ສື່​ມວນ​ຊົນ​ຕ່າງປະ​ເທດ​ຕີ​ລາຄາ​ຢ່າງ​ຕັ້ງໜ້າ​ຕໍ່​ບົດ​ລາຍ​ງານ​ວຽກ​ງານ​ລັດຖະບານ​ຈີນ 2014
2014-03-05 16:43:26  cri 
ກອງ​ປະຊຸມ​ເທື່ອ​ທີ 2 ຂອງ​ສະພາ​ປ​ະຊາ​ຊົນ​ແຫ່ງ​ຊາດ​ຈີນ​ຊຸດ​ທີ 12 ​ໄດ້ໄຂ​ຂຶ້ນ​ໃນ​ຕອນ​ເຊົ້າ​ວັນ​ທີ 5 ມີນາ​ນີ້​ຢູ່​ຫໍ​ສະພາ​ປະຊາຊົນ​ທີ່​ນະ​ຄອນ​ຫຼວງ​ປັກ​ກິ່ງ, ທ່ານ​ຫຼີ້​ເຄີ້ສ໋ຽງ ນາຍົກລັດ ຖະມົນຕີຈີນ​ໄດ້​ຕາງ​ໜ້າ​ຄະນະ​ລັດຖະບານ​ລາຍ​ງານ​ວຽກ​ງານ​ຂອງ​ລັດຖະບານ​ເປັນ​ຄັ້ງ​ທຳ​ອິດ​​ໃນ​ໄລ​ຍະ​ປະ​ຕິ​ບັດ​ໜ້າ​ທີ່​ໃນ​ຕຳ​ແໜ່​ງຂອງ​ທ່ານ, ​ແລະ​ຍັງ​ໄດ້​ອະທິ​ປາຍ​​ໃຫ້​ຮູ້​ລະອຽດ​ກ່ຽວ​ກັບເນື້ອ​ໃນຕ່າງໆ​ຂອງ​ບົດ​ລາຍ​ງານ​ເຊັ່ນ​ ​ເປົ້າ​ໝາຍ​ການ​ເຕີບ​ໂຕ​ດ້ານ​ເສດຖະກິດ, ​ແຜນ​ງົບປະມານ​ດ້ານ​ການ​ປ້ອງ​ກັນ​ປະ​ເທດ, ການ​ປະຕິບັດ​ມາດ​ຕະການ​ປະຕິ​ຮູບ​ແລະ​ອື່ນໆ​.

ສຳນັກ​ຂ່າວສານ​ລອຍ​​ເຕີ​ຂອງ​ອັງກິດ​ລາຍ​ງານ​ໃນ​ວັນ​ທີ 5 ມີນາ​ນີ້​ວ່າ, ຜ່ານ​ຈາກ​ບົດ​ລາຍ​ງານ​ວຽກ​ງານ​ລັດຖະບານ,ລັດຖະບານ​ຈີນ​ໄດ້​ສົ່ງ​ສັນຍານ​​ແຮງ​ ​ທີ່​ສຸດ​ນັບ​ມາ​ຮອດ​ປັດຈຸບັນ, ຊຶ່ງ​ສະ​ແດງ​ໃຫ້​ເຫັນ​ວ່າ​ເສດຖະກິດ​ຈີນ​ຈະ​ຫັນ​ໄປ​ສູ່​ການ​ເນັ້ນ​​ໃສ່ການ​ພັດທະນາ​ຢ່າງ​ດຸ່ນ​ດ່ຽງ​ແລະ​ເປັນ​ມິດ​ກັບ​ສິ່ງ​ແວດ​ລ້ອມ,​ແລະ​ກ່າວ​ປະກາດ​ຈະ​ຕໍ່ຕ້ານ​ກັບ​ບັນຫາການສ້າງມົນ​ລະ​ພິດຕໍ່​ສິ່ງ​ແວດ​ລ້ອມ.

ໜັງສືພິມ wall street journal ຂອງ​ອາ​ເມ​ລິ​ກາ​ໄດ້​ລົງ​ພິມ​ບົດ​ຄວາມ​ໂດຍ​ຂຽນ​ວ່າ, ລັດ​ຖະບານ​ຈີນ​ສ້າງ​ນະ​ໂຍບາຍ​ເສດຖະກິດ​ປະຈຳ​ປີ​ໃນ​ໄລຍະ​ເປີດ​ກອງ​ປະຊຸມ​ສະພາ​ປະຊາຊົນ​ແຫ່ງ​ຊາດ​ໃນ​ແຕ່ລະ​ປີ. ​ເປົ້າ​ໝາຍ​ການ​ເຕີບ​ໂຕ​ດ້ານ​ເສດຖະກິດ​ຂອງ​ປີ​ນີ້​​ແມ່ນ​ຄື​ກັນ​ກັບ​ສອງ​ປີ​ທີ່​ຜ່ານ​ມາ, ທັງ​ໝົດ​ເຫຼົ່າ​ນີ້​ລ້ວນ​ແຕ່​ໄດ້​ສົ່ງ​ສັນຍານ​ທີ່​ສະ​ແດງ​ໃຫ້​ເຫັນ​ເຖິງ​ຄວາມ​ໝັ້ນຄົງ​ແລະ​ຄວາມ​ຕໍ່​ເນື່ອງ​ຂອງ​ນະ​ໂຍບາຍເສດຖະກິດ​ຈີນ.

ຂ່າວສານ AFP ຂອງ​ຝະຣັ່ງ​ໄດ້​ໃຫ້​ຄວາມ​ເອົາ​ໃຈ​ໃສ່​ຕໍ່​ເນື້ອ​ໃນ​ຂອງ​ບົດ​ລາຍ​ງານ​ທີ່​ກ່ຽວ​ກັບ​ງົບປະມາ​ນດ້ານ​ການ​ປ້ອງ​ກັນ​ປະ​ເທດ​ໄດ້​​ເພີ່ມ​ຂຶ້ນ 12,2% ຖ້າ​ທຽບ​ໃສ່​​ໄລຍະ​ດຽວ​ກັນຂອງ​ປີ 2013ຜ່ານ​ມາ.

ທ່ານ​ຮາ​ຕັນ ນັກ​ວິຈານ​ຂອງ​ບໍລິສັດ BBC ອັງກິດ​ກ່າວ​ວ່າ, ຄະນະ​ນຳ​ຊຸດ​ໃໝ່​ຂອງ​ຈີນ​ໄດ້​ວາງ​ແຜນ​ແມ່​ບົດກ່ຽວ​ກັບການ​ປະຕິ​ຮູບດ້ານ​ເສດ​ຖະ​ກິດ,​ໂຄງ​ປະກອບ​ສັງຄົມ​ແລະ​ແຜນ​ພັດທະນາ​ຂອງ​ຈີນ, ກອງ​ປະຊຸມ​ສະພາ​ປະຊາຊົນ​ແຫ່ງ​ຊາດຈີນ​ແລະ​ກອງ​ປະຊຸມ​ສະພາ​ປຶກສາ​ການ​ເມືອງ​ປະຊາຊົນ​ແຫ່ງ​ຊາດ​ຈີນ​ປີ 2014 ນີ້ ຈະ​ສືບຕໍ່​ຊຸກ​ຍູ້​ການ​ປະຕິ​ຮູບ​ເຫຼົ່າ​ນີ້.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ