ການ​ອວຍພອນປີ​ໃໝ່​ຜ່ານ​ວິ​ຈັດ(WeChat)​ທາງ​ອິນ​ເຕີ​ເນັດ​ກຳລັງນິຍົມ​ກັນ​​ໃນ​ໄລຍະ​ບຸນ​ກຸດຈີນປີ​ມ້າ​ປີ​ມະ​ເມຍ
2014-01-31 16:59:50  cri 
ການ​ອວຍພອນ​ປີ​ໃໝ່​ ຊຶ່ງ​​ເປັນ​ກິດຈະ​ກຳ​ຂອງ​ຊາວ​ຈີນ​ໃນ​ການສະຫຼອງ​ບຸນ​ກຸດ​ຈີນ​ທີ່​ມີ​ມາ​​ແຕ່ດົນ​ແລ້ວ​, ປັດຈຸບັນ ​ຍ້ອນ​ມີ​ການ​ໃຊ້ວິ​ຈັດ​ທາງ​ອິນ​ເຕີ​ເນັດ​ກໍ​ໄດ້​ເພີ່ມ​ບັນຍາກາດ​ມ່ວນ​ຊື່ນ​ທີ່​ຕ່າງ​ກັບ​ແຕ່​ກ່ອນ.

ວັນ​ທີ 30 ມັງກອນ​ນີ້​ແມ່ນມື້​ສົ່ງ​ທ້າຍ​ປີ​ເກົ່າ​ຕ້ອນຮັບ​ປີ​ໃໝ່​ຕາມ​ຈັນທະຄະຕິ​ຈີນ, ຮອດ​ປັດຈຸບັນ ກິດຈະກຳ​ອວຍພອນ​ປີ​ໃໝ່ກໍ​ເລີ່​ມ​ເຂົ້າສູ່​ບັນຍາກາດ​ຄຶກຄື້ນ​ມ່ວນ​ຊື່ນ​ເຖິງ​ຈຸດສູງສຸດ​ແລ້ວ​. ດຽວ​ນີ້ ​ຄົນ​ທັງຫຼາຍ​ນິຍົມ​ກັນນຳໃຊ້​​​ເຄືອ​ຂ່າ​ຍອິນ​ເຕີ​ເນັດເຄື່ອນ​ທີ່ ຄື​ໃຊ້​ວິ​ຈັດ​ສົ່ງ​ຄວາມອວຍ​ພອນປີ​ໃໝ່ບຸນ​ກຸດ​ຈີນຊຶ່ງ​ກັນ​ແລະ​ກັນ ກໍ​ກາຍ​ເປັນທາງເລືອກ​ໃໝ່​ແລ້ວ.

ການໃຊ້​ວິ​ຈັດ​ສົ່ງຄວາມ​ອວຍ​ພອນປີ​ໃໝ່​​ໄດ້​ຮັບ​ຄວາມ​ນິຍົມສູງ,ສາ​ເຫດ​ສ່ວນ​ໜຶ່ງ​ແມ່ນ​ຍ້ອນ​ວ່າ ​ໃນ​ທາງ​ວິ​ຈັດ​ມີ​ເນື້ອ​ໃນ​ອວຍພອນ​ຫຼາຍ​ຢ່າງ,ມີ​​ເອກະລັກ​ສ​ະ​ເພາະ​ຕົວຫຼາຍ. ທ້າວ​ວັງ​ເພີງ​​ເຟີ​ຍ, ນັກ​ສຶກສາ​ມະຫາວິທະຍາ​ໄລການ​ເມືອງ​ແລະ​ກົດໝາຍ​ຈີນ​ບອກ​ນັກ​ຂ່າວ​ວ່າ, ​ເມື່ອ​ລາວ​ສົ່ງຂໍ້ຄວາມ​ວິ​ຈັດອວຍພອນ​ປີ​ໃໝ່​ຫຼາຍ​ຂໍ້​ໃຫ້​ໝູ່ ມັກ​ຕື່ມ​ໃສ່​ວິ​ດີ​ໂອ​ຫຼື​ພາບ, ຕາມ​ປົກກະຕິ ການ​ສົ່ງ​ຂໍ້ຄວາມສັ້ນທຳ​ມະ​ດາ​ແມ່ນຍາກ​ທີ່​ຈະ​ເຮັດ​ໄດ້ຄື​ແນວ​ນີ້.

ນອກ​ນີ້,ວິທີ​ການ​ສື່ສານກັນ​ທາງ​ວິ​ຈັດ​ແມ່ນ​ສາມາດ​ລົມ​ກັນ​​ແບບສອງ​ຕໍ່​​ສອງ,ຄົນ​ໜຶ່ງ​ຕໍ່​ຫຼາຍ​ຄົນ,ຫຼື​ຫຼາຍ​ຄົນ​ລົມ​ຮ່ວມ​ກັນ,ມີ​ຄວາມ​ຄ່​ອງ​ແຄ້ວ​ສະບາຍ​ກວ່າ,​ແລະ​ມີ​ບັນຍາກາດ​ຄຶກຄື້ນ​ກວ່າ, ອີກ​ດ້ານ​ໜຶ່ງ​ຍ້ອນ​ວ່າ​ ການ​ໃຊ້ວິທີ​ນີ້​ປະຢັດ​ກວ່າ​ການ​ໃຊ້​ຂໍ້ຄວາມສັ້ນ,ຫຼາຍ​ໆ​ຄົນ​ຈຶ່ງ​ໄດ້​ເລືອກ​ເອົາການ​ໃຊ້​ວິ​ຈັດ​ອວຍພອນ​ປີ​ໃໝ່​ແກ່​ກັນ.

​ແຕ່​​ເຖິງ​ວ່າການ​​​​ໃຊ້ວິ​ຈັດ​​ໄດ້​ຮັບ​ຄວາມ​ນິຍົມສູງ​ໃນ​ເວລາ​ບຸນ​ກຸດ​ຈີນ​ໃນ​ການ​ອວຍພອນ​ປີ​ໃໝ່​ປີ​ມະ​ເມຍ​ກໍ​ຕາມ,​ແຕ່ການ​ໂທລະສັບ,ສົ່ງ​ຂໍ້ຄວາມສັ້ນ​ແລະ​ວິທີ​​ເກົ່າ​ອື່ນໆ​ກໍ​ໄດ້​ຮັບ​ຄວາມ​ນິຍົມຈາກ​ຜູ້​ຄົນ​ສ່ວນ​ໜຶ່ງ​ເຊັ່ນ​ດຽວ​ກັນ.

ຕໍ່​ຮູບ​ການ​ອວຍພອນ​ປີ​ໃໝ່​ຂອງ​ຈີນ​ທີ່​ຈາກ​ການ​ໂທລະສັບ​ແລະ​ສົ່ງ​ຂໍ້ຄວາມສັ້ນ​ປ່ຽນ​​​ເປັນການ​ໃຊ້​ວິ​ຈັດ​ທາງ​ອິນ​ເຕີ​ເນັດ​ດັ່ງກ່າວ​ນີ້,ທ່ານ​ກົ່ວ​ຊີ້​ງກວ່າ​ງ, ສາ​ສະ​ດາ​ຈານ​ຂອງ​ສະ​ຖາ​ບັນ​ຂ່າວ​ແລະ​ສື່​ມະຫາວິທະຍາ​ໄລ​ຊິ່ນ​ຮວາ​ກ່າວ​ວ່າ, ສິ່ງ​ທີ່​ປ່ຽນ​ແປງ​ແມ່ນ​ສື່ກາງ, ສິ່ງ​ທີ່​ບໍ່​ປ່ຽນ​ແປງນັ້ນ​ແມ່ນ​ປະ​ເພນີ​ອວຍພອນ​ປີ​ໃໝ່. ຊາວ​ຈີນ​ເອົາ​ໃຈ​ໃສ່​ມິດຕະພາບ​ນັ້ນບໍ່​ໄດ້ມີ​ປ່ຽນ​ແປງ​ແຕ່​ຢ່າງ​ໃດ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ