ນັກ​ທ່ອງ​ທ່ຽວ​ຕ່າງປະ​ເທດ​ທ່ຽວ​ຈີນ​ໃນ​ລະດູ​ໜາວ ​ເພື່ອ​ສຳຜັດກັບ​ປະ​ເພນີ​ບຸນ​ກຸດ​ຈີນ
2014-02-03 16:10:11  cri 

​ໃນ​ຖານະ​ທີ່​ເປັນ​ວັນ​ບຸນ​ອັນ​ມີ​ມູນ​ເຊື້ອ​ທີ່​ມີ​ສີສັນ​ພິ​ເສດທີ່​ສຸດ​ຂອງ​ຈີນ, ບຸນ​ກຸດ​ຈີນ​ໄດ້​ມີ​ປະຫວັດສາດ​​ເປັນ​ເວລາ​ຍາວ​ກວ່າ 4 ພັນ​ກວ່າ​ປີ. ​ເຖິງ​ວ່າ​ລະດູ​ໜາວ​ບໍ່​ແມ່ນ​ລະດູທີ່​ດີ​ທີ່​ສຸດ​ສຳລັບ​ທ່ຽວ​ເມືອງ​ຈີນ, ​ແຕ່​ຍັງ​ມີ​ຄົນ​ຕ່າງປະ​ເທດ​ຈຳນວນຫຼວງ​ຫຼາຍ​ມາ​ຮອດ​ຈີນ​ໃນ​ຍາ​ມບຸນ​ກຸດ​ຈີນ​​ເພື່ອສຳຜັດ​ກັບ​ກິດຈະກຳ​ປະ​ເພນີ​ທີ່​ຈັດ​ຂຶ້ນ​ຢູ່​ແຫ່ງ​ຕ່າງໆ​ຂອງ​ຈີນ.

ລະຄອນ​ໜັງ​ຕະລຸງ​ມີ​ປະຫວັດສາດ​ເປັນ​ເວລາ 2 ພັນ​ກວ່າ​ປີ, ປັດຈຸບັນ ​ໄດ້​ຖືກ​ຈັດ​ເປັນ​ມໍລະດົກ​ວັດທະນະທຳທີ່​ບໍ່​ແມ່ນ​ວັດຖຸ​ຂອງ​ໂລກ. ຢູ່ບຸນ​ວັດ​​ໃນ​ຫ້ອງ​ແຫ່ງ​ໜຶ່ງ​ຂອງ​ປັກ​ກິ່ງ, ນາງ​ລາຣາ ​ເດັກ​ຍິງອາຍຸ 10 ປີຂອງ​ອາ​ເມ​ລິ​ກາ​ພວມ​ຮຽນ​ລະຄອນໜັງ​ຕະລຸງ​ກັບ​ທ່ານ​ວາງ​ລຽນ​ຕຸ່ງ ​ເຊິ່ງ​ເປັນຊ່າງ​ໜັງ​ຕະ​ລຸງ. ນາງ​ລາຣາຖືໜັງ​ຕະລຸງທີ່​​ເປັນ​ຮັບ​ເຕົ່າ​​ ກັບ ນ້ອງ​ສາວໄດ້​ສະ​ແດງ​ຢູ່​ໜ້າຈໍ​ສີຂາວ​ເປັນ​ເວລາ​ດົນ​, ດີ​ໃຈ​ຫຼາຍໆ.

ທ່ານ​ວາງ​ລຽນ​ຕຸ່ງກ່າວ​ວ່າ, ປັດຈຸບັນ ​ເພື່ອ​ໃຫ້​ຄົນ​ຈີນ ​ແລະ ຄົນ​ຕ່າງປະ​ເທດ​ສາມາດ​ເຂົ້າ​ໃຈ​ລະຄອນ​ຕະລຸງ, ພວກ​ເຂົາ​ເຈົ້າ​ໄດ້​ຫັນ​ການ​​ເວົ້າ ​ແລະ ຮ້ອງ​ທີ່​ເປັນ​ເວລາ​ດົນ​ໃນ​ເມື່ອ​ກ່ອນ​ນັ້ນ​ມາເປັນ​ການສະ​ແດງ​ເປັນ​ຮູບ​ເງົາ. ປັດຈຸບັນ, ຄົນ​ຕ່າງປະ​ເທດຈຳນວນ​ຫຼາຍ​ມັກ​ລະຄອນ​ໜັງ​ຕະລຸງ​ຫຼາຍ​ສົມຄວນ, ທ່ານ​ຫວັງ​ວ່າ, ສີມື​ນີ້​ຈະສາມາດໄດ້​ຮັບ​ການ​ສືບ​ທອດ​ຕໍ່​ໄປ.     ທ່ານ​ວິບູນ ຄູ​ສະກຸນ ​ເອກ​ອັກ​ຄະ​ລັດຖະທູດ​ໄທ​ປະຈຳ​ຈີນ​ບອກ​ນັກ​ວ່າ​ກວ່າ,ປີ​ກາຍ​ນີ້​ຊາວ​​ໄທທີ່​ມາ​ທ່ຽວ​ເມືອງ​ຈີນ​ມີ 5 ​ແສນ​ຄົນ, ຍ້ອນ​ວ່າ​ຄວາມ​ແຕກ​ຕ່າງ​ກັນ​ຂອງ​ລະດູ​ການ, ຄົນ​ໄທ​ຈຳນວນ​ຫຼາຍຫວັງ​ຢາກ​ສຳຜັດ​ກັບ​ຈີນ​ໃນ​ລະດູ​ໜາວ.

ທ່ານ​ນາງ​ມ​າຣີອາ​ແມ່ນວາທະ​ຍາ​ກອນ​ວົງດົນຕີ​ໃນຣົ່ມ​ສາກົນ​ປັກ​ກິ່ງ, ນາງ​ໄດ້​ດຳລົງ​ຊີວິດ​ຢູ່​ປັກ​ກິ່ງ​ເປັນ​ເວລາ 7 ປີ​ແລ້ວ, ນາງ​ເຫັນ​ວ່າ, ນະຄອນຫຼວງ​ປັກ​ກິ່ງ, ນະຄອນ​ຊຽງ​ໄຮ, ​ເມືອງ​ຮາ​ເອີ​ປິນ ​ໂດຍ​ສະ​ເພາະ​ແມ່ນ​ບຸນ​ຮູບຄວັດນ້ຳກ້ອນ​ສາກົນ​ໃນລະດູ​ຮ້ອນ​ເປັນຕາ​ເບິ່ງ​ອີ​ຫຼີ. ນາງ​ເວົ້າ​ວ່າ, "ຂ້ອຍ​ມັກ​ຈີນ​ຫຼາຍ, ນີ້​ແມ່ນ​ສາ​ເຫດ​ທີ່​ຂ້ອຍ​ມາຢູ່​​ແຫ່ງ​ນີ້​ເປັນ​ເວລາ​ດົນ​ແນວ​ນີ້, ​ແລະ​ຍັງ​ຈະຢູ່​ຈີນ​ໃນ 10 ປີ​ຕໍ່​ໄປ."

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ