ຍອດ​ປະລິມານການ​ຈູດ​ດອກ​ໄມ້ໄຟ​ແລະ​ໝາກກະ​ໂພ​ກຂອງ​ນະຄອນຫຼວງ​ປັກ​ກິ່ງໜ້ອຍ​ກວ່າປີ​ທີ່​ຜ່ານ​ມາ​ຢ່າງ​ເດັ່ນ​ຊັດ
2014-02-05 16:18:09  cri 

ວັນ​ທີ 5 ກຸມພາ​ນີ້, ຫ້ອງການຄຸ້ມ​ຄອງ​ດອກ​ໄມ້ໄຟ​ໝາກກະ​ໂພ​ກນະຄອນຫຼວງປັກ​ກິ່ງ​ແຈ້ງ​ໃຫ້​ຮູ້​ວ່າ, ​ນັບແຕ່​ຕອນ​ຮຸ່ງ​ເຊົ້າວັນ​ທີ 30 ມັງກອນ​ແລ້ວ​ນີ້ ຫາ 24 ​ໂມງ​ວັນ​ທີ 4 ກຸມພາ​ນີ້, ນະຄອນຫຼວງປັກ​ກິ່ງ​ໄດ້​ຈຳໜ່າຍ​ດອກ​ໄມ້​ໄຟ ​ແລະ ໝາກກະ​ໂພ​ກ 1 ​ແສນ 9 ໝື່ນ 5000 ກວ່າ​ຫີບ, ຫຼຸດ​ລົງ 37,7% ​ເມື່ອ​ທຽບ​ກັບ​ປີ​ກາຍ​ນີ້, ຍອດ​ປະລິມານ​ການ​ຈູດ ​ແລະ ​ເວລາ​ທີ່ຈູດ​ດອກ​ໄມ້ໄຟ ​ແລະ ໝາກກະ​ໂພ​ກໜ້ອຍ​ກວ່າປີທີ່​ຜ່ານ​ມາ​ຢ່າງ​ເດັ່ນ​ຊັດ.

ນອກ​ນີ້, ການຈູດ​ດອກ​ໄມ້ໄພ ​ແລະ ໝາກກະ​ໂພ​ກຢູ່ປັກ​ກິ່ງມີ​ລະບຽບ​ຮຽບຮ້ອຍ​ດີ, ​ໄດ້​ບັນລຸ​ເປົ້າ​ໝາຍ​ທີ່​ບໍ່​ເກີດ​ອຸປະຕິ​ເຫດ​​ໃຫຍ່ຍ້ອນ​ຈູດ​ດອດ​ໄມ້ໄຟ ​ແລະ ໝາກກະ​ໂພ​ກ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ