການ​ຮ້າຍ​ເຊັ່ນ ​"ຕວັກ​ກີ​ສະຖານ​ຕາ​ເວັນ​ອອກ"
2013-11-21 16:40:45  cri 

ວັນ​ທີ 28 ຫາ​ວັນ​ທີ 29 ພະຈິກ​ນີ້, ທ່ານ​ຫລີ​ເຄີ້ສ໋ຽງ, ນາຍົກລັດຖະມົນຕີຈີນຈະ​ເດີນທາງ​ໄປ​ອຸສ​ເບ​ກີ​ສະຖານ​ເພື່​ອ​ເຂົ້າ​ຮ່ວມ​ການ​ພົບ​ປະລະ​ຫວ່າງ​ນາຍົກ​ລັດຖະມົນຕີ​ອົງການ​ຮ່ວມ​ມື​ຊຽງ​ໄຮຄັ້ງ​ທີ 12. ວັນ​ທີ 20 ພະຈິກ​ນີ້, ກະຊວງ​ການ​ຕ່າງປະ​ເທດ​ຈີນ​ເປີດ​ເຜີຍ​ວ່າ, ການ​ພົບ​ປະ​ຄັ້ງ​ນີ້​ມີຫວັງ​ຈະ​ຮັບຮອງ​ສັນຍາ​ລະຫວ່າງ​ລັດຖະບານ​ປະ​ເທ​ດສະມາຊິກ​ອົງການ​ຮ່ວມ​ມື​ຊຽງ​ໄຮ​ກ່ຽວ​ກັບການ​​ເຮັດ​ໃຫ້ການ​ຂົນສົ່ງທາງ​ຫລວງສາ​ກົນສະດວກ​ຂຶ້ນ ​ແລະ​ຄົ້ນຄວ້າ​ພິຈາລະນາ​ກ່ຽວ​ກັບ​ການ​​ເພີ່ມ​ທະວີ​ການ​ຮ່ວມ​ມື​ແລະ​ຮ່ວມ​ກັນໂຈມ​ຕີ​ອິດ​ທິກໍາລັງ​ກໍ່​ການ​ຮ້າຍຕ່າງໆ​ເຊັ່ນ​"ຂະ​ບວນການ​ອິດ​ສະ​ແລມຂອງຕວັກ​ກີ​ສະຖານຕາ​ເວັນ​ອອກ"​ແລະ​ອື່ນໆ.

​ໃນ​ການ​ຮ່ວມ​ມື​ດ້ານ​ຄວາມ​ໝັ້ນຄົງ, ​ໃນ​ປີ 2014, ກອງ​ທະຫານ​ອົງການ​ສົນ​ທີສັນຍາປ້ອງ​ກັນມະຫາ​ສະໝຸ​ດ​ອັດ​​ເລັງ ຕິກ​​ເໜືອ ຫລື NATO ຈະ​ຖອນ​ອອກຈາກ​ອັຟກາ​ນີສະຖານ, ສະພາບ​ຄວາມ​ໝັ້ນຄົງ​ຂອງອັຟກາ​ນີສະຖານ​ໃນ​ອະນາຄົດ​​ໄດ້ຮັບ​ຄວາມ​ສົນ​ໃຈ​ຈາກ​ຝ່າ​ຍຕ່າງ​ໆ, ການ​ປ່ຽນ​​ແປງ​ນີ້​ຈະ​ມີ​ຜົນ​ກະທົບ​ຫຍັງ​ຕໍ່​ຄວາມ​ໝັ້ນຄົງ​ຂອງ​ພາກ​ພື້ນ​ອາຊີ​ກາງກໍ​ເປັນ​ສິ່ງ​ທີ່​ອົງການ​ຮ່ວມ​ມື​ຊຽງ​ໄຮ​ສົນ​ໃຈ​ທີ່​ສຸດ. ​ໃນ​​ອະນາຄົດ, ການ​ຮັກສາ​ຄວາມ​ໝັ້ນຄົງ​​ແລ​ະການ​ພັດທະນາ​ຂອງ​ພາກ​ພື້ນ​ອາຊີ​ກາງ​ຈະ​ເປັນ​ພາລະ​ໜ້າ​ທີ່​ທີ່​ໜັກໜ່ວງຂອງ​ອົງການ​ຮ່ວມ​ມື​ຊຽງ​ໄຮ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ