ຮອງ​ຜູ້​ວ່າການ​ທະ​ນາຄາ​ນກາງ​ຈີນ​ກ່າວ​ວ່າ, ​ການ​ອ່ອນ​ຄ່າ​ຂອງ​ເງິນ​ຢວນຈີນ​ໃນ​ໄລຍະ​ມໍ່ໆ​ນີ້​ເປັນ​​ເລື່ອງປົກກະຕິ
2014-03-06 15:45:52  cri 
ຕໍ່ກໍລະ​ນີອັດຕາ​ແລກປ່ຽນ​ເງິນ​ຢວນຕໍ່​ເງິນ​ໂດ​ລາ​ອ່ອນ​ຄ່າ​ລົງ​ໃນ​ໄລຍະ​ມໍ່​ໆ​ນີ້, ທ່ານ​ພານ​ກົ່ງ​ເຊິ້ງ ກຳມະການ​ສະພາ​ປຶກສາ​ການ​ເມືອງ​ປະຊາຊົນ​ແຫ່ງ​ຊາດ, ຮອງ​ຜູ້​ວ່າການ​ທະນາຄານ​ກາງ​ຈີນ​ກ່າວ​ຢູ່​ທີ່​ນະຄອນຫຼວງປັກ​ກິ່ງ​ໃນ​ວັນ​ທີ 6 ມີນາ​ນີ້​ວ່າ, ກໍລະນີ​ນີ້​ເປັນສະພາບ​ການ​ປັ່ນ​ປ່ວນ​ຕາມ​ປົກ​ກະ​ຕິຂອງ​ຕະຫຼາດ, ​ແລະບໍ່​ຕ້ອງ​ເປັນ​ຫ່ວງ​ນຳ. ທ່ານ​ພານ​ກົ່ງ​ເຊິ້ງຍັງ​ກ່າວ​ຕື່ມ​ອີກ​ວ່າ, ການ​ປະຕິ​ຮູບລະບຽບ​ການ​ກຳ​ເນີ​ດອັດ​ຕາ​ແລກ​ປ່ຽນ​ເປັນ​ໂຄງ​ການ​ສຳຄັນ​ຂອງ​ການ​ປະຕິ​ຮູບ​ດ້ານ​ການ​ເງິນ​ຂອງ​ຈີນ, ຫຼັກ​ການ​ພື້ນຖານ​ຂອງ​ການ​ປະຕິ​ຮູບ​ແມ່ນຍົກ​ສູງ​ບົດບາດ​ຂອງ​ຕະ​ຫຼາດ​ໃນກົນ​​ໄກ​ກຳ​ເນີ​ດອັດຕາ​ແລກປ່ຽນ, ​ເພີ່ມ​ທະວີ​ຄວາມ​ຄ່ອງ​ແຄ້ວ​ຂອງ​ອັດຕາ​ແລກປ່ຽນ​ເງິນ​ຢວນຈີນ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ