ສື່​ມວນ​ຊົນ​ໄທ​ລາຍ​ງານ​ວ່າ: ປະ​ເທດ​ອາຊີ​ຕາ​ເວັນ​ອອກສຽງ​ໃຕ້​ເບິ່ງ​​ໄປໃນ​ແງ່​ດີຕໍ່​ເສດຖະກິດ​ຂອງ​ຈີນ
2014-03-05 13:51:57  cri 
ຕາມ​ຂ່າວCRI: ໜັງສື​ພິມ "ຢືນ​ໝິນຢື້​ປ້າວ" ຂອງ​ຈີນລາຍ​ງານ​ວ່າ, ກອງ​ປະຊຸມ​ສະພາ​ປະຊາຊົນ​ແຫ່ງ​ຊາດ​ຈີນຄັ້ງ​ທີ 2 ສະ​ໄໝ​ທີ 12 ​ແລະ​ກອງ​ປະຊຸມ​ສະພາປຶກສາ​ການ​ເມືອງປະຊາຊົນ​ແຫ່ງ​ຊາດ​ຈີນ​ຄັ້ງ​ທີ 2 ສະ​ໄໝ​ທີ 12 ກຳລັງ​ຈັດ​ຂຶ້ນ​ຢູ່​ນະຄອນຫຼວງ​ປັກ​ກິ່ງ​, ປະຊາ​ຄົມ​ໂລກ​ໄດ້​​ເອົາ​ໃຈ​ໃສ່ຢ່າງ​ໃກ້ຊິດ​ຕໍ່​ກອງ​ປະຊຸມ​ສອງ​ສະພາ​ດັ່ງກ່າວ​ຈະ​ຊຸກຍູ້​ການ​ພັດທະນາ​ດ້ານ​ເສດຖະກິດ​ຂອງ​ຈີນ​ແນວ​​ໃດ. ທ່ານ​ຊຽນ​ເຟີ​ງ, ຮອງ​ຫົວໜ້າສຳນັກງານໜັງສືພິມ "ອາຊີ​ນິວ​ທາມ" ຂອງ​ໄທ​ກ່າວ​ວ່າ, ການ​​ເຕີບ​ໂຕ​ດ້ານ​ເສດຖະກິດ​ຂອງ​ຈີນ​ໄດ້​ຊັກ​ນຳ​ການ​ເຕີບ​ໂຕ​ດ້ານ​ການ​ສົ່ງ​ອອກ​ຂອງ​ບັນດາ​ປະ​ເທດ​ອາຊີ​ຕາ​ເວັນ​ອອກສຽງ​ໃຕ້, ປະ​ເທດ​ອາຊີ​ຕາ​ເວັນ​ອອກສຽງ​ໃຕ້​ເບິ່ງ​​ໄປໃນ​ແງ່​ດີ​ຕໍ່​ເສດຖະກິດ​ຈີນ.

ທ່ານ​ຊຽນ​ເຟີ​ງກ່າວ​ວ່າ, ​ເສດຖະກິດ​ຈີນ​ໄດ້​ຮັກສາ​ທ່ວງທ່າການພັດທະນາ​ຢ່າງ​ໝັ້ນ​ທ່ຽງ​ແລະ​ປອດ​ໃສ, ​​ໂດຍ​ໄດ້​ຮັບປະກັນ​ການ​ປະກອບ​ອາຊີບ​ຂອງ​ປະຊາຊົນຢ່າງ​ເຕັມທີ, ສ່ວນ​ທັງ​ໄດ້​ຄວບ​ຄຸມ​ໄພ​ເງິນ​ເຟີ້​ຢ່າງ​ມີ​ປະສິດທິ​ຜົນ.

ທ່ານ​ຊຽນ​ເຟີ​ງກ່າວ​ວ່າ, ການ​ເຕີບ​ໂຕ​ດ້ານ​ເສດຖະກິດ​ຂອງ​ຈີນ​ໄດ້​ຊຸກຍູ້​​ໃຫ້ການ​ສົ່ງ​ອອກ​ຂອງ​ປະ​ເທດ​ອາຊີ​ຕາ​ເວັນ​ອອກສຽງ​ໃຕ້​ເພີ່ມ​ຂຶ້ນ, ບັນດາ​ປະ​ເທດ​ອາຊີ​ຕາ​ເວັນ​ອອກສຽງ​ໃຕ້​ໄດ້​ເບິ່ງ​ໄປ​ໃນ​​ແງ່​ດີ​ຕໍ່​ເສດຖະກິດ​ຈີນ​ໂດ​ຍທົ່ວ​​ໄປ. ວິ​ສາ​ຫະກິດ​ຈີນ​ທີ່​​ໄປ​ລົງທຶນ​ຢູ່​ອາຊີ​ຕາ​ເວັນ​ອອກສຽງ​ໃຕ້ນັບ​ມື້​ນັບ​ຫຼາຍ​ຂຶ້ນ. ພ້ອມ​ກັນ​ນັ້ນ, ວິ​ສາ​ຫະກິດ​ອາຊີ​ຕາ​ເວັນ​ອອກສຽງ​ໃຕ້​ກໍ່​ໄດ້​ທະ​ຍອຍ​ກັນ​ມາ​ພັດທະນາ​ກິດຈະການຢູ່​ຈີນ, ​ເພື່ອກຳ​ໂອກາດ​ເອື້ອ​ອຳນວຍ​ຈາກ​ການ​ພັດທະນາ​ຂອງ​ຈີນ. ການ​ພົວພັນ​ດ້ານ​ເສດຖະກິດ​ການ​ຄ້າ​ລະຫວ່າງ​ຈີນ​ກັບ​ບັນດາ​ປະ​ເທດ​ອາຊີ​ຕາ​ເວັນ​ອອກສຽງ​ໃຕ້​ນັບ​ມື້​ນັບ​ແໜ້ນ​ແຟ້ນຍິ່ງ​ຂຶ້ນ, ​ແມ່ນປະຊາ​ຄົມ​​ໂຊກ​ຊະ​ຕາ​ທີ່​ແທ້​ຈິງ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ