ທ່ານ​ສີ​ຈິ້ນ​ຜິ​ງ ກ່າວ​ເນັ້ນວ່າ ປະຊາຊົນ​ບັນດາ​ເຜົ່າ​ໃນ​ທົ່ວ​ປະ​ເທດ​ລ້ວນ​ແຕ່​ຕ້ອງ​ຖະໜຸຖະໜອມສະພາບ​ດ້ານການ​ເມືອງ​ທີ່​ມີ​ຄວາມມະຫາ​ສາມັກຄີ​ທົ່ວ​ປວງຊົນ​ທັງຊາດ
2014-03-05 10:11:27  cri 

ວັນ​ທີ 4 ມີນາ​ນີ້, ຜູ້ນຳ​ພັກ-ລັດ​ຈີນ ​ເຊັ່ນ ທ່ານ​ສີ​ຈິ້ນ​ຜິ​ງ, ທ່ານ​ຫຼີ​ເຄີ້ສຽງ, ທ່ານ​ຈ່າງ​ເຕີ​ຈ່ຽງດ ທ່ານ​ຢີ​ເຈິ້ງ​ເຊິ່ງ, ທ່ານຫຼິວຢຸນຊ່ານ, ທ່ານ​ຫວາງ​ສີ​ຊ່ານ ​ແລະ ທ່ານ​ຈ່າງ​ກ່າວ​ລີ້ ຕ່າງ​ໄດ້​ໂອ້​ລົມກັບຄະນະກຳມະການທີ່ເຂົ້າຮ່ວມກອງປະຊຸມສະພາປຶກສາການເມືອງປະຊາຊົນແຫ່ງ ຊາດຄັ້ງທີ 2 ສະໄໝທີ 12 ແລະ ​ເຂົ້າຮ່ວມ​ການ​ແບ່ງ​ໜ່ວຍ​ຄົ້ນຄວ້າ, ​ເພື່ອ​ປຶກສາ​ຫາລື​ກັບ​ຄະນະ​ກຳມະການ​ກ່ຽວ​ກັບ​ວຽກ​ບ້ານ​ການເມືອງ.

​ໃນ​ເວລາ​ເຂົ້າຮ່ວມ​ການ​ປຶກສາ​ຫາລື​ໃນ​ໜ່ວຍ​ປະສົມ​ຄະນະ​ກຳມະການ​ຊົນ​ເຜົ່າ​ສ່ວນ​ໜ້ອຍ, ທ່ານ​ສີ​ຈິ້ນ​ຜິ​ງ ​ໄດ້​ກ່າວ​ເນັ້ນວ່າ, ປະຊາຊົນ​ບັນດາ​ ເຜົ່າ​ໃນ​ທົ່ວ​ປະ​ເທດ​ລ້ວນ​ແຕ່​ຕ້ອງຖະໜຸຖະໜອມສະພາບ​ການ​ເມືອງ​ທີ່​ມະຫາ​ສາມັກຄີ​ທົ່ວປວງ​ຊົນທັງ​ຊາດ, ລ້ວນແຕ່ຕ້ອງເດັດດ່ຽວຄັດຄ້ານກິ ລິຍາວາຈາຕ່າງໆທີ່ຈະກະທົບເຖິງຄວາມມະຫາສາມັກຄີຂອງຊົນ​ເຜົ່າ​ຕ່າງໆ, ​ເຮັດ​ໃຫ້ມູນ​ເຊື້ອ​ອັນ​ມີ​ກຽດ​ທີ່ຊົນ​ເຜົ່າ​ຕ່າງໆ​​ໄດ້ສາມັກຄີ​ເປັນ​ປຶກ​ແຜ່ນ​ດຽວກັນນັ້ນ​ໃຫ້ສືບ​ທອດກັນ​ໄປ​ໃນ​ທຸກ​ເຊັ່ນ​ຄົນ.

ທ່ານຫຼີ​ເຄີ້ສຽງ ​ໄດ້​ເຂົ້າຮ່ວມ​ໜ່ວຍ​ປະສົມ​ຄະນະ​ກຳມະການຈາກ​ວົງ​ການ​ເສດຖະກິດ​ແລະວົງ​ການ​ກະສິກຳ, ​ໂດຍ​ກ່າວ​ເນັ້ນວ່າ, ຕ້ອງ​ຮັກສາ​ສະພາບ​ເສດຖະກິດ​ທີ່​ມີ​ທ່າ​ຂະຫຍາຍ​ທີ່​ດີ​ໃນ​ສະພາບ​ຄວາມ​ໝັ້ນທ່ຽງ, ຍຶດໝັ້ນຖື​ການ​ປະຕິ​ຮູບ​ເປັນ​ແຮງຊຸກຍູ້, ຕັ້ງໜ້າ​ພັດທະນາ​ລະບອບ​ເສດຖະກິດ​ກຳມະສິດ​ປະສົມ. ຜ່ານ​ການ​ປະດິດ​ສ້າງ​ດ້ານ​ໂຄ​ງປະກອບ ​ແລະ ດ້ານ​ວິທະຍາສາດ-​ເຕັກນິກ, ຊຸກ​ຍູ້​ການ​ຫັນ​ເປັນ​ທັນ​ສະ​ໄໝ​ດ້ານ​ກະສິກຳ, ຊຸກ​ຍູ້​​ໃຫ້​ກະສິກຳ​ມີ​ການພັດທະນາ, ຊາວ​ກະສິກອນ​ມີ​ລາຍ​ຮັບ​ເພີ່ມ​ຂຶ້ນ ​ແລະ ຊົນນະບົດ​ມີ​ຄວາມ​ຈະ​ເລີ​ນຮຸ່ງ​ເຮືອງ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ