ໄຂກອງ​ປະຊຸມ​ສະພາ​ປະຊາຊົນ​ແຫ່ງ​ຊາດ​ຈີນຄັ້ງ​ທີ 2 ສະ​ໄໝ​ທີ 12 ​ຢູ່ຫໍ​ສະພາ​ປະຊາຊົນ​
2014-03-05 10:00:15  cri 
​ໄຂກອງ​ປະຊຸມ​ສະພາ​ປະຊາຊົນ​ແຫ່ງ​ຊາດ​ຈີນຄັ້ງ​ທີ 2 ສະ​ໄໝ​ທີ 12 ​ຢູ່ຫໍ​ສະພາ​ປະຊາຊົນ​ໃນ​ເວລາ 9 ​ໂມງ​ຂອງ​ວັນ​ທີ 5 ມີນາ​ນີ້. ທ່ານ​ສີ​ຈິ້ນ​ຜິ​ງ, ​ເລຂາທິການ​ໃຫຍ່​ສູນ​ກາງ​ພັກ​ກອມ​ມູນິດ​ຈີນ, ປະທານ​ປະ​ເທດ​ຈີນ, ທ່ານ​ຫຼີ​ເຄີ້ສຽງ, ນາຍົກລັດຖະມົນຕີຈີນ, ທ່ານຢີເຈີ້​ງ​ເສິ່ງ, ປະທານ​ສະພາ​ປຶກສາ​ການ​ເມືອງ​ປະຊາຊົນ​ແຫ່ງ​ຊາດ​ຈີນ, ທ່ານ​ຫຼຽວ​ຢູນຊານ, ກຳມະກາ​ນປະຈຳກົມ​ການ​ເມືອງ​ສູນ​ກາງພັກ, ຄະນະເລຂາ​ທິການສູນ​ກາງພັກ, ທ່ານ​ຫວາງ​ສີ​ຊານ, ກຳມະການ​ປະຈຳກົມ​ການ​ເມືອງ​ສູນ​ກາງພັກ, ​ປະທານ​ຄະນະ​ກຳມະການ​​ກວດກາວິ​ໄນ​ສູນ​ກາງພັກ, ທ່ານ​ຈ່າງ​ກ່າວ​ລີ້, ກຳມະການ​ປະຈຳ​ກົມ​ການ​ເມືອງ​ສູ​ນກາງ, ຮອງ​ນາຍົກລັດຖະມົນຕີ​​ໄດ້ເຂົ້າ​ຮ່ວມ​ກອງ​ປະຊຸມ. ທ່ານ​ຈ່າງ​ເຕີ​ຈ່ຽງ, ກຳມະການ​ປະຈຳກົມ​ການ​ເມືອງ​ສູນ​ກາງພັກ, ປະທານ​ສະພາ​ປະຊາຊົນ​ແຫ່ງ​ຊາດ​ຈີນ​ເປັນປະທານ​ຂອງ​ກອງ​ປະຊຸມ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ