ຢູ່ລະຫວ່າງ​ຈີນ​ກັບ​ເອີ​ລົບ​ມີ​ກຳລັງບົ່ມ​ຊ້ອນຫຼາຍ​ໃນ​ດ້ານ​ການ​ຮ່ວມ​ມື​ຫັນ​ເປັນ​ຕົວ​ເມືອງ​ແບບ​ໃໝ່
2013-11-23 14:32:42  cri 

ຕອນ​ບ່າຍ​ວັນ​ທີ 21 ພະ​ຈິກ​ນີ້, ຢູ່​ຫໍ​ສະພາ​ປະຊາຊົນ​ທີ່​ນະຄອນຫຼວງປັກ​ກິ່ງ, ທ່ານ​ຫຼີ​ເຄີ້ສ໋ຽງ ນາຍົກລັດຖະມົນຕີຈີນ ກັບ ທ່ານ​ເຮີ​ແມນ ວານ ​ໂຣມປຸຍ ປະທານ​ສະພາ​ມົນຕີ​ເອີ​ລົບ ​ແລະ ທ່ານ​ມາ​ນົວ ດູຣາວ ບາ​ໂຣ​ໂຊ ປະທານ​ຄະນະ​ກຳມາ​ທິການ​ສະຫະພາບ​ເອີ​ລົບ​​ໄດ້ພ້ອມ​ກັນ​ເຂົ້າ​ຮ່ວມ ແລະ ​ໄດ້ກ່າວ​ຄຳ​ປາ​ໄສຢູ່​ກອງ​ປະ​ຊຸມ​ເວທີ​ປຶກສາ​ຫາລື​ການ​ພົວພັນ​ໝູ່ຄູ່​ກ່ຽວ​ກັບການ​ຫັນ​ເປັນ​ຕົວ​​ເມືອງ​ຈີນ-​ເອີ​ລົບ ​.

ທ່ານ​ຫຼີ​ເຄີ້ສ໋ຽງກ່າວ​ວ່າ, ກອງ​ປະຊຸມເວທີ​ປຶກສາ​ຫາລື​ການ​ພົວພັນ​ໝູ່ຄູ່​ກ່ຽວ​ກັບການ​ຫັນ​ເປັນ​ຕົວ​​ເມືອງ​ຈີນ-​ເອີ​ລົບ ​ໄດ້ເລິ່ມຈັດ​ຂຶ້ນ​ໃນ​ໜຶ່ງ​ປີ​ກ່ອນ, ປັດຈຸບັນ​ໄດ້ຂະຫຍາຍຮອດ​ຂະໜາດ​ທີ່​ມີ​ບຸກຄົນ​ວົງ​ການການ​​ເມື​ອງ, ວົງການ​ທຸລະ​ກິດ ​ແລະ ວົງ​ການວິຊາ​ການ​ຂອງ​ສອງ​ຝ່າຍ​ພັນ​ກວ່າ​ຄົນເຂົ້າ​ຮ່ວມຢ່າງ​ຫ້າວຫັນ, ນີ້​ໄດ້​ສະ​ແດງ​ໃຫ້​ເຫັນຢ່າງ​ເຕັມທີ່ວ່າ, ຢູ່ລະຫວ່າງ​ຈີນ​ກັບ​ເອີ​ລົບ​ມີ​ກຳລັງ​ບົ່ມ​ຊ້ອນ​ຫຼາຍໃນ​ດ້ານ​ການ​ຮ່ວມ​ມື​ຫັນ​ເປັນ​ຕົວ​ເມືອງ​ແບບ​ໃໝ່, ຍ່ອມ​ຈະ​ກາຍ​ເປັນ​ເສົາຄ້ຳ​ສຳຄັນ​ໃນ​ການ​ຮ່ວມ​ມື​ລະຫວ່າງ​ຈີນ ກັບ ​ເອີ​ລົບ.

ທ່ານ​ວານ ​ໂຣມປຸຍ ​ແລະ ທ່ານ​ບາ​ໂຣ​ໂຊ​ກ່າວ​ວ່າ, ການ​ພົບ​ປະ​ຜູ້ນຳ​​ສະຫະພາບ​ເອີ​ລົບ-​ຈີນຄັ້ງ​ທີ 16 ​ໄດ້​ສ້າງ​ພື້ນຖານອັນ​ໝັ້ນ​ແກ່ນ​ໃຫ້​ແກ່​ການ​ສ້າງ​ສັງກາດ​​ໃໝ່​ຂອງ​ການ​ພົວພັນ​ສະຫະພາບ​ເອີ​ລົບ-​ຈີນ. ການ​ຮ່ວມ​ມື​​ຫັນ​ເປັນ​ຕົວ​ເມືອງ​ແມ່ນ​ພາກສ່ວນ​ສຳຄັນ​ຂອງ​ການ​ພົວພັນ​ເອີ​ລົບ-​ຈີນ, ມີ​ຜົນ​ສະທ້ອນ​ອັນເລິກ​ເຊິ່ງຍາວ​ໄກ, ມີ​ຜົນ​ດີ​ຕໍ່​ການຍົກ​ສູງ​ລະດັບ​ຊີວິດ​ການ​ເປັນ​ຢູ່​ຂອງ​ປະຊາຊົນ​ສອງ​ຝ່າຍ, ຊຸກ​ຍູ້​ການ​ພັດທະນາ​ແບບ​ຍືນ​ຍົງ ​ແລະ ຈະ​ເລີ​ນຮຸ່ງ​ເຮືອງຮ່ວມ​ຂອງ​ສອງ​ຝ່າຍ. ຝ່າຍສະຫະພາບ​ເອີ​ລົບ​ຍິນ​ດີ​ດຳ​ເນີນ​ການ​ຮ່ວມ​ມື​ເປັນ​ເວລາຍາວ​ນານ, ຕິດ​ແທດ​ຕິວ​ຈິງ ​ແລະ ມີ​ປະສິດທິ​ຜົນ​ກັບ​ຝ່າຍ​ຈີນໃນ​ຂົງ​ເຂດ​ນີ້.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ