CRI On Line ພາກ​ພາສາ​ລາວ​ຈະລາຍ​ງານ​ການ​ເຄື່ອນ​ໄຫວ​ພິທີ​ເປີດ​ກອງ​ປະຊຸມ​ເທື່ອ​ທີ 2 ຂອງ​ສະພາ​ປະຊາຊົນ​​ແຫ່ງ​ຊາດ​ຈີນ​ຊຸດ​ທີ 12ດ້ວຍ​ພາບ​ແລະ​ບົດ
2014-03-04 16:41:36  cri 
ກອງ​ປະຊຸມ​ເທື່ອ​ທີ 2 ຂອງ​ສ​ະພາ​ປະຊາຊົນ​ແຫ່ງ​ຊາດ​ຈີນ​ຊຸດ​ທີ 12 ຈະ​ໄຂ​ຂຶ້ນ​ໃນ​ເວລາ 9 ​ໂມງ​ຂອງ​ວັນ​ທີ 5 ມີນາ 2014ນີ້​ຢູ່​ຫໍສະພາ​ປະຊາຊົນ​ທີ່ນະຄອນຫຼວງປັກ​ກິ່ງ, ທ່ານ​ຫຼີ້​ເຄີ​ສ໋ຽງ ນາຍົກລັດຖະມົນຕີຈີນຈະ​ຂຶ້ນ​ກ່າວ​ບົດ​ລາຍ​ງານ​ວຽກ​ງານ​ລັດຖະບານ​​ໃນ​ກອງ​ປະ​ຊຸມ​ຄັ້ງ​ນີ້.

ໂອກາດ​ນີ້, ວິທະຍາ​ຍຸ​ສາກົນ​ແຫ່ງ​ປະ​ເທດ​ຈີນ​ຫຼື CRI ຈະ​ຖ່າຍ​ທອດ​ສົດ​ການ​ເຄື່ອນ​ໄຫວ​ຂອງ​ກອງ​ປະຊຸມດ້ວຍ​ພາສາ​ຈີນ​ກາງ, ພາສາ​ອັງ​ກິດ, ພາສາ​ຍີ່​ປຸ່ນ, ພາສາ​ເກົາຫຼີ,ພາສາ​ມົງ​ໂກນ, ພາສາ​ອາຣັບ, ພາສາຣັດ​ເຊຍ,ພາສາ​ຝະຣັ່ງ,ພາສາ​ເຢຍລະ​ມັນ​ແລະ​ພາສາ​ແອັສປາຍ.

ເວັບ​ໄຊCRI On Lineພາກ​ພາສາ​ມາ​ເລ​ເຊຍ, ພາສາ​ອິນ​ໂດ​ເນ​ເຊຍ, ພາສາ​ຟີ​ລິບ​ປິນ, ພາສາ​ໄທ,ພາສາ​ຫວຽດນາມ,ພາສາ​ມຽນມາ,ພາສາ​ລາວ​ແລະ​ພາສາ​ກຳປູ​ເຈຍ​ຈະລາຍ​ງານ​ຂ່າວ​ການ​ເຄື່ອນ​ໄຫວ​ຢູ່​ໃນ​ກອງ​ປະຊຸມ​ຄັ້ງ​ນີ້ດ້ວຍ​ພາບ​ແລະ​ບົດ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ