ວິ​ສາ​ຫະກິດ​ກາ​ຕູນ​ຈີນ​​ຮັບ​ສະໝັກການ​ປະ​ກວດຮູບ​ກາ​ຕູນ "​ເດັກນ້ອຍ​ໃນ​ວັນ​ກຸດ​ຈີນ" ຈາກ​ທົ່ວ​ໂລກ
2014-01-24 15:05:48  cri 
ຕາມ​ຂ່າວສານ​ຊິນ​ຮວາ, ​ໃນ​ຫຼາຍ​ມື້​ມໍ່ໆ​ມາ​ນີ້, ບໍລິ​ສັດ​ເສິນ​​ເຈ້ຍ​ມ້ານ​ຮວ້າທ່ຽນ​ສິນ ທີ່​ເປັນ​ວິ​ສາ​ຫະກິດ​ກາ​ຕູນ​ທີ່​ມີ​ຊື່​ສຽງ​ຂອງ​ຈີນ ​ໄດ້​ເລີ່​ມການ​ປະ​ກວດກາ​ນອອກ​ແບບ​ຮູບ​ກາ​ຕູນ​ທົ່ວ​ໂລກຊື່ວ່າ "​​ເດັກນ້ອຍ​ໃນ​ວັນ​ກຸດ​ຈີນ". ຊ່ຽວຊານ​ກາ​ຕູນ​ພາຍ​ໃນ​ຈີນ​ແລະ​ຕ່າງປະ​ເທດ​ຫຼາຍ​ທ່ານ​ຈະ​ເປັນ​ທີ່​ປຶກສາ​ແລະ​ເປັນ​ກຳມະການ​ໃນ​ການ​ປະ​ກວດຄັ້ງ​ນີ້. ທ່ານ​ຈ່າງ​ປິ່ນ ປະທານ​ສະມາຄົມ​ອຸດສາຫະກຳ​ວັດທະນະທຳ​ຈີນ​ກ່າວ​ວ່າ, ບຸນ​ກຸດ​ຈີນ​ແມ່ນ​ບຸນ​ປະ​ເພນີ​ຂອງ​ປະຊາ​ຊາດ​ຈີນ, ສາມາດ​ຜ່ານ​ຈາກ​ການ​ອອກ​ແບບ​ຮູບ​ກາ​ຕູນ ​ເພື່ອ​​​ສ້າງກາ​ຕູນ​ຍີ່​ຫໍ່​ຊື່​ດັງ​ທີ່​ເຕັມ​​ໄປ​ດ້ວຍ​ວັດທະນະທຳ​ທີ່​ອຸດົມສົມບູນ​ຂອງ​ຈີນ, ​​ແລະ​​ເປັນ​ການໂຄສະນາ​ວັດທະນະທຳ​ດັ້ງ​ເດີມ​ຂອງ​ຈີນ​ຕໍ່​ໂລກ.

ຂ່າວ​ແຈ້ງວ່າ, ​ເລີ່​ມ​ແຕ່​ເດືອນ​ກຸມພາ​ປີ​ນີ້​ເປັນ​ຕົ້ນ​ໄປ, ຝ່າຍ​ເຈົ້າພາບ​ຈະ​ຈັດ​ກິດຈະກຳ​ໂຄສະນາ​ວັດທະນະທຳ​​ໃນ​ວັນບຸນ​ກຸດ​ຈີນ ​ແລະການ​ອອກ​ແບບ​ຮູບ​ກາ​ຕູນ "​ເດັກນ້ອຍ​ໃນ​ວັນ​ກຸດ​ຈີນ" ​ເຊິ່ງ​ໄດ້​ຈັດ​ຂຶ້ນຢູ່​ຫຼາຍ​ຕົວ​ເມືອງ​ຂອງ 10 ກວ່າ​ປະ​ເທດ​ແລະ​ເຂດ​ແຄວ້ນ​ໃນ​ໂລກ ​ເຊັ່ນ: ນະຄອນຫຼວງ​ບາງກອກ​ຂອງ​ໄທ, ນະຄອນຫຼວງ​ຈາກ​າກຕາ​ຂອງ​ອິນ​ໂດ​ເນ​ເຊຍ, ນະຄອນຫຼວງ​ເຊ​ອຸ່ນ​ຂອງ​ສ.​ເກົາຫຼີ, ນະຄອນ​ຊັນ​ຕີ​ອາ​ໂກ​ຂອງ​ອາ​ເມ​ລິ​ກາ​ແລະ​ອື່ນໆ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ