ທ່ານຫຼີ​ຊິ່ນ​ຮວາ​ກ່າວ​ວ່າ: ທ່ານອາ​ເບ ຊິນ​ໂຈ​ໄດ້​ເສຍ​ຄວາມ​ເຊື່ອ​ໝັ້ນ​ຂອງລັດຖະບານ​ຈີນ​ແລະ​ປະຊາຊົນ​ຈີນທີ່​ມີ​ຕໍ່​ທ່ານ​ແລ້ວ
2014-03-02 17:40:24  cri 

ຕາມ​ຂ່າວສານ​ຊິນ​ຮວາ: "ທ່ານອາ​ເບ ​ຊິນ​ໂຈ​ໄດ້​ເສຍ​ຄວາມ​ເຊື່ອ​ໝັ້ນ​ຂອງ​ລັດຖະບານ​ຈີນ​ແລະ​ປະຊາຊົນ​ຈີນທີ່​ມີ​ຕໍ່​ທ່ານ​ແລ້ວ." ວັນ​ທີ2 ມີນາ​ນີ້, ທ່ານຫຼີ​ຊິ່ນ​ຮວາ ​ໂຄສົກ​ກອງ​ປະຊຸມ​ສະພາ​ເປິກສາ​ການ​ເມືອງປະຊາຊົນ​ຈີນ​ຄັ້ງ​ທີ2​ ຊຸດ​ທີ12 ​ໄດ້​ປະກອບ​ຄວາມ​ຄິດ​ຄວາມ​ເຫັນ​ດັ່ງກ່າວ​ໃນ​ເວລາກ່າວ​ເຖິງ​ການ​ພົວພັນ​ລະຫວ່າງ​ຍີ່ປຸ່ນ​ກັບ​ຈີນ.

ທ່ານ​ຫຼີ​ຊິ່ນ​ຮວາ​ກ່າວ​ວ່າ, ​ຜູ່​ນຳ​ຍີ່ປຸ່ນດ້ານ​ໜຶ່ງກ່າວ​ວ່າ​ຈະ​ພົບ​ປະ​ແລະ​ສົນທະນາ​ກັບ​ຜູ່​ນຳ​ຈີນ, ອີກ​ດ້ານ​ໜຶ່ງ​ພັດ​ບໍ່​ເອົາ​ຫົວຊາ​ນຳການ​ພົວພັນ​ລະຫວ່າງ​ຈີນ​ຍີ່ປຸ່ນ​ແລະສະ​ເຖຍ​ລະ​ພາບຂອງ​ພາກ​ພື້ນ, ສ້າ​ງສ​ະພາບ​ການ​ເຄັ່ງ​ຕຶງ​ທາງ​ການ​ທະຫານ​ແລະ​ເພີ່ມ​ອຸປະກອບ​ອາວຸດ​ທີ່ກ້າວໜ້າ​​ເລື້ອຍໆ, ນີ້​ໄດ້​ເຜີຍ​​ແບ​ໃຫ້​ເຫັນ​ເຖິງໜ້າ​ຕາ​​ເປັນ​ນົກ​ສອງ​ຫົວ​ແລະ "​ເປັນ​ຜູ່​ທີ່​ກໍ່​​ເລື້ອງ​ກໍ່​ລາວ​ຢູ່​ພາກ​ພື້ນ​ນີ້ເຂດ​​ແຄວ້ນ" ຢ່າງສຸດ​ກົກ​ສຸດ​ປາຍ.

ທ່ານ​ກ່າວ​ວ່າ, ພວກ​ຂ້າພະ​ເຈົ້າກໍ່​ໄດ້​ໃສ່​ໃຈ​ວ່າ, ປະຊາ​ຄົມ​ໂລກ​ແລະ​ພັກຝ່າຍ, ນັກ​ການ​ເມືອງ​, ສື່​ມວນ​ຊົນ​ແລະ​ປະຊາ​ຊົນ​ທີ່​ມີ​​ເຈດ​ຈຳນົງເປັນ​ທຳ​ກໍ່​ເປັນ​ຫ່ວງ​ຕໍ່​​ເລື່ອງ​ນີ້:" ປະຊາຊົນ​ຍີ່ປຸ່ນ​ບໍ່​ຢາກ​ໃຫ້​ຍີ່ປຸ່ນຊ້ຳ​ຮອຍ​ເກົ່າ, ປະຊາ​ຄົມ​ໂລກ​ບໍ່​ອະນຸຍາດ​ໃຫ້​ຍີ່ປຸ່ນ​ຖອຍຄືນຫຼັງ​​ໃນ​ດ້ານປະຫວັດສາດ."

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ