ກອງ​ສິລະປະ "ຊື້​ໄຫ​ທົງ​ຊຸ່ນ" ​ໄປສະ​ແດງ​ຢູ່​ມະ​ເລ​ເຊຍ​ອີກ​ເທື່ອ​ໜຶ່ງ
2014-02-07 14:33:18  cri 
    ຕາມ​ຂ່າວສານ​ຊິນ​ຮວາ: ຕອນ​ຄ່ຳ​ວັນ​ທີ 6 ກຸມພາ​ນີ້ ຢູ່​ສູນ​ປະຊຸມ​ແລະ​ວາງສະ​ແດງ​ໂບ​ເນ​ໂອ​ນະຄອນ​ກູ​ຊິງ ​ເທດສະບານ​ລັດສະຣະວັກ​ຂອງ​ມະ​ເລ​ເຊຍ, ກອງ​ສິລະປະ​ອາຊີ "ວັດທະນະທຳ​ຈີນ-ຊື້​ໄຫ​ທົງ​ຊຸ່ນ" ຂອງ​ຈີນ​ໄດ້​ສະ​ແດງ​ຮັບ​ໃຊ້ງານ​ລາຕີ​ທີ່​ໜ້າຈັບ​ໃຈ​ໃຫ້​ແກ່​ຊາວ​ຈີນ​ຕ່າງ​ດ້າວ​ແລະ​ຊາວ​ມະ​ເລ​ເຊຍ​ເຊື້ອສາຍ​ຈີນ​ຢູ່​ລັດສະຣະວັກ, ມີຜູ້​ຊົມ 5 ພັນ​ກວ່າ​ຄົນ​ໄດ້​ຊົມ​ລາຍການສະ​ແດງ​ຕ່າງໆ​ເຊັ່ນ: ການ​ຮ້ອງ​ເພງ, ຟ້ອນ​ລຳ, ກັງ​ຟູ ​ແລະ​ເສບ​ດົນຕີ​ເປັນຕົ້ນທີ່​ສະ​ແດງ​ໂດຍ​ນັກ​ສິລະ​ປິນຈີນ.

    ​ໃນ​ເວລາ​ກ່າວ​ຄຳ​ປາ​ໄສ ທ່ານອຶງ​ຊູນ​ໂຄ ລັດຖະມົນຕີ​ຊ່ວຍວ່າການ​ກະຊວງ​ການ​ເງິນ ທັງ​ເປັນ​ລັດຖະມົນຕີ​ວ່າການ​ກະຊວງ​ອົງການ​ປົກຄອງ​ທ້ອງ​ຖິ່ນ​ແລະ​ການ​ພັດທະ​ນາ​ເຂດ​ຊຸມ​ຊົນ​ຂອງ​ລັດສະຣະວັກ​ໄດ້​ກ່າວ​ວ່າ: ປະ​ເທດ​ຕ່າງໆ​ໃນ​ໂລກ​ຕ່າງ​ກໍ​ຍ້ອງຍໍ​ຊົມ​ເຊີຍ​ທີ່​ສຸດ​ຕໍ່​ວັດທະນະທຳ​ຈີນ​ທີ່ມີ​ປະຫວັດສາດ​ອັນຍາວ​ນານ​ແລະ​ມີ​ເນື້ອ​ໃນ​ທີ່ອຸດົມສົມບູນ, ​ເຊື່ອ​ວ່າ, ສິ່ງ​ທີ່​ກອງສິລະ​ປະ "ວັດທະນະທຳ​ຈີນ-​ຊື້​ໄຫ​ທົງ​ຊຸ່ນ" ນຳ​ມາສະ​ແດງ​ໃຫ້​ເບິ່ງ​ຊົມ​ໃນ​ເທື່ອ​ນີ້ ບໍ່​ພຽງ​ແຕ່​ແມ່ນ​ການສະ​ແດງ​ທີ່​ໜ້າ​ຈັບ​ໃຈ​ເທົ່າ​ນັ້ນ, ​ແຕ່​ຍັງ​ແມ່ນ​ຄວາມ​ຮັກ​ແພງ​ອັນ​ເລິກ​ເຊິ່ງຂອງ​ປະຊາຊົນ​ຈີນທີ່​ມີ​ຕໍ່​ປະຊາຊົນ​ມະ​ເລ​ເຊຍອີກ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ