ຕະຫຼາດ​ບໍລິ​ໂພ​ກ​ຍາມ​ບຸນ​ກຸດ​ຈີນ​ຈະ​ເລີ​ນຮຸ່ງ​ເຮືອງ
2014-02-05 14:38:31  cri 

ວັນ​ທີ 4 ກຸາພານີ້, ກະຊວງ​ການ​ຄ້າ​ຈີນ​ໄດ້​ປະກາດ​ຕົວ​ເລກ​ຕິດຕາມ​ວັດ​ແທກສະ​ແດງ​ໃຫ້​ເຫັນ​ວ່າ, ​ໃນ 4 ມື້ທຳ​ອິດຂອງ​ຍາມ​ບຸນ​ກຸດ​ຈີນ, ຕະຫຼາດ​ບໍລິ​ໂພ​ກ​ແຫ່ງ​ຕ່າງໆ​ຂອງ​ຈີນຈະ​ເລີ​ນຮຸ່ງ​ເຮືອງ​ອີ​ຫຼີ.

ການ​ບໍລິ​ໂພ​ກ​ໃນ​ຍາມ​ບຸນ​ກຸດ​ຈີນ​ປີ 2014 ມີ​ຈຸດ​ພິ​ເສດ​​ເຫຼົ່າ​ນີ້: ໜຶ່ງ, ສິນຄ້າຄຸນ​ນະພາ​ບດີ​ລາຄາ​ຖືກ​ຂາຍ​ໄດ້​ດີ. ປະ​ເພດສິນຄ້າທີ່​ລາຄາ​ຖືກ ​ແລະ ມີການຫຸ້ມ​ຫໍ່​ແບບງ່າຍໆຂາຍ​ດິບ​ຂາຍ​ດີ, ສ່ວນການຈຳ​ໜ່າຍ​ຂອງ​ຂວັນ​ຫຼູຫຼາພັດ​ຫຼຸດລົງ.ສອງ, ອາຫານ​ປະ​ເພດ​ສາມັນ​ຊົນ​ຈະ​ເລີ​ນທີ່​ສຸດ. ຄອບຄົວ​ເຕົ້າ​ໂຮ​ມກັນ​ກິນ​ອາຫານ, ໝູ່​ເພື່ອນ​ຕ່າງໆ​ເຕົ້າ​ໂຮມ​ກັນຈັດ​ກິດຈະກຳ​ກາຍ​ເປັນ "ກະ​ແສ​ຫຼັກ" ​​ໃນ​ຕະຫຼາດອາຫານ​​ຍາ​ມບຸ​ນກຸດ​ຈີນ, ຮ້ານ​ອາຫານ​ຫຼູຫຼາພາກັນ​ປ່ຽນ​​ໄປ​ທຸລະ​ກິດ​ຢ່າງ​ອື່ນ. ສາມ, ການ​ບໍລິ​ໂພ​ກດ້ານ​ການພັກ​ຜ່ອນ​ລື່ນ​ເລີງໄດ້​ຮັບ​ຄວາມ​ນິຍົມ​ຊົມ​ຊອບ. ປະຊາຊົນ​ນັບ​ມື້​ນັບ​ມັກຮູບ​ແບບ​ພັກ​ຜ່ອນຫຼິ້ນ​ບຸນ ​ເຊັ່ນ ການທ່ອງທ່​ຽວ, ການ​ຮຽນ​, ລື່ນ​ເລີງ ​ແລະການ​ອອກກຳລັງ​ກາຍ​ເປັນ​ຕົ້ນ. ສີ່, ການ​ບໍລິ​ໂພ​ກດ້ານ​ຂໍ້​ມູນ​​ເພີ່ມ​ຂຶ້ນ​ຢ່າງ​ວ່ອງ​ໄວ. ປະຊາຊົນ​ນັບ​ມື້​ນັບ​ມັກຊື້​ສິນຄ້າ​ຍາມ​ບຸນ​ກຸດ​ຈີນ​ຢູ່​ອິນ​ເຕີ​ເນັດ. ການ​ອວຍພອນ​ປີ​ໃໝ່​ດ້ວຍການ​ສົ່ງ​ຂໍ້ຄວາມ​ສັ້ນ (Micro message) ກາຍ​ເປັນ​ວິທີ​ໃໝ່, ການ​ສົ່ງຂໍ້ຄວາມ​ສັ້ນ (Micro message) ​ໃນມື້​ສົ່ງ​ທ້າຍ​ປີ​ເກົ່າແມ່ນ 2 ​ເທົ່າ​ຂອງ​ປີ​ກາຍນີ້, ສະ​ເລ່ຍ​ແລ້ວ,ຍາມ​ຫຼາຍ​ທີ່​ສຸດ​ໄດ້ສົ່ງ​ອອກ​ຂໍ້​ຄວາມ​ສັ້ນ 10 ລ້ານຂໍ້ຕໍ່​ໜຶ່ງ​ນາທີ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ