ທ່ານ​ຫຼີ​ເຄີ້ສ໋ຽງກ່າວ​ປະນາມຢ່າງ​ເຄັ່ງຂຶມ​ຕໍ່​ເຫດການ​ກໍ່​ການ​ຮ້າຍ​ແບບ​ຮຸນ​ແຮງ"1 ມີນາ"ທີ່​ເກີດ​ຂຶ້ນ​ຢູ່​ນະ​ຄອນ​ຄູນ​ໝິງ
2014-03-05 16:42:27  cri 

ວັນ​ທີ 5 ​ມີນາ​ນີ້, ​ໃນ​ເວລາ​ລາຍ​ງານ​ດ້ານ​ວຽກ​ງານ​ລັດຖະບານ​ຕໍ່​ກອງ​ປະຊຸມ​ຄັ້ງ​ທີ 2 ຂອງ​ສະພາ​ຜູ້​ແທນ​ປະຊາຊົນ​​ແຫ່ງ​ຊາດ​ຈີນ​ສະ​ໄໝ​ທີ 12, ທ່ານຫຼີ​ເຄີ້ສ໋ຽງ​, ນາ​ຍົກ​ລັດຖະມົນຕີ​ຈີນໄດ້​ກ່າວ​ເຖິງ​ເຫດການ​ກໍ່​ການ​ຮ້າຍ​ແບບ​ຮຸນ​ແຮງ"1 ມີນາ"ທີ່​ເກີດ​ຂຶ້ນ​ຢູ່​ນະ​ຄອນ​ຄູນ​ໝິງ. ທ່ານ​ກ່າວ​ເນັ້ນ​ວ່າ, ຕ້ອງ​ເດັດດ່ຽວ​ຕໍ່ຕ້ານ​ການ​ຕ້ອງ​ໂທດ​ກໍ່​ການ​ຮ້າຍ​ແບບ​ຮຸນ​ແຮງທີ່​ປະໝາດ​ຄວາມ​ສັກສິດ​ຂອງ​ກົດໝາຍ​ແຫ່ງ​ຊາດ​ແລ​ະທ້າຍ​ທາຍຕໍ່​ຄວາມ​ສິວິ​ໄລ​ຂອງ​ມວນ​ມະນຸດ.

ທ່ານຫຼີ​ເຄີ້ສ໋ຽງກ່າວ​ວ່າ, ຕ້ອງ​ເພີ່​ມທະວີ​ການ​ຄຸ້ມ​ຄອງ​ສັງ​ລວມຂອງ​ການ​ປ້ອງ​ກັນ​ຄວາມ​ສະຫງົບ​ໃນ​ສັງຄົ​ມ, ​ເດັດ​ດ່ຽວ​ຕໍ່ຕ້ານ​ການ​ຕ້ອງ​ໂທດ​ກໍ່​ການ​ຮ້າຍ​ແບບ​ຮຸນ​ແຮງ, ຮັກສາ​ຄວາມ​ປອດ​ໄພ​ແຫ່ງ​ຊາດ, ​ເຮັດ​ໃຫ້​ສັງຄົມ​ມີ​ລະບຽບ​ການ​ທີ່​ດີ. ຮັບປະກັນ​ຄວາມ​ປອດ​ໄພ​ດ້ານ​ຊີວິດ​ແລະ​ຊັບ​ສິນ​ຂອງ​ປະຊາຊົນ, ຮ່ວມ​ກັນ​ສ້າງ​ປະ​ເທດ​ຈີນ​ທີ່​ມີ​ຄວາມ​ປອດ​ໄພ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ