ທ່ານ​ນາຍົກລັດຖະມົນຕີຈີນກັບ​ຜູ້ນຳ​ສະຫະພາບ​ເອີ​ລົບ​ພ້ອມ​ກັນ​ພົບ​ປະນັກ​ຂ່າວ,​ເພື່ອ​​ແຈ້ງ​ໝາກຜົນ​ການ​ພົບ​ປະຜູ້ນຳ​ຈີນ-​ສະຫະພາບ​ເອີ​ລົບຄັ້ງ​ທີ16
2013-11-22 10:54:06  cri 

ຕາມ​ຂ່າວCRI: ຕອນ​ບ່າຍ​ວັນ​ທີ 21 ພະຈິກ​ນີ້, ຢູ່​ຫໍ​ສະພາ​ປະຊາຊົນ​ຈີນທີ່​ນະຄອນຫຼວງ​ປັກ​ກິ່ງ, ທ່ານ​ຫຼີ​ເຄີ້ສ໋ຽງ ນາຍົກລັດ​ຖະມົນຕີຈີນ ກັບທ່ານ​ເຮີ​ແມນ ວານ ​ໂຣມປຸຍ ປະທານ​ສະພາ​ມົນຕີ​ເອີ​ລົບ ​ແລະ ທ່ານ​ມາ​ນົວ ດູຣາວ ບາ​ໂຣ​ໂຊ ປະທານ​ຄະນະ​ກຳມາ​ທິການ​ສະຫະພາບ​ເອີ​ລົບ​ໄດ້​ພ້ອມ​ກັນ​ພົບ​ປະ​ນັກ​ຂ່າວ, ​ເພື່ອ​ແຈ້ງຜົນ​ການ​ພົບ​ປະລະຫວ່າງ​ຜູ້ນຳ​ຈີນ-​ສະຫະພາບ​ເອີ​ລົບຄັ້ງ​ທີ 16.

ຜົນ​ການ​ພົບ​ປະ​ທີ່ຜູ້ນຳຈີນ-​ສະຫະພາບ​ເອີ​ລົບ​​ໄດ້​ບັນລຸ​ຮ່ວມ​ກັນ ມີ​ຄື: ໜຶ່ງ, ປະກາດ"​ແຜນການ​ຍຸດ​ທະ​ສາດການ​ຮ່ວມ​ມື​ຈີນ-​ເອີ​ລົບ2020", ​​ແຜນການ​ສະບັບ​ນີ້​ໄດ້​ກາມ​ເອົາ​ຫຼາຍ​ຂົງ​ເຂດ​ກວ້າງຂວາງ​ທີ່​ສຸດ ​ແບບບໍ່​ເຄີຍ​ມີ​ມາ​ກ່ອນ​, ສາມາດ​ເວົ້າ​ໄດ້​ວ່າ "ຂຶ້ນ​ສູ່​ທ້ອງຟ້າ​ລົງ​ໄປ​ທະ​ເລ ​ແລະ ​ເຂົ້າ​​ໄປ​ໃນ​ພື້ນ​ດິນ". ສອງ, ປະກາດຢ່າງ​ເປັນ​ທາງ​ການ​ວ່າ​ຈະ​ເລິ່ມຈັດການ​ເຈລະຈາ​ກ່ຽວ​ກັບ​ອະນຸ​ສັນຍາ​ການ​ລົງທຶນ​ຈີນ-​ເອີ​ລົບ​. ສາມ, ຕັ້ງໜ້າ​ປຶກສາ​ຫາລື​ຄົ້ນຄວ້າ​ສ້າງ​ເຂດ​ການ​ຄ້າ​ເສລີ​, ຮອດປີ 2020 ​ພະຍາຍາມເຮັດ​ໃຫ້​ມູນ​ຄ່າ​ການ​ຄ້າ​ບັນລຸຮອດ 1000 ຕື້​ໂດ​ລາ. ສີ, ​ເຮັດ​ໃຫ້ການ​ແລກປ່ຽນ​ດ້ານ​ວັດທະນະທຳ​ມີ​ຄວາມແໜ້ນ​ແຟ້ນຂຶ້ນ​ເກົ່າ​ກວ່າ, ​ເລັ່ງລັດ​ຫາລື​ສັນຍາ​ກ່ຽວ​ກັບ​ການອຳ​ນວຍ​ຄວາມ​ສະດວກ​ໃຫ້​ແກ່​ການ​ໄປມາຫາ​ສູ່​ກັນຂອງ​ປະຊາຊົນ, ​ເພິ່ມທະວີ​ການ​ສົນທະນາດ້ານ​ນະ​ໂຍບາຍ​ສາທາລະນະ​. ຫ້າ, ​ເພິ່ມທະວີ​ການ​​ແລກປ່ຽນ ​ແລະ ການ​ປະສານງານໃນ​ວຽກ​ງານ​ສາກົນ ​ແລະ ພາກ​ພື້ນ​.


ທ່ານ​ຫຼີ​ເຄີ້ສ໋ຽງ​ຫວັງ​ວ່າ, ສອງ​ຝ່າຍ​ຈະ​ກຳ "ພວງມາ​ໄລ​" ຂອງ​ການ​ພົວພັນ​ລະຫວ່າງ​ສອງ​ຝ່າຍ​ໃຫ້​ດີ​ຢ່າ​ງສະ​ເໝີ​ຕົ້ນ​ສະ​ເໝີ​ປາຍ, ຊຸກ​ຍູ້​ການ​ພົວພັນ​ໝູ່ຄູ່​ຍຸດ​ທະ​ສາດ​​ຮອບດ້ານ​ລະຫວ່າງ​ຈີນ ກັບ ສະຫະພາບ​​ເອີ​ລົບ​ໄດ້ມີ​ການ​ຂະຫຍາຍ​ໄປ​ໜ້າ​ຢ່າງ​ໝັ້ນທ່ຽງ ​ແລະ ປອດ​ໃສ​ເປັນ​ເວລາ​ຍາວ​ນານ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ