ລັດຖະມົນຕີ​ວ່າການ​ກະຊວງ​ການ​ຕ່າງປະ​ເທດ​ອາ​ເມ​ລິ​ກາ​ກ່າວ​ຄຳ​ອວຍພອນ​ປີ​ໃໝ່ປີ​ມະ​ເມຍ
2014-02-01 14:06:46  cri 
ວັນ​ທີ 31 ມັງກອນ​ແລ້ວ​ນີ້, ທ່ານ​ໂຈ ​ເຄຣິ, ລັດຖະມົນຕີ​ວ່າການ​ກະຊວງ​ການ​ຕ່າງປະ​ເທດ​ອາ​ເມ​ລິ​ກາ​ອອກ​ຖະ​ແຫຼ​ງການ, ອວຍ​ພອນ​ຢ່າງຈິງ​ໃຈ​ຕໍ່​ປະຊາຊົນ​ທົ່ວ​ໂລກ​ທີ່​ສະ​ເຫຼີ​ມສະຫຼອງປີ​​ໃໝ່​ປີ​ມະ​ເມຍ​ຈົ່ງ​ມີ​ສຸຂະພາບ​ແຂງ​ແຮງ​ແລະ​ສົມ​ຫວັງທຸກ​ປະການ.

ທ່ານ​ເຄຣີກ່າວ​ວ່າ, "ຂ້າພະ​ເຈົ້າ​ຂໍຕາງໜ້າ​ທ່ານ​ບາ​ຣັກ ​ໂອ​ບາ​ມາ, ປະທານ​າທິບໍດີ​ອາ​ເມ​ລິ​ກາ​ແລະ​ປະຊາຊົນ​ອາ​ເມ​ລິ​ກາ, ສະ​ແດງ​ຄວາມ​ອວຍ​ໄຊ​ໃຫ້​ພອນ​ອັນ​ປະ​ເສີດ​ຕໍ່​ຄົນ​ທັງຫຼາຍ​ໃນ​ທົ່ວ​ໂລກ​ທີ່​ສະ​ເຫຼີມສະຫຼອງປີ​ໃໝ່​ຕາມ​ຈັນ​ທະ​ຄະ​ຕີ​ໃນ​ວັນ​ທີ 31 ມັງກອນ​ນີ້." ທ່ານ​ຍັງ​ກ່າວຕື່ມ​ອີກ​ວ່າ, ​ເນື່ອງ​ໃນ​ໂອກາດ​ທີ່​ທົ່ວ​ໂລກ​ຕ້ອນຮັບ​ປີ​ໃໝ່​ປີ​ມະ​ເມຍ, ອາ​ເມ​ລິ​ກາອວຍພອນ​ຢ່າງ​ຈິງ​ໃຈ​ຕໍ່​ຄົນ​ທັງຫຼາຍ​ຈົ່ງ​ມີ​ສຸຂະພາບ​ເຂັ້ມ​ແຂງ​ແລະ​ສົມ​ຫວັງທຸກ​ປະການ. ຫວັງ​ວ່າ​ປີ​ໃໝ່​ສາມາດມີການ​ຮ່ວມ​ມື​ຕື່ມ​ອີກ​​ເພື່ອ​ສະ​ແຫວງຫາ​ເປົ້າ​ໝາຍ​ຮ່ວມ​ກັນ.

ນີ້​ແມ່ນ​ທ່ານ​ເຄຣີກ່າວ​ຄຳ​ອວຍພອນ​ປີ​ໃໝ່​ຕາມ​ຈັນ​ທະ​ຄະ​ຕີ​​ຄັ້ງ​ທີ​ສອງ​ພາຍ​ຫຼັງ​ທ່ານ​ຂຶ້ນ​ຮັບ​ຕຳ​ແໜ່​ງ​ເປັນ​ລັດຖະມົນຕີ​ວ່າການ​ກະຊວງ​ການ​ຕ່າງປະ​ເທດ​ອາ​ເມ​ລິ​ກາ. ທ່ານ​ບັນ​ກີ​ມູນ, ​ເລຂາທິການ​ໃຫຍ່​ອົງການ​ສະຫະ​ປະຊາ​ຊາດ, ທ່ານ​ເດ​ວິດ ກາ​ເມ​ຣອນ, ນາຍົກລັດຖະມົນຕີອັງ ກິດ, ທ່ານ​ຈາ​ກົບ ຈູ​ມາ, ປະທານາທິບໍດີ​ອາ​ຝຣິກາ​ໃຕ້, ທ່ານ​ໂທ​ນິງ ສະ​ມິດ, ນາຍົກລັດຖະມົນ ຕີດານ​ມາກ, ທ່ານ​ເປໂດຼ ປາ​ຊົສ ​ໂກ​ເອ​ໂລ, ນາຍົກລັດຖະມົນຕີປອກຕຸຍ​ການ​ແລະ​ບຸກຄົນ​ສຳຄັນ​ທາງ​ການ​ເມືອງ​ອື່ນໆ​ພາກັນ​ກ່າວ​ຄຳ​ອວຍພອນປີ​ໃໝ່​ຕໍ່​ປະຊາຊົນ​ຈີນ​, ​ຊາວ​ຈີນ​ຕ່າງ​ດ້າວ​​ແລະ​ຄົນ​ເຊື້ອສາຍ​ຈີນ​ທີ່ຢູ່​ແຫ່ງ​ຕ່າງໆ​ຂອງ​ໂລກ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ