ຈັດກອງ​ປະຊຸມ​ກະກຽມຂອງ​ກອງ​ປະຊຸມ​ເທື່ອ​ທີ​ 2 ຂອງ​ສະ​ພາ​ປະ​ຊາ​ຊົນ​ແຫ່ງ​ຊາດ​ຈີນ​ຊຸດ​ທີ 12
2014-03-04 15:43:02  cri 
ກອງ​ປະຊຸມ​ເທື່ອ​ທີ 2 ຂອງ​ສະພາ​ປະຊາຊົນ​ແຫ່ງ​ຊາດ​ຈີນຊຸດທີ 12 ໄດ້ຈັດກອງປະຊຸມ ກະ​ກຽມ​ຢູ່​ຫໍ​ສະ​ພາ​ປະ​ຊາ​ຊົນ​ທີ່​ນະ​ຄອນ​ຫຼວງ​ປັກ​ກິ່ງໃນຕອນເຊົ້າວັນທີ 4 ມີນານີ້, ​ໂດຍ​ການ​ເປັນ​ປະທານ​ຂອງ​ທ່ານ​ຈ່າງ​ເຕີ​ຈ່ຽງ ປະທານ​ຄະນະ​ປະ​ຈຳ​ສະພາ​ປະຊາຊົນ​ແຫ່ງ​ຊາດ​ຈີນ. ກອງ​ປະຊຸມ​ໄດ້​ເລືອກ​ຕັ້ງ​ຄະ​ນະ​ປະ​ທານ​ພ້ອມ​ເລ​ຂາ​ທິ​ການ​ຂອງ​ກອງ​ປະ​ຊຸມ​ເທື່ອ​ທີ 2 ຂອງ​ສະ​ພາ ປະ​ຊາ​ຊົນ​ແຫ່ງ​ຊາດ​ຈີນ​ສະ​ໄໝ​ທີ 12 , ແລະ​ໄດ້​ລົງ​ຄະ​ແນນ​ສຽງ​ຮັບ​ຮອງ​ເອົາ​ວາ​ລະ​ຂອງ​ກອງ​ປະຊຸມ​ເທື່ອ​ທີ 2 ຂອງ​ສະ​ພາ​ປະ​ຊາຊົນ​ແຫ່ງ​ຊາດ​ຈີນຊຸດ​ທີ 12 .

ທ່ານ​ຈ່າງ​ເຕີ​ຈ່ຽງ​​ໃນ​ນາມ​ເປັນ​ປະທານ​ກອງ​ປະຊຸມ​ໄດ້ ​ປະກາດ​ວ່າ, ກອງ​ປະຊຸມ​​ເທື່ອ​ທີ 2 ຂອງ​ສະພາ​ປະຊາຊົນ​ແຫ່ງ​ຊາດ​ຈີນ​ຊຸດ​ທີ 12 ຈະ​ໄຂ​ຂຶ້ນ​​ໃນ​ວັນ​ທີ 5 ມີນາ​ນີ້, ວຽກ​ງານກະກຽມ​ທຸກ​ດ້ານ​ຂອງ​ກອງ​ປະຊຸມ​ໄດ້​ກຽມພ້ອມ​ຮຽບຮ້ອຍ​ແລ້ວ.

ກອງ​ປະຊຸມ​ກະກຽມ​ໄດ້​ຜ່ານ​ການ​ລົງ​ຄະ​ແນນ​ສຽງ​​ແລ້ວ​ເລືອກ​ຕັ້ງ​ຄະນະ​ປະທານ​ແລະ​ເລຂາທິການ​ຂອງ​ກອງ​ປະຊຸມ​ເທື່ອ​ທີ 2 ຂອງ​ສະ​ພາ​ປະ​ຊາຊົນ​ແຫ່ງ​ຊາດ​ຈີນ​ຊຸດ​ທີ 12. ຄະນະ​ປະທານ​ກອງ​ປະຊຸມ​ປະກອບ​ດ້ວຍ 176 ຄົນ ​ໂດຍ​ມີ​ທ່ານ​ຫຼີ້ຈ້ຽນ​ໂກວ​ເປັນ​ເລຂາທິການ​ຂອງ​ກອງ​ປະຊຸມ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ