ຈີນ​ຈະ​ໂຈມ​ຕີ​ລັດ​ທິ​ກໍ່​ການ​ຮ້າຍ​ຢ່າງ​ເດັດຂາດກວ່າ​ເກົ່າ ຫວັງ​ວ່າ​ຈະ​ມີ​ປະ​ເທດ​ຫລາຍ​ກວ່າ​​ເກົ່າ​ຈະ​​ເຂົ້າ​ໃຈ​ແລະ​ໃຫ້ການຮ່ວມ​ມື​ກັບ​ຈີນ
2014-03-04 15:37:11  cri 

ວັນ​ທີ 4 ມີນາ​ນີ້, ​ໃນ​ເວລາ ຈັດ​ກອງ​ປະຊຸມ​ຂ່າວ, ​ເມື່ອ​ກ່າວ​ເຖິງ​ເຫດການ​ກໍ່​ການ​ຮ້າຍ​ແບບ​ຮຸນ​ແຮງ" 1 ມີນາ " ​ທີ່​ເກີດ​ຂຶ້ນ​ຢູ່​ນະຄອນ​ຄູນ​ໝິງ​, ທ່ານ​ນາງ​ຟູ້ຢິ໋ງ, ​ໂຄສົກ​ກອງ​ປະຊຸມ​ຄັ້ງ​ທີ 2 ສະພາ​ຜຸ້​ແທນ​ປະຊາຊົນ​​ແຫ່ງ​ຊາດ​ຈີນ​ສະ​ໄໝ​ທີ 12 ກ່າວ​ວ່າ, ​ໃນ​ເຫດການ​ຄັ້ງ​ນີ້, ພວກ​ກໍ່​ການ​ຮ້າຍ​ໄດ້​ຂ້າ​ຄົນທົ່ວທີບ​ແບບ​ໄຮ້​ມະນຸດສະ​ທໍາ, ຕໍ່​ເລື່ອງ​ນີ້, ພວກ​ຂ້າພະ​ເຈົ້າກ່າວ​ປະນາມ​ຢ່າງ​ຮຸນແຮງ​ທີ່​ສຸດ, ສະ​ແດງ​ຄວາມ​ໄວ້ອາ​ໄລ​ຢ່າງ​ເລິກ​ເຊິ່ງຕໍ່​ປະຊາຊົນ​ທີ່​ໄດ້​ເສຍຊີວິ​ດ​ ​ແລະ​ສະ​ແດງ​ຄວາມ​ຢື້​ຢາມ​ຖາມ​ຂ່າວ​ຢ່າງ​ເລິກ​ເຊິ່ງຕໍ່​ປະຊາຊົນ​ທີ່ປະສົບເຄາະ​ຮ້າຍ​ໃນ​ເຫດການ​ຄັ້ງ​ນີ້.

ທ່ານ​ນາງ​ຟູ້ຢິ໋ງກ່າວ​ວ່າ, ລັດທິ​ກໍ່​ການ​ຮ້າຍ​ບໍ່​ມີ​ຊາຍ​ແດນ, ຈີນ​ຈະ​ໂຈມ​ຕີ​ລັດ​ທິ​ກໍ່​ການ​ຮ້າຍ​ຢ່າງ​ເດັດຂາດກວ່າ​ເກົ່າ, ຫວັງ​ວ່າ​ຈະ​ໄດ້ຮັບ​ຄວາມ​ເຂົ້າ​ໃຈ​​ແລະ​ການ​ຮ່ວມ​ມືຈາກ​ປະຊາ​ຄົມ​ໂລກ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ