ແຫ່ງ​ຕ່າງໆ​ຂອງ​ຈີນ​ຕ້ອນຮັບປີ​ໃໝ່​ປີ​ມະ​ເມຍ​ຢ່າງ​ຄຶກຄື້ນ​ມ່ວນ​ຊື່ນ, ບັນຫາ​ອະນຸລັກ​ສິ່ງ​ແວດ​ລ້ອມ​ໄດ້​ຮັບ​ຄວາມ​ສົນ​ໃຈ​ຫຼາຍ​ທີ່​ສຸດ​ຈາກປະຊາຊົນ
2014-01-31 16:52:34  cri 
ບຸນ​ກຸດ​ຈີນ​ແມ່ນ​ບຸນ​ປະ​ເພນີ​ທີ່​ມີ​ສີສັນພິ​ເສດ​ຫຼາຍ​ທີ່​ສຸດຂອງ​ຈີນ. ວັນ​ທີ 31 ມັງກອນນີ້​ແມ່ນ​ມື້​ອອກ​ໃໝ່​ຄຳ​ໜຶ່ງ​ເດືອນ​ຈຽງ​ຄື​ວັນ​ຂຶ້ນ​ປີ​ໃໝ່​ກຸດ​ຈີນ, ປະຊາຊົນ​ຢູ່​ແຫ່ງ​ຕ່າງ​ໆ​ຂອງ​ຈີນ​ກຳລັງ​ສະ​ເຫຼີ​ມສະຫຼອງ​ບຸນ​ປະ​ເພນີ​ສຳຄັນ​ທີ່​ສຸດ​ດັ່ງກ່າວ​ດ້ວຍ​ຫຼາຍ​ຮູບ​ຫຼາຍ​ສີ. ພ້ອມ​ກັນ​ນັ້ນ, ຍ້ອນ​​ເປັນ​ຫ່ວງ​ວ່າການ​ຈູດ​ດອກ​ໄມ້​ບັ້ງ​ໄຟ​ແລະ​ໝາກກະ​​ໂພ​ກຈະ​​ເຮັດ​ໃຫ້​​ມີ​ມົນ​ລະ​ພິດ​ທາງ​ອາກາດຫຼາຍ​ກວ່າ​ເກົ່າ, ມີ​ປະຊາຊົນ​ຈຳນວນ​ຫຼວງຫຼາຍຈຶ່ງ​ບໍ່​​ໄດ້ຈູດ​ດອກ​ໄມ້​ບັ້ງ​ໄຟ​ແລະ​ໝາກກະ​ໂພ​ກຫຼື​ຈູດ​ໃຫ້​ໜ້ອຍ​, ການ​ອະນຸລັກ​ສິ່ງ​ແວດ​ລ້ອມ​ກໍ່​ໄດ້​ກາຍ​ເປັນ​ຫົວ​ຂໍ້​ໜຶ່ງ​ຂອງ​ບຸນ​ກຸດ​ຈີນ​ໃນ​ປີ​ນີ້.

ສຳລັບ​ຄົນ​ຈີນ​ແລ້ວ, ຄວາມ​ໝາຍ​ຂອງ​ບຸນ​ກຸດ​ຈີນ​ແມ່ນສະມາຊິກ​ໃນ​ຄອບຄົວ​ເຕົ້າ​ໂຮມ​ກັນ, ອາກາດ​ໜາວ​ເປັນ​ແລະ​ຊື້​ປີ້​ກັບ​ບ້ານ​ຍາກກໍ​ບໍ່​ສາມາດ​ສະກັດ​ກັ້ນ​ບາດກ້າວ​ກັບ​ບ້ານ​ຂອງ​ຄົນ​ທີ່​ເຮັດ​ວຽກ​ຢູ່​ຕ່າງ​ແຂວງ. ຕາມ​​ສະຖິຕິ​ທາງ​ການ, ​ໃນ​​ໄລຍະ​ຂົນ​ສົ່ງຜູ້​ໂດຍສານຍາມ​ບຸນ​ກຸດ​ຈີນ​ປີ 2014 ຈະ​ມີ 3 ຕື້ 600 ລ້ານ​ເທື່ອ​ຄົນ​ຈະ​​ເດີນທາງກັບ​ບ້ານ​ດ້ວຍຍວດ​ຍານ​ພາຫະນະ​ຕ່າງ​ໆ​ເພື່ອ​ສະຫຼອງບຸນ​ກຸດ​ຈີນ.

​ໃນ​ໄລຍະ​ບຸນ​ກຸດ​ຈີນ, ​ແຫ່ງ​ຕ່າງໆ​ຂອງ​ຈີນ​ຍັງ​ໄດ້ຈັດ​ກິດຈະກຳ​ວັດທະນະທຳ​ທີ່​ມີ​ຫຼາຍ​ຮູບ​ຫຼາຍ​ສີ. ​ໃນ​ກິດຈະກຳບຸນ​ວັດທີ່​ຈັດ​ຂຶ້ນ​ໃນຮົ່ມແຫ່ງ​ໜຶ່ງຂອງ​ປັກ​ກິ່ງ, ນາງ​ເລ​ຕັນ​ທີ່​ມາ​ຈາກ​ນະຄອນຫຼວງວໍ​ຊິງ​ຕັນ​ຂອງ​ອາ​ເມ​ລິ​ກາ​ທັງ​ຊົມ​ການສະ​ແດງ​ຮີດຄອງ​ປະ​ເພນີ​ປັກ​ກິ່ງ​ທັງ​ກິນ​ໝາກ​​ໄມ້​ໂອບ​ນ້ຳຕານ, ​ໃນ​ເວລາ​ເວົ້າ​ເຖິງ​ຮີດຄອງ​ປະ​ເພນີສະຫຼອງ​ບຸນ​ກຸດ​ຈີນຂອງ​ປັກ​ກິ່ງ, ນາງ​ຮູ້ສຶກ​ຕື່ນ​ເຕັ້ນ​ໃຈ​ທີ່​ສຸດ, ນາງ​ກ່າວ​ວ່າ:

"ການສະ​ແດງ​ເຫຼົ່າ​ນີ້​ໜ້າ​ຮັກ​ຫຼາຍ, ​ແລະ​ໜ້າ​ສົນ​ໃຈ​ຫຼາຍ. ການສະ​ແດງ​ຫຼາຍ​ຢ່າງ​ໄດ້​ສະ​ແດງ​ໃຫ້​ເຫັນ​ວັດທະນະທຳ​ປີ​ໃໝ່​ຈີນ​ແລະ​ການ​ເຄື່ອນ​ໄຫວ​ບັນ​ເທິງ​ຂອງ​ປີ​ໃໝ່, ​ດີ​​ຫຼາຍ."

​ໃນ​​ແນວ​ຄິດ​ດັ້ງ​ເດີມຂອງ​ຄົນຈີນ, ຖ້າບໍ່​ຈູດດອກ​ໄມ້​ໄຟ​ແລະ​ໝາກກະ​ໂພ​ກກໍ່​ບໍ່ສົມ​ວ່າການ​ຫຼິ້ນ​ບຸນ​ກຸດ​ຈີນ, ​ແຕ່​ວ່າ​ສະພາບ​ການ​ໃນ​ປີ​ນີ້​ຫາກ​ປ່ຽນ​ແປງ​ແລ້ວ. ຄຽງ​ຄູ່​ກັບ​ປະຊາຊົນ​ທັງຫຼາຍ​ນັບ​ມື້​ນັບ​ເອົາ​ໃຈ​ໃສ່​ນຳ​ສະພາບ​ແວດ​ລ້ອມ, ຫຼາຍ​ຄົນ​ເລືອກການ​ບໍ່ຈູດ​ໝາກກະ​ໂພ​ກຫຼືຈູດ​ໜ້ອຍ​ໜຶ່ງ​ເທົ່າ​ນັ້ນ.

ການ​ສຳ​ຫຼວດ​ເທື່ອ​ໜຶ່ງ​ກ່ອນ​ບຸນ​ກຸດ​ຈີນ​ສະ​ແດງ​ໃຫ້​ເຫັນ​ວ່າ, ​ຊາວ​ໜຸ່ມ​ໃນ​ຕົວ​​ເມືອງ​ໃຫຍ່, ຫຼາຍ​ກວ່າ 60% ​ເຫັນ​ດີ​ຈູດໝາກກະ​ໂພ​ກໜ້ອຍ, ມີປະມານ 1 ສ່ວນ 4 ສະ​ແດງ​ວ່າ​ຈະ​ບໍ່​ຊື້​ດອກ​ໄມ້ໄຟ​ຫຼື​ໝາກກະ​ໂພ​ກ. ຍ້ອນ​ວ່າ​ປະຊາຊົນ​ຈູດດອກ​ໄມ້ໄຟ​ແລະຈູດ​ໝາກກະ​ໂພ​ກ​ໃຫ້ໜ້ອຍຢ່າງ​​ເປັນ​​ເຈົ້າ​ການ, ​ໃນ​ບຸນ​ກຸດ​ຈີນ​ປີ 2014 ບໍ່​ໄດ້​ເກີດ​ສະພາບ​ການ​ທີ່ມີ​ຟຸ່ນລະອອງ​ຂະຫຍາຍ PM 2.5 ຫຼາຍ​ເກີນ​ໄປ, ລະດັບຄວາມ​ເຂັ້ມ​ຂຸ້ນ​ຂອງມົນ​ລະ​ພິດ​ສູງ​ສຸດ​ແມ່ນ​ລະດັບ​ກາງ​ຫຼື​ລະດັບ​ຕ່ຳ, ຕ່ຳ​ກວ່າ​ປີ​ກາຍ​ນີ້​ຫຼາຍ.

ທ່ານ​ຟ່າງ​ລີ້, ຫົວໜ້າ​ກົມ​ອະນຸລັກ​ສິ່ງ​ແວດລ້ອມ​ປັກ​ກິ່ງ​ກ່າວ​ວ່າ, ການ​ອະນຸ​ລັກ​ສິ່ງ​ແວດ​ລ້ອມ​ກຳລັງ​ກາຍ​ເປັນຄວາມ​ຮັບ​ຮູ້​ທີ່​ເປັນ​ເອກະສັນ​ກັນ​ຂອງ​ທົ່ວ​ສັງຄົມ​ຂອງ​ປະ​ເທດ​ຈີນ. ທ່ານ​ກ່າວ​ວ່າ:

"ປີ​ນີ້​ພວກ​ເຮົາ​ໄດ້​ເຫັນ​ວ່າ, ນັກທຸລະກິດ​ທີ່​ຂາຍດອກ​ໄມ້​ໄຟ​ໜ້ອຍ​ກວ່າ​ເກົ່າ​ແລ້ວ, ດອກ​ໄມ້​ໄຟ​ທີ່​ນັກທຸລະກິດ​ກະ​ກຽມຈຳໜ່າຍ​ກໍ​ຫຼຸດ​ໜ້ອຍ. ​ເລື່ອງ​ນີ້​ຍ້ອນ​ວ່າ​ປະຊາຊົນ​ປັກ​ກິ່ງ​ທັງຫຼາຍ​ສົນ​ໃຈ​ນຳ​ຄຸນ​ນະພາ​ບຂອງ​ອາກາດ, ​ແລະ​ຄວາມຮູ້​ກ່ຽວ​ກັບ​ການ​ຈູດ​ບັ້ງ​ໄຟ​ແລະ​ຈູດ​ໝາກກະ​ໂພກຈະສ້າງ​ມົນ​ລະ​ພິດທາງ​ອາກາດ. ປັດຈຸບັນ​, ການເຮັດ​ໃຫ້​ອາກາດ​ສະ​ອາດ​ແລະຄຸ້ມ​ຄອງ​ ​ມົນ​ລະ​ພິດ​ທາງ​ອາກາດ​ແມ່ນ​ຄວາມ​ຮັບ​ຮູ້​ທີ່​ເປັນ​ເອກະສັນ​ກັນ​ຂອງ​ທົ່ວ​ສັງຄົມ​ຈີນ, ບໍ່​ພຽງ​ແຕ່​ແມ່​ນລັດຖະບານ​ເປັນຜູ້​ນຳ​ພາເທົ່າ​ນັ້ນ."
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ