ທ່ານ​ບັນ​ກີ​ມູນ​ອວຍພອນ​ໃຫ້​ປະຊາຊົນ​ຈີນ​ຈົ່ງ​ສະບາຍດີ​ປີ​ໃໝ່
2014-01-30 10:04:03  cri 
ຕາມ​ຂ່າວສານ​ຊິນ​ຮວາ, ​ເນື່ອງ​ໃນ​ໂອກາດບຸນ​ປີ​ໃໝ່​ຕາມ​ຈັນທະຄະຕິ​ຈີນ2014​ໃກ້​ຈະ​ວຽນມາ​ເຖິງ, ວັນ​ທີ 29 ມັງກອນ​ນີ້, ທ່ານ​ບັນ​ກີ​ມູນ ​ເລຂາທິການ​ໃຫຍ່​ອົງການ​ສະຫະ​ປະຊາ​ຊາດ​ໄດ້ກ່າວ​ຄຳ​ອວຍພອນ​ທາງ​ວີ​ດີ​ໂອ​ຜ່ານ​ທາງເວັບ​ໄຊ​ທາງ​ການ​ຂອງ​ອົງການ​ສະຫະ​ປະຊາ​ຊາດ, ອວຍ​ພອນ​ໃຫ້​ປະຊາຊົນ​ຈີນ​ຈົ່ງ​ສະບາຍດີ​ປີ​ໃໝ່.

ພໍ​ເລີ່​ມຕົ້ນ, ທ່ານ​ບັນ​ກີ​ມູນ​ໄດ້​ໃຊ້​ພາສາ​ຈີ​ນ​ແລະ​ພາສາ​ອັງກິດ​ເວົ້າ​ວ່າ: "ສະບາຍດີ​ປີ​ໃໝ່! ຂ້າ​ພະ​ເຈົ້າ​ແມ່ນ​ບັນ​ກີ​ມູນ ​ເລຂາທິການ​ໃຫຍ່​ອົງການ​ສະຫະ​ປະຊາ​ຊາດ." ຕໍ່​ມາ, ທ່ານ​ໄດ້​ກ່າວ​ຄຳ​ອວຍພອນ​ດ້ວຍ​ພາສາ​ອັງກິດ​ວ່າ: "​ເນື່ອງ​ໃນ​ໂອກາດ​ປີ​ໃໝ່​ປີ​ມະ​ເມຍ​ໃກ້​ຈະ​ວຽນມາ​ເຖິງ, ຂ້າພະ​ເຈົ້າ​ຂໍ​ສະ​ແດງ​ຄວາມ​ຢື້​ຢາມຖາມ​ຂ່າວ​ຢ່າງ​ຈິງ​ໃຈ​ຕໍ່​ທ່ານ​ແລະ​ຄອບຄົວ​ຂອງ​ທ່ານ. ສະຫະ​ປະຊາ​ຊາດ​ຮູ້ສຶກ​ເປັນ​ກຽດ​ທີ່​ສຸດ ທີ່​ສາມາດ​ຮ່ວມ​ມື​ກັບ​ປະຊາຊົນ​ຈີນ​ຢ່າງ​ແໜ້ນ​ແຟ້ນ​ໃນ​ຫົວ​ຂໍ້​ສັນຕິພາບ, ການ​ພັດທະນາ, ສິດທິ​ມະນຸດ​ແລະ​ຫົວ​ຂໍ້​ອື່ນໆ. ຂ້າພະ​ເຈົ້າ​ຂໍ​ສະ​ແດງ​ຄວາມ​ຂອບ​ໃຈ​ຢ່າງ​ຈິງ​ໃຈ​ຕໍ່​ບັນດາ​ທ່ານ​ທີ່​​ໃຫ້​ຄຳ​ໝັ້ນ​ສັນຍາ​ແລະ​ມີການ​ປະກອບ​ດສ່ວນ​ໃນ​ດ້ານ​ນີ້. ຂໍ​ອວຍພອນ​ໃຫ້​ບັນດາ​ທ່ານ​ຈົ່ງມີ​ສຸຂະພາບ​ເຂັ້ມ​ແຂງ, ຄອບຄົວ​ມີ​ຄວາມສຸກ ​ແລະສົມ​ຄວາມ​ປາ​ຖະໜາ​ທຸກ​ປະການ​ໃນ​ປີ​ໃໝ່​ນີ້."
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ