ຕຳຫຼວດຈີນ​ແລະ​ຫວຽດນາມ​ຮ່ວມ​ກັນ​ຄຸ້ມ​ຄອງ​ການ​ຂົນ​ສົ່ງຂ້າມ​ຊາຍ​ແດນ​ໃນ​ຍາມ​ບຸ​ນກຸດ​ຈີນ
2014-01-24 16:18:30  cri 
ຕາມ​ຂ່າວສານ​ຈີນ, ວັນ​ທີ 23 ມັງກອນ​ນີ້, ​ເຈົ້າ​ໜ້າ​ທີ່​ຕຳຫຼວດ​ຈີນ​ແລະ​ຫວຽດນາມ​ໄດ້​ຮ່ວມ​ກັນ​ຄຸ້ມ​ຄອງ​ການ​ຂົນ​ສົ່ງ​ຂ້າມ​ຊາຍ​ແດນ​ຢູ່​ເຂດ​ການ​ຄ້າ​ຊາຍ​ແດນ​ຜູ​ຈ້າຍ​ນະຄອນ​ຜິ​ງສຽງ​ເຂດ​ປົກຄອງ​ຕົນ​ເອງ​ເຜົ່າ​ຈ້ວງ​ກວາງຊີ​ຈີນ.

​ເຈົ້າ​ໜ້າ​ທີ່​ຕຳຫຼວດ​ຈະລາຈອນ​ນະຄອນ​ສົງ​ຈົວ​ເຂດ​ກວາງຊີ​ຈີນ​ກ່າວ​ວ່າ, ສອງ​ປະ​ເທດ​ຈີນ​ແລະ​ຫວຽດນາມ​ມີ​ຮີດ​ຄອງ​ປະ​ເພນີ​ທີ່​ຄ້າຍຄື​ກັນ, ປະຊາຊົນ​ສອງ​ປະ​ເທດ​ລ້ວນ​ແຕ່​ສະຫຼອງ​ບຸນ​ກຸດ​ຈີນ, ​ໃນ​ຖານະ​ເປັນ​ຕະຫຼາດ​ເຂດ​ການ​ຄ້າ​ຊາຍ​ແດນ​ທີ່​ໃຫຍ່​ທີ່​ສຸດ​ຢູ່​ຕາມ​ຊາຍ​ແດນ​ຈີນ​ຫວຽດນາມ, ຄວາມ​ກົດ​ດັນ​ດ້ານ​ຄົມມະນາຄົມ​ກໍ​ໄດ້​ເພີ່ມ​ຂຶ້ນ​ຢ່າງ​ເດັ່ນ​ຊັດ,. ສອງ​ຝ່າຍ​ໄດ້​ກ້າວ​ເຖິງ​ຂັ້ນ​ມີ​ຄວາມ​ຮັບ​ຮູ້​ຄື​ກັນ​ກ່ຽວ​ກັບ​ວຽກ​ງານ​ຄຸ້ມ​ຄອງ​ຄວາມ​ປອດ​ໄພ​ດ້ານ​ຂົນ​ສົ່ງ​ໝາກ​ໄມ້​ເຂົ້າ​ອອກ​ເມືອງ​ຕາມ​ຖະໜົນ​ຫົນທາງ​​ໃນ​ຍາມ​ມີ​ລົດ​ເຂົ້າ​ອອກ​ເມືອງ​ຫຼາຍ, ​ແຕ່ລະ​ມື້, ​ເຈົ້າ​ໜ້າ​ທີ່​ປ້ອງ​ກັນຊາ​ຍ​ແດນ​ຂອງ​ຫວຽດນາມ​ແລະ​ຕຳຫຼວດ​ຈະລາຈອນ​ຂອງ​ນະຄອນ​ຜິ​ງສຽງ​ຈະ​ຕ້ອງໄປ​ປະຕິບັດ​ໜ້າ​ທີ່ຢູ່​ດ່ານ​ຊາຍ​ແດນ​ເປັນ​ປະຈຳ ​ເພື່ອ​ອຳນວຍ​ຄວາມ​ສະດວກ​ໃຫ້​ລົດ​ເຂົ້າ​ອອກ​ເມືອງ​ເປັນ​ງວດ​ຢ່າງ​ເປັນ​ລະບຽບ.

ນອກ​ນີ້, ພະ​ແນ​ກທາງ​ລົດ​ໄຟ​ໜານ​ໜິງກໍ​ໄດ້​ເພີ່ມ​ທະວີ​ການ​ປະສານ​ງານ​ກັບ​ພາກສ່ວນ​ທາງ​ລົດ​ໄຟ​ຂອງ​ຫວຽດນາມ, ອຳນວຍ​ຄວາມ​ສະດວກ​ໃຫ້​ຜູ້​ໂດຍສານ​ຢ່າງ​ທັນ​ການ, ​ເພື່ອ​ຮັບ​ມື​ກັບ​ສະພາບ​ການ​ທີ່​ຜູ້​ໂດຍສານມີ​ຫຼາຍ​ກວ່າ​ຄວາມ​ສາມາດ​ຂົນ​ສົ່ງ​ຜູ້​ໂດຍສານ​ຂອງ​ທາງ​ລົດ​ໄຟ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ