ນາຍົກລັດຖະມົນຕີຣູມານີຄອງ​ຄອຍ​ການ​​ໄປຢ້ຽມຢາມ​ຂອງ​ທ່ານ​ຫຼີ​ເຄີ້ສຽງນາຍົກລັດຖະມົນຕີຈີນ
2013-11-22 15:07:43  cri 
ຕາມຂ່າວCRI: ​ນັບແຕ່​ວັນ​ທີ 25 ຫາ​ວັນ​ທີ 29 ພະຈິກ​ນີ້, ທ່ານ​ຫຼີ​ເຄີ້ສຽງ, ນາຍົກລັດຖະມົນຕີຈີນຈະ​​ເດີນທາງ​ໄປ​ເຂົ້າ​ຮ່ວມ​ການ​ພົບ​ປະ​ເຈລະຈາ​ລະຫວ່າງຜູ້ນຳ​ຈີນ-ປະ​ເທດ​ເອີຣົບກາງ​ຕາ​ເວັນ​ອອກ​ທີ່​​ຈະ​ຈັດ​ຂຶ້ນ​ຢູ່ຣູມາ​ນີ​ແລະ​ຢ້ຽມຢາມຣູມາ​ນີຢ່າງ​ເປັນ​ທາງ​ການພ້ອມ​ທັງ​ເຂົ້າ​ຮ່ວມ​ກອງ​ປະຊຸມ​ຄັ້ງ​ທີ 12 ຂອງ​ນາຍົກລັດຖະມົນຕີປະ​ເທດ​ສະມາຊິກ​ອົງການ​ຮ່ວມ​ມື​ຊຽງ​ໄຮ​ທີ່​ຈັດ​ຂຶ້ນ​ຢູ່​ອຸສ​ເບ​ກີ​ສະຖານ.  ຫວ່າງ​ກ່ອນ​ນີ້​ບໍ່​ດົນ, ທ່ານ​ວິຄ​ໂທ ວິ​ໂອ​ເລ ​ໂພນ​ທາ, ນາຍົກລັດຖະມົນຕີຣູມານີ​ໄດ້ກ່າວ​ຜ່ານທາງ​ວິທະຍຸ​ສາກົນ​ແຫ່ງ​ປະ​ເທດ​ຈີນ​ຫຼື ​CRI ວ່າ, ສະ​ແດງ​ຄວາມ​ຍິນ​ດີ​ຕ້ອນຮັບຕໍ່ນາຍົກລັດຖະມົນຕີຈີນທີ່​ໄປ​​​ຢ້ຽມຢາມ​ນະຄອນຫຼວງ​ບູກາ​​ແຣັດຂອງຣູມາ​ນີຂອງ​ໃນ​ຮອບ 19 ປີຜ່ານມາ.

ທ່ານ​ວິຄ​ໂທ ວິ​ໂອ​ເລ ​ໂພນ​ທາ, ນາຍົກລັດຖະມົນຕີຣູມານີກ່າວ​ວ່າ, ການ​ຢ້ຽມຢາມ​ຢ່າງ​ເປັນ​ທາງ​ການ​ຂອງ​ທ່ານ​ຫຼີ​ເຄີ້ສຽງ, ນາຍົກລັດຖະມົນຕີຈີນຈະ​ເພີ່ມ​ທະວີ​ການ​ພົວພັນດ້ານ​ເສດຖະກິດ​ການ​ຄ້າ​ລະຫວ່າງຣູມາ​ນີກັບ​ຈີນ, ຣູມາ​ນີຍິນ​ດີຕ້ອນຮັບ​ການ​ລົງທຶນ​ຈາກ​ຈີນ, ​ເຊິ່ງຈະ​​ເປັນ​ການຍົກ​ລະດັບຊີວິດ​ການ​ເປັນ​ຢູ່​ຂອງ​ປະຊາຊົນ​ຣູມາ​ນີ​ໃຫ້ສູງ​ຂຶ້ນ​ກວ່າ​ເກົ່າ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ