ໜ່ວຍ​ກຳ​ປັ່ນ​ປ້ອງ​ກັນ​ການ​ເດີນ​ເຮືອ​ຊຸດ​ທີ 15 ຂອງ​ກອງທັບ​ເຮືອ​ຈີນ​​ເດີນທາງ​ຢ້ຽມຢາມ​ຕັງ​ຊາ​ນີ
2013-12-30 16:19:16  cri 
ໜ່ວຍ​ກຳ​ປັ່ນ​ປ້ອງ​ກັນ​ການ​ເດີນ​ເຮືອ​ຊຸດ​ທີ 15 ຂອງ​ກອງທັບ​ເຮືອ​ຈີນທີ່​ປະກອບ​ດ້ວຍ​ກຳ​ປັ່ນ "ຈິ່ງ​ກ່າງ​ຊ່ານ"​ແລະ​ກຳ​ປັ່ນ "​ເຫີ​ງສຸຍ"​ ຊຶ່ງຫາ​ກໍ່​ສຳ​ເລັດ​ໜ້າ​ທີ່​ປ້ອງ​ກັນ​ການ​ເດີນ​ເຮືອ​ຢ່າງ​ຈົບງາມນັ້ນ​ໄດ້​ເດີນທາງ​ໄປ​ເຖິງ​ທ່າ​ກຳປັ່ນ DAR ES SALAAM ຂອງ​ຕັງ​ຊາ​ນີ​ໃນ​ວັນ​ທີ 29 ທັນ​ວາ​ນີ້,​ເລີ່​ມຢ້ຽມຢາມ​ສັນທະ​ວະ​ໄມຕີຕັງ​ຊາ​ນີ​ເປັນ​ເວລາ 4 ວັນ.

ນີ້​ແມ່ນ​ປະ​ເທດ​ທຳ​ອິດ​ທີ່​ໜ່ວຍ​ກຳ​ປັ່ນ​ປ້ອງ​ກັນ​ການ​ເດີນ​ເຮືອ​ຊຸດ​ທີ 15 ຂອງ​ກອງ​ທຳ​ເຮືອ​ຈີນ​ເດີນທາງ​ໄປ​ຢ້ຽມຢາມ​ໃນ​ໄລຍະ​ເດີນທາງ​ກັບ​ຄືນ​ປະ​ເທດ.​ໃນ​​ໂອກາດ​ຢ້ຽມຢາມຕັງ​ຊາ​ນີ, ນາຍ​ແລະ​ພົນທະຫານ​ຂອງ​ໜ່ວຍ​ກຳ​ປັ່ນ​ຈີນ​ຈະ​ດຳ​ເນີນກິດຈະກຳ​ແລກປ່ຽນ​ຕ່າງໆ​ກັບ​ນາຍ​ແລະ​ພົນ​ທະ​ຫານ​​ເຮືອ​ຕັງ​ຊາ​ນີ​ເຊັ່ນ​ຢ້ຽມຢາມ​ກຳ​ປັ່ນ​ຮົບ​ເຊິ່ງກັນ​ແລະ​ກັນ​ເປັນ​ຕົ້ນ. ກອງ​ຕີ​ພິ​ເສດ​ຈີນ​ຈະ​ຮ່ວມ​ກັບກອງ​ທັບ​ເຮືອ​​ສະ​ເທືອ​ນນ້ຳສະ​ເທືອ​ນບົກ​ຂອງ​ຕັງ​ຊາ​ນີຈະສະ​ແດງ​ການ​ຝຶກ​ຊ້ອມ​ໃນ​ດ້ານ​ຕ່າງໆ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ