ທ່ານ​ຫຼີ​ເຄີ້ສຽງ, ນາຍົກລັດຖະມົນຕີຈີນ​ຕາງໜ້າ​ລັດຖະບານ ສະ​ເໜີ​ບົດ​ລາຍ​ງານ​​ວຽກ​ງານ​ຂອງ​ລັດຖະບານ ຕໍ່ກອງ​​ປະຊຸມສະພາ​ປະຊາ​ຊົນ​ແຫ່ງ​ຊາດ​ຈີນຄັ້ງ​ທີ 2 ສະ​ໄໝ​ທີ 12
2014-03-05 10:19:51  cri 
ຕາມ​ຂ່າວCRI: ຕອນ​ເຊົ້າ​ວັນ​ທີ 5 ມີນາ​ນີ້, ກອງ​ປະຊຸມ​ສະພາ​ປະຊາຊົນ​ແຫ່ງ​ຊາດ​ຈີນ​ຄັ້ງ​ທີ 2 ສະ​ໄໝທີ 12​ໄດ້​ໄຂ​ຂຶ້ນ​​ຢູ່​ນະຄອນຫຼວງ​ປັກ​ກິ່ງ. ທ່ານ​ສີ​ຈິ້ນຜິ​ງ, ​ເລຂາທິການ​ໃຫຍ່​ສູນ​ກາງ​ພັກ​ກອມ​ມູນິດ​ຈີນ, ປະ​ທານ​ປະ​ເທດ​ຈີນ, ທ່ານ​ຫຼີ​ເຄີ້ສຽງ, ນາຍົກລັດຖະມົນຕີຈີນ​ແລະ​ຜູ້ນຳ​ຈີນ​ທ່ານ​ອື່ນໆ​ພ້ອມ​ດ້ວຍ​ຜູ້​ແທນ​ສະພາ​ປະຊາຊົນ​ແຫ່ງ​ຊາດ​ຈີນ​ເກືອບ 3000 ຄົນ​ໄດ້​ເຂົ້າ​ຮ່ວມ​ກອງ​ປະຊຸມຄັ້ງ​ນີ້, ຜູ້​ແທນບຸກຄົນ​ທີ່​ເຂົ້າ​ຮ່ວມ​ກອງ​ປະຊຸມ​ທັງ​ໝົດ​ໄດ້​ກົ້ມ​ຫົວໄວ້ອາ​ໄລ​​ເຖິງຜູ້​ເສຍ​ຊີວິດ​ໃນ​ເຫດການ​ກໍ່​ການ​ຮ້າຍ​​ຫົວຮຸນ​ແຮງທີ່​ເກີດ​ຂຶ້ນ​ຢູ່​ສະຖານີ​ລົດ​ໄຟ​ນະຄອນ​ຄຸນມິ​ງໃນ​ຕອນ​ຄ່ຳວັນ​ທີ 1 ມີນາ​ນີ້. ຫຼັງ​ຈາກ​ນັ້ນ, ທ່ານ​ຫຼີ​ເຄີ້ສຽງ, ນາຍົກລັດຖະມົນຕີຈີນ​ໄດ້​ຕາງໜ້າ​ລັດຖະບານ​ສະ​ເໜີ​ບົດ​ລາຍ​ງານ​ວຽກ​ງານຂອງ​ລັດຖະບານຕໍ່ອງ​​ປະຊຸມສະພາ​ປະຊາ​ຊົນ​ແຫ່ງ​ຊາດ​ຈີນຄັ້ງ​ທີ 2 ສະ​ໄໝ​ທີ 12.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ