ມື້​ທຳ​ອິດ​ຂອງ​ສັບປະດາ​ຄຳ​​ໄລຍະ​ບຸນ​ກຸດ​ຈີນ,ຕະຫຼາດ​ການທ່ອງທ່ຽວ​ຂອງ​ຈີນ​ມີ​ສະພາບ​ພັດທະນາ​ເປັນ​ຢ່າງ​ດີ
2014-02-01 13:45:39  cri 
ວັນ​ທີ 31 ມັງກອນ​​ແລ້ວນີ້ແມ່ນມື້ອອກໃໝ່ 1ຄ່ຳເດືອນຈຽງປີມະເມຍຕາມຈັນທະ ຄະຕິ​ຈີນ,​ເປັນ​ມື້​ທຳ​ອິດ​ຂອງ​ສັບ​ປະ​ດາ​ຄຳ​ໄລ​ຍະ​ບຸນ​ກຸດ​ຈີນ. ແຫຼ່ງ​ທ້ອງ​ທ່ຽວ​ຕົ້ນ​ຕໍ​ແຫ່ງ​ຕ່າງໆ ຂອງ ຈີນ​ເຕັມ​ໄປ​ດ້ວຍ​ນັກ​ທ່ອງ​ທ່ຽວ​ຢ່າງ​ຫຼວງ​ຫຼາຍ​ພາຍ​ມາກ, ຕະ​ຫຼາດ​ການ​ທ່ອງ​ທ່ຽວ ໄດ້​ມີ​ການ​ເລີ່ມ​ຕົ້ນ​ການ​ພັດ​ທະ​ນາ​ທີ່​ດີ​ໃນ​ປີ​ໃໝ່​ປີ​ມະ​ເມຍ.

ຕອນຄ່ຳວັນທີ 31 ມັງກອນ​ແລ້ວ​ນີ້,ນັກ​ຂ່າວ​ໄດ້​ຊາບ​ຈາກຫ້ອງວ່າການໃຫຍ່ປະຈຳ ການຂອງກົມທ່ອງທ່ຽວແຫ່ງຊາດຈີນວ່າ, ​ໃນທົ່ວ​ປະເ​ທດ​ແຕ່​ເໜືອ​ຮອດ​ໃຕ້, ແຫຼ່ງທ່ອງທ່ຽວໃນ ຕົວເມືອງທີ່ສຳຄັນຕ່າງໆເຕັມໄປດ້ວຍບັນຍາ​ກາດ​ສະ​ຫຼອງ​ບຸນ​ປີ​ໃໝ່​ຢ່າງ​ເບີກ​ບານ​ມ່ວນ​ຊື່ນ​ໃນ​ວັນ​ຂຶ້ນ​ປີ​ໃໝ່​ກຸດ​ຈີນ. ແຫຼ່ງ​ທ່ອງທ່ຽວຈຸດສຸມຈຳນວນ 21 ແຫ່ງຂອງນະຄອນຫຼວງປັກກິ່ງ ໄດ້ຕ້ອນຮັບນັກທ່ອງທ່ຽວ 2 ແສນ 7 ໝື່ນ 5000 ເທື່ອ​ຄົນ. ຢູ່​ພາກ​ໃຕ້​ຂອງ​ຈີນ, ແຫຼ່ງ​ທ່ອງ​ທ່ຽວ​ແຫ່ງ​ຕ່າງໆຂອງນະຄອນຊຽງໄຮໄດ້ຈັດໃຫ້ມີກິດຈະ​ກຳ​ພາຍ​ໃຕ້​ຫົວ​ຂໍ້​ຕ່າງໆໂດຍປິ່ນ​ອ້ອມ​ວັດທະ​ນະ​ທຳ​ຮີດ​ຄອງ​ປະ​ເພ​ນີ​ບຸນ​ກຸດຈີນ​ແລະປີທ່ອງທ່ຽວສະຕິປັນຍາ 2014. ແຂວງກວ້າງ​ຕຸ້ງ​ໄດ້​ຕ້ອນ​ຮັບ​ນັກ​ທ່ອງ​ທ່ຽວ 2 ລ້ານ 6 ແສນ​ເທື່ອ​ຄົນ,​ເພີ່ມ​ຂຶ້ນຫຼາຍ ກວ່າ​ໄລ​ຍະ​ດຽວ​ກັນ​ຂອງ​ປີ​ກາຍ 30%. ແຫຼ່ງທ່ອງທ່ຽວ​ຫຼີ​ຈ່ຽງ​ນະ​ຄອນ​ກຸ້ຍ​ລິນ​ເຂດ​ປົກ​ຄອງ​ຕົນ​ເອງ​ເຜົ່າ ຈວ້າງ​ກວາງ​ຊີ​ໄດ້​ຕ້ອນ​ຮັບ​ນັກ​ທ່ອງ​ທ່ຽວ 1600 ເທື່ອຄົນ,​ເພີ່ມ​ຂຶ້ນ​ຫຼາຍ​ກວ່າ​ໄລ​ຍະ​ດຽວ​ກັນ​ຂອງ​ປີ​ກາຍ 156%.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ