ນາ​ຍົກ​ລັດຖະມົນຕີ​ຈີນ​ເດີນທາງ​ໄປ​ເຖິງ​ນະຄອນຫລວງ​​ຕັກສ​ເກັນ​ຂອງ​ອຸສ​ເບ​ກີ​ສະຖານ​ເພື່ອ​ເຂົ້າ​ຮ່ວມ​ກອງ​ປະຊຸມ​ຄັ້ງ​ທີ 12 ລະຫວ່າງ​ນາຍົກລັດຖະມົນຕີປະ​ເທດ​ສະມາຊິກ​ອົງການ​ຮ່ວມ​ມື​ຊຽງ​ໄຮ້
2013-11-29 11:36:56  cri 

 

ວັນ​ທີ 28 ພະ​ຈິກ​ນີ້, ທ່ານ​ຫລີ​ເຄີ້ສ໋ຽງ, ນາ​ຍົກ​ລັດຖະມົນຕີ​ຈີນ​ໄດ້ ເດີນທາງ​ໄປ​ເຖິງສະໜາມ​ບິນ​ໝາຍ​ເລກ 1 ຂອງ ນະຄອນຫລວງ​​ຕັກສ​ເກັນ​ຂອງ​ອຸສ​ເບ​ກີ​ສະຖານ​ເພື່ອ​ເຂົ້າ​ຮ່ວມ​ກອງ​ປະຊຸມ​ຄັ້ງ​ທີ 12 ລະຫວ່າງ​ນາຍົກລັດຖະມົນຕີປະ​ເທດ​ສະມາຊິກ​ອົງການ​ຮ່ວມ​ມື​ຊຽງ​ໄຮ້.

ທ່ານ​ຊາ​ຟກາດ ເມຍຊີ​​ໂ​​ຢ​ເຢ​​ຟ, ນາຍົກລັດຖະມົນຕີ​ອຸສ​ເບ​ກີ​ສະຖານພ້ອມ​ດ້ວຍ​ເຈົ້າ​ໜ້າ​ທີ່​ລະດັບ​ສູງ​ຂອງ​ລັດຖະບານ​ແລະ​ທ່ານ​ຈ່າງ​ຊ່ຽວ, ​ເອກ​ອັກຄະ​ລັດຖະທູດ​ຈີນ​ປະ​ຈໍາອຸສ​ເບ​ກີ​ສະຖານ​ໄດ້​ໄປ​ຕ້ອນຮັບ​ຢູ່​ສະໜາມ​ບິນ.

 

 

ທ່ານ​ຫລີ​ເຄີ້ສ໋ຽງ​ແມ່ນ​ໄດ້​ເດີນທາງ​ໄປ​ເຖິງ​ອຸສ​ເບ​ກີ​ສະຖານພາຍຫລັງເຂົ້າ​ຮ່ວມ​ການ​ພົບ​ປະລະ​ຫວ່າງ​ຜູ້​ນໍາ​ຈີນ​ກັບ​ຜູ້​ນໍາ​ເອີຣົບກາງ​ແລະ​ເອີຣົບຕາ​ເວັນ​ອອກ ​ແລະ​ສໍາ​ເລັດ​ການຢ້ຽມຢາມຣູມາ​ນີຢ່າງຈົບງາມ

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ