ນາຍົກລັດຖະມົນຕີຈີນກ່າວ​​ເນັ້ນ​ໃນ​ເວລາ​ກ່າວ​ປາຖະກະຖາ​ວ່າ ​ໃຫ້​ມິດຕະພາບ​ແລະ​ການ​ຮ່ວມ​ມື​ລະຫວ່າງ​ຈີນ-ຣູມາ​ນີສືບ​ຕໍ່ບຸກໜ້າ​ບືນ​ຕົວ​ກ້າວ​​ເດີນໄປ​ສູ່​ອະນາຄົດ​ທີ່​ດີງາມ
2013-11-28 14:58:46  cri 

ທ່ານຫຼີເຄີ້ສ໋ຽງ (ຜູ້ຢູ່ກາງ)ກ່າວປາຖະກະຖາຢູ່ລັດຖະສະພາຣູມານີໃນວັນທີ 28 ພະຈິກນີ້

ວັນ​ທີ 27 ພະຈິກ​ນີ້,ຢູ່​ທີ່​ລັດຖະສະພາຣູມາ​ນີ, ທ່ານ​ຫຼີ​ເຄີ້ສ໋ຽງ ນາຍົກລັດຖະມົນຕີ​ຈີນ​ໄດ້​ກ່າວ​ປາຖະກະຖາ​ທີ່​ມີ​ຫົວ​ຂໍ້​ວ່າ "​ໃຫ້​ມິດ​ຕະພາບ​ແລະ​ການ​ຮ່ວມ​ມື​ລະຫວ່າງ​ຈີນ-ຣູມາ​ນີສືບ​ຕໍ່​ກ້າວ​ເດີນ​ໄປ​ສູ່​ອະນາຄົດ​ທີ່​ດີງາມ".  ທ່ານ​ຄິຼນ ອັນ​ໂຕ​ເນັສຄູ ປະທານ​ສະພາ​ສູງ​, ທ່ານ​ວາ​ເລຣີອູ ສ​ໂກ​ເນຍ ປະທານ​ສະພາ​ຕ່ຳ​ແລະ​ທ່ານ​ວິກ​ໂຕ ​ໂປ​ນທາ ນາຍົກລັດຖະມົນຕີຣູມາ​ນີ​ໄດ້​ເຂົ້າ​ຮ່ວມ​ຟັງ​ການ​ກ່າວ​ປາຖະກະຖາ​​ໃນ​ຄັ້ງ​ນີ້.

ທ່ານຫຼີເຄີ້ສ໋ຽງ ກ່າວປາຖະກະຖາຢູ່ລັດຖະສະພາຣູມານີໃນວັນທີ 28 ພະຈິກນີ້

ທ່ານ​ຫຼີ​ເຄີ້ສ໋ຽງກ່າວ​ວ່າ, ການ​ເປີດ​ກວ້າງ​ການ​ຮ່ວມ​ມື​ລະຫວ່າງ​ຈີນ​ກັບຣູມາ​ນີຈະ​ຊຸກຍູ້​ການ​ພັດທະນາ​ດ້ານ​ເສດ​ຖະ​ກິດ​ຂອງ​ເອ​ຣົບ​ກາງ​ແລະ​ຕາ​ເວັນ​ອອກ​ຕະ​ຫຼອດ​ຮອດ​ເສດ​ຖະ​ກິດ​ຈີນ-​ເອີ​ຣົບ. ຈີນ​ຍິນ​ດີ​ຮ່ວມ​ກັບຣູມາ​ນີ​ກ້າວ​ເດີນ​ໄປ​ໜ້າ​ຢ່າງ​ເ​ດັດ​ດ່ຽວ,​ຮ່ວມ​ກັນ​ພັດ​ທະ​ນາ​ການ​ພົວພັນ​ຄູ່​ຮ່ວມ​ມື​ມິດຕະພາບຮອບ​ດ້ານ​ຈີນ-ຣູມາ​ນີ.

ໃນ​ເວລາ​ກ່າວ​ຄຳ​ປາ​ໄສ​ເພື່ອ​ສະ​ແດ​ງຄວາມ​ຂອບ​ໃຈ, ທ່ານ​ສະ​ໂກ​ເນ​ຍ ປະທານ​ສະພາ​ຕ່ຳຣູມາ​ນີກ່າວ​ວ່າ, ທ່ານ​ຫຼີ​ເຄີ້ສ໋ຽງ​​ເດີນທາງ​ມາ​ຢ້ຽມ​ຢາມ​ຣູມາ​ນີ​ແລະ​ເຂົ້າ​ຮ່ວມ​ກອງ​ປະຊຸມ​ພົບ​ປະລະ​ຫວ່າງ​ຜູ້ນຳ​ຈີນ​ກັບປະ​ເທດ​ເອີຣົບກາງ​ແລະ​ຕາ​ເວັນ​ອອກ​ໄດ້​ຮັບ​ຜົນສຳ​ເລັດ​ຢ່າງ​ຫຼວງ​ຫຼາຍ, ຊຶ່ງ​ເປັນ​ຂີດ​ໝາຍ​ສະ​ແດງ​ໃຫ້​ເຫັນ​ວ່າ, ການ​ຮ່ວມ​ມື​ລະຫວ່າງຣູມາ​ນີກັບ​ຈີນ​ໄດ້​ກ້າວ​ຂຶ້ນ​ສູ່​ລະດັບ​ໃໝ່.ລັດ​ຖະ​ສະ​ພາ​ຣູ​ມາ​ນີ​ສະ​ໜັບ​ສະ​ໜູນ​ສອງ​ປະ​ເທດ​ເພີ່ມ​ທະວີ​ການ​ຮ່ວມ​ມື​ກັນ, ​ແລະ​ຍິນ​ດີ​ນຳ​ໃຊ້​ໂອກາດ​ທີ່​ດີ​ທີ່ສອງ​ປະ​ເທດ​ສ້າງສາ​ຍພົວພັນ​ທາງ​ການ​ທູດຄົບຮອບ 65 ປີ​ໃນ​ປີໜ້າ, ຊຸກຍູ້​ການ​ພົວພັນຣູມາ​ນີ-ຈີນ, ການ​ຮ່ວມ​ມື​ລະຫວ່າງ​ປະ​ເທດ​ເອີຣົບກາງ​ແລະ​ຕາ​ເວັນ​ອອກ​ກັບ​ຈີນ​ແລະ​ການ​ພົວພັນ​​ເອີຣົບ-ຈີນ​ໃຫ້​ພັດທະນາ​ກ້າວ​ຂຶ້ນ​ສູ່​ລະດັບ​ໃໝ່.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ