ຕຶກ Empire State ​ໄດ້​ເປີດ​​ໄຟ​ແສງ​ສະຫວ່າງ​​ອີກ​ຄັ້ງໜຶ່ງ​ເພື່ອສະ​ຫຼອງ​ບຸນ​ກຸດ​ຈີນ
2014-01-31 15:37:08  cri 

​ໃນວັນ​ທີ 30 ​ແລະວັນ​ທີ 31 ມັງກອນ​ນີ້ຕາມ​ເວລາ​ທ້ອງ​ຖິ່ນ, ຢູ່ຕຶກ Empire State ທີ່​ເປັນອາຄານສັນຍາ​ລັກ​ຂອງ​ນະຄອນ​ນິວຢອກໄດ້​ເປີດ​ໄຟ​ແສງ​ສະຫວ່າງ​​ເພື່ອ​ບຸນ​ກຸດ​ຈີນ, ​​ເພື່ອພ້ອມ​ກັບ​ຊາວ​ຈີນ​​ໃນ​ທົ່ວ​ໂລກສະ​ເຫຼີ​ມສະຫຼອງບຸນປະ​ເພນີ​ສີ​ລິ​ມົງຄຸນ​ດັ່ງກ່າວ​ນີ້.

​ໃນ​ເວລາ​ເຂົ້າຮ່ວມ​ພິທີ​​ເປີດ​ໄຟ​ແສງ​ສະຫວ່າງ​ທີ່ຈັດ​ຂຶ້ນ​ຢູ່ຕຶກ Empire State , ທ່ານ​ຊູ່​ນກົວ​ຊຽງ,ກົງ​ສຸນ​ໃຫຍ່ຈີນ​ປະຈຳ​ນິວຢອກ​ໄດ້​ກ່າວ​ຄຳ​ປາ​ໄສ​ວ່າ,ດອກ​ໄຟ​ສີ​ທີ່​ປະດັບ​ຢູ່​​ເທີ​ງຕຶກ Empire State ບໍ່​ພຽງ​ແຕ່​ໄດ້​ສົ່ງ​ຕໍ່​ສັນຕິພາບ, ຄວາມ​ຫວັງ, ການ​ຮ່ວມ​ມື ​ແລະ​ຄວາມສຸກ​ເທົ່າ​ນັ້ນ, ຍັງ​ໄດ້​​ເປັນ​ສັນຍາ​ລັກ​ແຫ່ງ​ມິດຕະພາບ​ລະຫວ່າງ​ປະຊາຊົນ​ສອງ​ຊາດ​ອີກ​ດ້ວຍ. ປີ​ນີ້​ແມ່ນ​ປີ​ທີ່​ຈີນ​ແລະ​ອາ​ເມ​ລິ​ກາສ້າງສາ​ຍພົວພັນ​ທາງ​ການ​ທູ​ດຄົບຮອບ 35 ປີ, ດີ​ໃຈ​ຫຼາຍ​ທີ່​ໄດ້​ເຫັນ​ວ່າການ​ພົວພັນ​ລະຫວ່າງ​ສອງ​ປະ​ເທດ​​ໄດ້​ກ້າວສູ່​ລວງ​ເລິກ​ຢ່າງ​ບໍ່​ຢຸດ​ຢັ້ງ.

​ໃນ​ໄລຍະ​ບຸນ​ກຸດ​ຈີນ ຢູ່ຕຶກ Empire State ,ນັກ​ທ່ອງ​ທ່ຽວຢູ່​ນິວຢອກ​ຍັງ​ມີ​ໂອກາດ​ຊົມ​ງານ​ວາງສະ​ແດງ​ທີ່​ມີ​ຫົວ​ຂໍ້​ວ່າ "ປ່ອງຢ້ຽມບຸນ​ກຸດ​ຈີນ" ທີ່​ມີ​ລັກສະນະ​ພິ​ເສດ, ຜ່ານ​ຕູ້​ແກ້ວ​ວາງສະ​ແດງ 4 ຕູ້​ສາມາດ​ຮັບ​ຮູ້ວັດທະນະທຳ​ດັ້ງ​ເດີມ​ຂອງ​ຈີນ, ສ່ວນ​ເຄື່ອງປັ້ນດິນ​ເຜົາທີ່​ມີ​ຊື່ວ່າ "ມ້າ​ນຳ​ໂຊກ​ໃນ​ຍຸກ​ຈະ​ເລີ​ນຮຸ່ງ​ເຮືອງ"ທີ່​ເປັນ​ຜົນງານ​ປະດິດຂອງ​ທ່ານ​ກົ່ວ​ເຟີ່ງ, ນັກ​ດົນຕີ​ຂອງ​ຈີນ​ກໍ​ຈະນຳ​ມາ​ວາງສະ​ແດງ​ຢູ່​​ໃນ​ງານ​ຄັ້ງນີ້ຄື​ກັນ.

图释: ທ່ານ​ຊູ່​ນກົວ​ຊຽງ,ກົງ​ສຸນ​ໃຫຍ່ຈີນ​ປະຈຳ​ນິວຢອກ​ແລະທ່ານ​ກົ່ວ​ເຟີ່ງ,ນັກ​ດົນຕີ​ຂອງ​ຈີນ​​ໃນ​ພິທີ​ເປີດ​ໄຟ​​ແສງ​ສະຫວ່າງ

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ