ສູນວັດທະນະທຳ​ຈີນຂອງ​ມົສກູ​ຈັດ​ກິດຈະກຳ "ບຸນ​ກຸດ​ຈີນ​ທີ່​ມ່ວນ​ຊື່ນ"
2014-02-01 16:41:55  cri 

ວັນ​ທີ 31 ມັງກອນ​ແລ້ວ​ນີ້, ສູນວັດທະນະທຳ​ຈີນ​​ແຫ່ງ​ມົສກູ​ຂອງຣັດ​ເຊຍ​ໄດ້​ຈັດ​ງານ​ວາງສະ​ແດງ "ສຳຜັດກັບ​ບຸນ​ກຸດ​ຈີນ", ຜູ້​ຊົມ​ໄດ້​ຊົມ​ການສະ​ແດງ​ທີ່ປະ​ທັບ​ໃຈ, ​​ຮ່ວມ​ກັນ​ເຮັດ​ຂະໜົມ ກ້ຽວ​ແລະທວາຍ​ຄຳ​ປິດສະໜາ, ​ໄດ້​ສຳຜັດກັບປະ​ເພນີ​ບຸນ​ກຸດ​ຈີນ​​ດ້ວຍ​ຕົນ​ເອງ.



​ໃນ​ກິດຈະກຳ​ທີ່​ຈັດ​ຂຶ້ນ​ໃນ​ວັນ​ທີ 31 ມັງກອນ​ແລ້ວ​ນີ້, ນັກສະ​ແດງ​ນ້ອຍ​ຂອງ​ຄະນະ​ສິລະ​ປະກອນ​ເດັກນ້ອຍ "ກະລິນ​ກາ"ຂອງຣັດ​ເຊຍ​ໄດ້ສະ​ແດງ​ການ​​ເຕັ້ນ​ລຳ​ດ້ວຍໂຄມ​​ໄຟ​ແລະ​ວີ, ​ໂຮງຮຽນ​ອູ​ຊູ​ຊື້​ຢຽນປິ່ນ​ໄດ້​ສະ​ແດງ​ອູ​ຊູ​ທີ່​ໜ້າ​ປະ​ທັບ​ໃຈ. ​ຫຼັງ​ຈາກ​ນັ້ນ, ຜູ້​ຊົມ​ທັງຫຼາຍ​ໄດ້ຮ່ວມ​ກັນ​ເຮັດ​ຂະໜົມ​ກ້ຽວ, ທວາຍ​ຄຳປິດສະໜາ, ​ເຮັດ​ຫັດຖະ​ກຳຕັດ​ເຈ້ຍ​ແລະຂຽນ​ຄຳ​ຄະຕິ​ຄູ່​ບຸນ​ກຸດ​ຈີນ​. ຜູ້​ຊົມ​ຍັງ​ໄດ້​ຊິ​ມອາຫານ​ຈີນ​ທີ່​ແຊບຊ້ອຍ, ​ແລະ​ໄດ້​ຮັບ​ຮູ້​ປະຫວັດຄວາມ​ເປັນ​ມາ​ແລະ​ປະ​ເພນີ​ກ່ຽວ​ກັບ​ບຸນ​ກຸດ​ຈີນ​ຈາກ​ການ​ວາງສະ​ແດງ​ທີ່​ມີຮູບ​ພາບ​ແລະ​ຕົວ​ໜັງສື. ກິດຈະກຳ​ຕ່າງໆ "ບຸນ​ກຸດ​ຈີນ​ທີ່ມ່ວນ​ຊື່ນ"ຂອງ​ສູນ​ວັດ​ທະນະ​ທຳ​ຈີນ​ແຫ່ງ​ມົສກູ​ຈະ​ດຳ​ເນີນ​ເປັນ​ເວລາ​ໜຶ່ງ​ເດືອນ, ​ເນື້ອ​ໃນ​ລວມທັງ​ການສາຍຮູບ​ເງົາ​ຈີນ​ແລະ​ການ​ສອນຄວາມ​ຮູ້​ກ່ຽວ​ກັບ​ບຸນ​ກຸດ​ຈີນ​ເປັນ​ຕົ້ນ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ