ນະຄອນຫຼວງ​ວຽງ​ຈັນ​ເຕັມ​ໄປ​ດ້ວຍ​ບັນຍາກາດ​ບຸນ​ກຸດ​ຈີນ
2014-01-29 18:37:25  cri 

ຄຽງ​ຄູ່​ກັບ​ບຸນ​ກຸດ​ຈີນ​ປີ​ມະ​ເມຍຕາມ​ຈັນທະຄະຕິ​ຈີນ​ໃກ້​ຈະ​ວຽນມາ​ເຖິງ, ຕະຫຼາດ​ບາງ​ແຫ່ງ​ຢູ່​ນະຄອນຫຼວງ​ວຽງ​ຈັນ​ໄດ້​ປະດັບ​ດ້ວຍ​ໂຄມ​ໄຟ​ສີ​ແດງ,ຕົວ​ໜັງສື "福"ສີຄຳ(​ແປ​ເປັນ​ພາສາ​ລາວ​ແມ່ນ​ໂຊກ​ດີ)​ແລະ​ເຈັ້ຍ​ຂຽນ​ຄຳ​ອວຍພອນ​ປີ​ໃໝ່​​,ຊຶ່ງ​​ເຕັມ​ໄປ​ດ້ວຍ​ບັນຍາກາດ​ກຸດ​ຈີນ​ທີ່ມີ​ສີສັນ​ສີ​ລິ​ມຸງ​ຄູນ​ແລະ​ເບີກບານ​ມ່ວນ​ຊື່ນ,​ໄດ້​ດຶງ​ດູດ​ລູກ​ຄ້າ​ຈຳນວນ​ຫຼວງ​ຫຼາຍ​ມາ​ຊີ້​ເຄື່ອງ​ສຳລັບ​ບຸນ​ກຸດ​ຈີນ​​ແລະ​ອະທິຖານ​ໃຫ້​ມີ​ຄວາມສຸກ​ໂຊກ​ດີ​ໃນ​ຕະຫຼອດ​ປີ​ໃໝ່​ນີ້.


ຄຽງ​ຄູ່ກັບ​ເສດຖະກິດ​ລາວ​ໄດ້​ມີ​ການ​ພັດທະນາ​ຢ່າງ​ຈະ​ເລີ​ນຮຸ່​ງ​ເຮືອງ, ນັກທຸລະກິດ​ຈີນ​ໄດ້​ພາກັນ​ໄປ​ລົງທຶນ​ຢູ່​ລາວ, ​​ເຈົ້າ​ຂອງ​ຮ້ານ​ອາຫານ,​ຮ້ານ​ພັກ​ແລະ​ບາ​ເຫຼົ້າ​ຫຼາຍ​ແຫ່ງ​ຂອງ​ລາວ​ລ້ວນ​ແຕ່​ຫວັງ​ຢາກ​ຂາຍ​ດິບ​ຂາຍ​ດີ​ໃນ​ໄລຍະ​ບຸກກຸດ​ຈີນ. ຜູ້ອຳນວຍການ​ຂອງ​ຮ້ານ​ອາຫານ​ລາວ​ແຫ່ງ​ໜຶ່ງ​ບອກ​ວ່າ, ​ບຸນ​ກຸດ​ຈີນ​ໃນ​ແຕ່ລະ​ປີ,ພວກ​ເຮົາ​ລ້ວນ​ແຕ່​ໄດ້​​​ແຂວນ​ໂຄມ​ໄຟ​ແດງ,ຫວັງ​ວ່າ​ຈະ​ສາມາດ​ດຶງ​ດູດ​ຄົນ​ຈີນ​ມາ​ກິນ​ເຂົ້າ​ຢູ່​ຮ້ານ​ອາຫານ​ຂອງ​ຕົນ, ​ແນ່ນອນ​ແລ້ວ​ກໍ່​ຫວັງ​ວ່າ​​ໂຄມ​ໄຟ​ແດງ​ຈະ​ສາມາດ​ນຳ​ເອົາ​ໂຊກ​ດີ​ມາ​ໃຫ້​ພວກ​ເຮົາ,ປີ​ໃໝ່​ຈະ​​ໄດ້​ຂາຍ​ໝານ,ມີ​ເງິນ​ມີ​ຄຳ​ຫຼາຍ​ຂຶ້ນ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ