ຄະນະ​ສິລະ​ປີນ​ຂອງ​ເອີຣົບ​ໄປ​ສະ​ແດງ​ຢູ່​ນະຄອນຫລວງ​ປາຣີຂອງຝຣັ່ງ
2014-02-10 11:08:32  cri 

ຫລັງ​ຈາກ​ໄດ້​ສະ​ແດງ​ຢູ່​ນະ​ຄອນ​ຫລວງ​ລອນ​ດອນ​ຂອງ​ອັງກິດ​ແລະນະ​ຄອນ​ມາ​ເຊ​ນຂອງ​ຝຣັ່ງ​ແລ້ວ, ຄະນະ​ສິລະ​ປີນ​ຂອງ​ເອີຣົບທີ່​ຊື່ວ່າ"​ວັດທະນະ​ທໍາ​ຈີນ·ສະ​ຫລອງ​ບຸນ​ກຸດ​ຈີນ​ຮ່ວມ​ກັນ"​ໄດ້​ສະຫລອງ​ບຸນກຸດ​ຈີນ​ແລະ​ການ​ສ້າງ​ຕັ້ງ​ການ​ພົວພັນ​ທາງ​ການ​ທູດ​ຈີນ-ຝຣັ່ງຄົບຮອບ 50 ປີກັບ​ຄົນ​ຈີນ​ແລະ​ຄົນ​ເຊື້ອ​ສາຍ​ຈີນ​ຫລາຍ​ພັນ​ຄົນຢູ່​ຫໍ​ກິລາ​ປາຣີ​ໃນ​ຕອນ​ຄໍ່າ​ວັນ​ທີ 9 ກຸມພາ​ນີ້.

ທ່ານ​ຈາ​ຍຈູ້ນ, ​ເອອັກຄະ​ລັດຖະທູດ​ຈີນ​ປະ​ຈໍາ​ຝຣັ່ງກໍ​ໄດ້​ໄປ​ຊົມ​ການສະ​ແດງ​ດັ່ງກ່າວ. ​ໃນ​ເວລາ​ກ່າວ​ຄໍາ​ປາ​ໄສ, ທ່ານ​ຈາ​ຍຈູ້​ນກ່າວ​ວ່າ, ວັດທະນທໍາ​ດ້ານ​ບຸນ​ກຸດ​ຈີນ​ໄດ້​ເຊື່ອ​ມ​​ເຂົ້າກັບ​ວັດທະນະ​ທໍາ​ວັນ​ບຸນຕ່າງໆ​ຂອງຝຣັ່ງ ​ແລະ​ກາຍ​ເປັນ​ຊັບ​ສິນ​ດ້ານ​ວັດທະນະທໍາຮ່ວມ​ກັນ​ຂ​ອງສອງ​ປະ​ເທດ. ທ່ານ​ຫວັງ​ວ່າ​ຄົນ​ຈີນ​ແລະ​ຄົນ​ເຊື້ອ​ສາຍ​ຈີນ​ຢູ່​ຝຣັ່ງຈະສາມາດ​ເສີມ​ຂະຫຍາຍ​ບົດບາດ​ທີ່​ເປັນ​ຂົວ​ຕໍ່ ​ເພື່ອ​ປະກອບ​ສ່ອນ​ທີ່ຫລາຍ​ກວ່າ​ເກົ່າ​ເຂົ້າ​ໃນ​ການ​ຊຸກຍູ້​ການ​ແລກ​ປ່ຽນ​ລະ​ຫວ່າງ​ສອງ​ປະ​ເທດ​ແລະ​ປະຊາຊົນ​ສອງ​ຊາດ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ