ເລຂາທິການສະມາຄົມມິດຕະພາບລາວ-ຈີນເອົາໃສ່ກອງປະຊຸມສອງສະພາແຫ່ງຊາດຈີນ
2014-03-05 18:27:58  cri 

ທ່ານສີຄູນ ບຸນວິໄລ, ເລຂາທິການສະມາຄົມມິດຕະພາບລາວ-ຈີນໄດ້ ເອົາໃສ່ກອງປະຊຸມສອງສະພາແຫ່ງຊາດຈີນໃນລະດັບສູງ.ໃນເວລາ ໃຫ້ສໍາພາດຕໍ່ນັກຂ່າວ CRI ໃນວັນທີ 5 ມີນານີ້, ທ່ານສີຄູນກ່າວວ່າ, ຈີນກັບໂລກບໍ່ສາມາດແຍກອອກຈາກກັນໄດ້.ແຜນການພັດທະນາ ເສດຖະກິດສັງຄົມທີ່ວາງໂດຍພັກແລະລັດຖະບານຈີນໄດ້ສ້າງອິດທິພົນທີ່ສໍາຄັນຕໍ່ສະຖານະການດ້ານເສດຖະກິດຂອງໂລກ ໂດຍສະເພາະ ແມ່ນການພັດທະນາເສດຖະກິດ ຂອງປະເທດອ້ອມຂ້າງ.

ທ່ານສີຄູນກ່າວຕື່ມວ່າ, ລັດຖະບານຈີນໄດ້ໃຊ້ມາດຕະການທີ່ສໍາຄັນໃນດ້ານການຕໍ່ຕ້ານການສໍ້ລາດບັງຫຼວງ ເຊິ່ງມີຄວາມໝາຍທີ່ສໍາຄັນ ຕໍ່ການສ້າງ ລັດຖະບານແບບບໍລິການ ທັງເປັນການສະແດງທີ່ເດັ່ນຊັດຂອງພັກກອມມູນິດຈີນ ທີ່ຍຶດໝັ້ນໃນທິດທາງການປົກຄອງ ຢ່າງມີວິທະຍາສາດ, ການປົກຄອງຢ່າງມີ ປະຊາທິປະໄຕ ແລະການປົກຄອງຕາມກົດໝາຍ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ