ກິດຈະກຳ"ສຸກ​ສັນ​ບຸນ​ກຸດ​ຈີນ" 2014 ຂອງ​ໄທ​ໄດ້​ເປີດ​ສາກຂຶ້ນ​ແລ້ວ
2014-01-30 11:18:22  cri 
ຕາມ​ຂ່າວສານ​ຊິນ​ຮວາ, ຕອນ​ຄ່ຳ​ວັນ​ທີ 29 ມັງກອນ​ນີ້, ກິດຈະກຳ​ສະ​ເຫຼີ​ມສະຫຼອງ "ສຸກ​ສັນ​ບຸນ​ກຸດ​ຈີນ" 2014ຂອງ​ໄທ​ໄດ້​ເປີດ​ສາກ​ຂຶ້ນຢ່າງ​ຄຶກຄື້ນ​ຢູ່​ຈັງຫວັດ​ສຸ​ພັນ​ບູລີ​ຂອງ​ໄທ, ຄະນະ​ສິລະ​ປິນທີ່​ມາ​ຈາກ 10 ​ເຂດ​ແຂວງ​ຂອງ​ຈີນ​ໄດ້​ສະ​ແດງ​ລາຍ​ການ​ຕ່າງໆ​ທີ່​ດີ​ເດັ່ນ​ແກ່​ປະຊາຊົນ​ໄທ​ຢູ່​ສະໜາມ​ຫຼວງ​ທີ່ຢູ່​ຕໍ່ໜ້າ​ຫໍພິພິທະ​ພັນ "ຄົນ​ລຸ້ນຫຼັງ​ເຊື້ອ​ຊາດ​ມັງກອນ", ​ເພື່ອ​ຕ້ອນຮັບ​ປີ​ໃໝ່​ປີ​ມະ​ເມຍ​ຕາມ​ຈັນທະຄະຕິ​ຈີນ.

ມື້​ດຽວ​ກັນ, ນັກ​ສິລະ​ປິນຈີນ​ແລະ​ໄທ​ໄດ້​ຮ່ວມ​ກັນ​ສະ​ແດງ​ລາຍການ​ຕ່າງໆ ດ້ວຍບັນຍາກາດ​ຟົດ​ຟື້ນ​​ແລະຄຶກຄື້ນ​ທີ່​ສຸດ. ຄະນະ​ສິລະ​ປິນຈີນ​ໄດ້​ສະ​ແດງ​​ໄຕ່​ລວດ​ເຫຼັກ, ​ເສບ​ເຄື່ອງ​ດົນຕີ​ພື້ນ​ເມືອງ, ລາຍການຟ້ອນ​ເຕັ້ນ​ຊົນ​ເຜົ່າ, ງິ້ວທ້ອງ​ຖິ່ນ​ແລະ​ອື່ນໆ, ລ້ວນ​ແຕ່​ໄດ້​ຮັບ​ຄວາມຕ້ອນຮັບ​ຊົມ​ເຊີຍ​ຈາກ​ຜູ້​ຊົມຈຳນວນ​​ເກືອບ​ໝື່ນ​ຄົນ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ