ກະຊວງ​ການ​ຕ່າງປະ​ເທດ​ຈີນ​ຈັດກອງ​ປະຊຸມຂ່າວ​ກ່ຽວ​ກັບທ່ານ​ນາຍົກ​ຫຼີ​ເຄີ້ສ໋ຽງ​ຈະເຂົ້າ​ຮ່ວມ​ການ​ພົບ​ປະ​ຜູ້ນຳ​ຈີນ-​ປະ​ເທດ​ເອີ​ລົບກາງ​ແລະ​ຕາ​ເວັນ​ອອກ,​ແລະ​ຈະ​ຢ້ຽມຢາມຣູມາ​ນີຢ່າງ​ເປັນ​ທາງ​ການ
2013-11-23 15:04:30  cri 

ວັນ​ທີ 22 ພະຈິກ​ນີ້, ກະຊວງການ​ຕ່າງປະ​ເທດ​ຈີນ​ໄດ້​ຈັດ​ກອງ​ປະຊຸມຂ່າວ​ຕໍ່​ສື່​ມວນ​ຊົນ​ຈີນ ​ແລະ ຕ່າງປະ​ເທດ, ທ່ານ​ຊົ້ງ​ທ່າວ ລັດຖະມົນຕີ​ຊ່ວຍ​ວ່າການ​ກະຊວງ​ການ​ຕ່າງປະ​ເທດ​ຈີນ, ທ່ານ​ຈ່ຽງຊ້ຽງ​ເຊີນຜູ້​ຊ່ຽວລັດຖະມົນຕີ​ກະຊວງ​ການ​ຄ້າ​ຈີນ​ໄດ້​​ສະ​ເໝີສະພາບ​ກ່ຽວ​ກັບທ່ານ​ນາຍົກ​ຫຼີ​ເຄີ້ສ໋ຽງ​ຈະເຂົ້າ​ຮ່ວມ​ການ​ພົບ​ປະ​ຜູ້ນຳ​ຈີນ-​ປະ​ເທດ​ເອີ​ລົບກາງ​ແລະ​ຕາ​ເວັນ​ອອກ,​ ແລະ​ຈະ​ຢ້ຽມຢາມຣູມາ​ນີຢ່າງ​ເປັນ​ທາງ​ການ​ແລະ​ຕອບຄຳ​ຖາມ​ທີ່​ກ່ຽວຂ້ອງ​ຂອງ​ນັກ​ຂ່າວ​ຈີນ ​ແລະ ຕ່າງປະ​ເທດ.

ໜຶ່ງ,ກ່ຽວ​ກັບ​ການ​ພົບ​ປະຜູ້ນຳ​ຈີນ-​ປະ​ເທດ​ເອີ​ລົບກາງ​ແລະ​ຕາ​ເວັນ​ອອກ
ທ່ານ​ຊົ້ງ​ທ່າວ​ຊີ້​ອອກ​ວ່າ, ປັດຈຸບັນ, ການຮ່ວມ​ມື​ລະຫວ່າງ​ຈີນ ກັບ ປະ​ເທດ​ເອີ​ລົບ​ກາງ ​ແລະ ຕາ​ເວັນ​ອອກພວມຢູ່​ໃນ​ໄລຍະ​ຂໍກະ​ແຈ​ທີ່​ເລິ່ມຕົ້ນ ​ແລະ ​ເຕີບ​ໂຕ, ​ປະ​ເຊີນ​ກັບ​ໜ້າ​ທີ່​ສືບ​ຕໍ່​ຂະ​ຫຍາຍ​ຕົວ​ ​ແລະ ​ລົງ​ເລິກ. ທ່ານ​ນາຍົກລັດຖະມົນຕີຂອງ 17 ປະ​ເທດ​ເຕົ້າ​ໂຮມ​ກັນ​ຢູ່​ນະຄອນຫຼວງບູດາ​​ແປັດສ໌, ພ້ອມ​ກັນ​ຫາລື​ທິດ​ຂະ​ຫຍາ​ຍການ​ຮ່ວມ​ມື​ລະຫວ່າງ​ຈີນ ກັບ ບັນດາ​ປະ​ເທດ​ເອີ​ລົບ​ຈີນ ​ແລະ ຕາ​ເວັນ​ອອກ​ໃນ​ອະນາຄົດ, ນີ້ຈະ​ສ້າງ​ກຳລັງ​ຊຸກ​ຍູ້ ​ແລະ ກຳລັງ​ນຳພາ​ອັນ​ໃຫຍ່​ຫຼວງ​ຕໍ່​ການ​ຮ່ວມ​ມື. ຮອດ​ເວລາ​ນັ້ນ, ທ່ານ​ຫຼີ​ເຄີ້ສ໋ຽງຈະ​ເຂົ້າ​ຮ່ວມ​ກອງ​ປະຊຸມ​ໂຕະມົນ​ 1+16, ຈະ​​ເຂົ້າ​ຮ່ວມ​ແລະ​ກ່າວ​ຄຳ​ປາ​​ໃສຢູ່ກິດຈະ​ກຳ​ຕ່າງໆ​ຂອງ​ເວທີ​ປຶກສາ​ຫາລື​ເສດຖະກິດ​-ການ​ຄ້າ​ຈີນ-​ປະ​ເທດ​​ເອີ​ລົບ​ກາງ​ຕາ​ເວັນ​ອອກ​ຄັ້ງ​ທີ 3 ​, ​ແຍກ​ກັນ​ພົບ​ປະ​ນາຍົກລັດຖະມົນຕີ​ປະ​ເທດ​ເອີ​ລົບ​ກາງ ​ແລະ ຕາ​ເວັນ​ອອກ​ຕ່າງໆ​ທີ່​​ເຂົ້າຮ່ວມ​ກອງປະຊຸມ.

ທ່ານ​ຊົ້ງ​ທ່າ​ວກ່າວ​ວ່າ, ຝ່າຍຈີນ​ເຊື່ອ​ວ່າ, ພາຍ​ໃຕ້​ຄວາມ​ພະຍາຍາມ​ຮ່ວມ ​ຂອງ​ຝ່າຍຕ່າງໆ, ການ​ພົບ​ປະ​ຜູ້ນຳ​ຈີນ-​ປະ​ເທດ​ເອີ​ລົບ​ກາງ ​ແລະ ​ຕາ​ເວັນ​ອອກ​ຍ່ອມ​ຈະ​ໄດ້​ຮັບ​ຜົນສຳ​ເລັດ​ຢ່າງ​ຈົບງາມ, ​ແລະ​ເຮັດ​ໃຫ້ການ​ຮ່ວມ​ມື​ລະຫວ່າງ​ຈີນ ກັບ ບັນດາ​ປະ​ເທດ​ເອີ​ລົບ​ກາງ ​ແລະ ຕາ​ເວັນ​ອອກ​ເປັນຈຸດ​ເຕີບ​ໂຕ​ຢູ່​ໃນ​ການ​ຮ່ວມ​ມື​ລະຫວ່າງ​ຈີນ ກັບ ​ເອີ​ລົບ.

ສອງ,ກ່ຽວ​ກັບ​ເວທີ​ປຶກສາ​ຫາລື​ເສດຖະກິດ​ການ​ຄ້າ​ຈີນ-​ປະ​ເທດ​ເອີ​ລົບ​ກາງ​ແລະ​ຕາ​ເວັນ​ອອກ​ຄັ້ງ​ທີ 3

ທ່ານຈ່ຽງຊ້ຽງ​ເຊີນ​​ແນະນຳ​ວ່າ, ​ໃນ​ຖານະ​ທີ່​​ເປັນ​ກິ​ດຈະ​ກຳ​ສຳຄັນ​​ໃນ​ໄລຍະ​ຂອງ​ການຢ້ຽມຢາມ​ຂອງ​ທ່ານ​ນາຍົກ​ຫຼີ​ເຄີ້ສ໋ຽງ, ກະຊວງ​ການ​ຄ້າ​ຈີນ​ ກັບ ພາກສ່ວນ​ທີ່​ກ່ຽວຂ້ອງ​ຂອງ​ຣູມາ​ນີ​ພວມ​ກະກຽມເວທີ​ປຶກສາ​ຫາລື​ເສດຖະກິດ​ການ​ຄ້າ​ຈີນ-​ປະ​ເທດ​ເອີ​ລົບ​ກາງ​ຕາ​ເວັນ​ອອກ​ຄັ້ງ​ທີ 3. ທ່ານ​ນາຍົກ​ຫຼີ​ເຄີ້ສ໋ຽງ ກັບ ທ່ານ​ວິກ​ເຕີ ປົນ​ດາ ນາຍົກລັດຖະມົນຕີຣູມານີຈະ​ເຂົ້າ​ຮ່ວ​ມ​ເວ​ທີ​ປຶກສາ​ຫາລື ​ແລະ ກ່າວ​ຄຳ​ປາ​ໄສ​ສຳຄັນ​. ຫົວຂໍ້​ຂອງ​ເວທີ​ປຶກສາ​ຫາລື​ແມ່ນ "ຮ່ວມ​ມື​ກັນ​ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍດ, ພ້ອມ​ກັນ​ພັດທະນາ".

ສາມ,ກ່ຽວ​ກັບ​ການຢ້ຽມຢາມຣູມາ​ນີ

ທ່ານ​ຊົ້ງ​ທ່າວ​ກ່າວ​ວ່າ, ການ​ຢ້ຽມຢາມ​​ໃນເທື່ອ​ນີ້​ແມ່ນ​ທ່ານ​ຫຼີເຄີ້ສ໋ຽງຢ້ຽມຢາມປະ​ເທດ​ເອີ​ລົບ​ກາງ ​ແລະ ຕາ​ເວັນ​ອອກ​ເປັນ​ເທື່ອ​ທຳ​ອິດ​ນັບ​ແຕ່​ທ່ານ​ດຳລົງ​ຕຳ​
​ແໜ່​ງ​ເປັນ​ນາຍົກລັດຖະມົນຕີຈີນ, ກໍ່​ແມ່ນນາຍົກ​ລັດຖະມົນຕີ​ຈີນ​ຢ້ຽມຢາມຣູມາ​ນີ​ເປັນ​ເທື່ອ​ທຳ​ອິດ​ນັບ​ແຕ່ 19 ປີ​ມາ​ນີ້, ມີ​ຄວາມ​ໝາຍ​ສຳຄັນ​ຕໍ່​ການ​ພົວພັນ​ຈີນ-ຣູມາ​ນີ,ການຮ່ວມ​ມື​ລະຫວ່າງ​ຈີນ ກັບ ປະ​ເທດ​​ເອີ​ລົບ​ກາງ ​ແລະ ຕາ​ເວັນ​ອອກ ກໍຄື​ການ​ພົວພັນ​ລະຫວ່າງ​ຈີນ ກັບ ​ເອີ​ລົບ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ