ເຈົ້າຄອງ​ກິ່ງ​ແຂວງ​ສິບ​ສອງ​ພັ່ນ​ນາກ່າວ​ວ່າ ຈະ​ຮ່ວມ​ມື​ກັບປະ​ເທດ​ອາຊີ​ຕາ​ເວັນ​ອອກສຽງ​ໃຕ້​ເພື່ອ​ບັນລຸ​ການ​ເຊື່ອມ​ຈອດ​ກັນ​ໃນ​ຫຼາຍ​ຂົງຂດ
2014-03-07 16:14:28  cri 
ວັນ​ທີ 6 ມີນາ​ນີ້​ຢູ່​ນະຄອນຫຼວງ​ປັກ​ກິ່ງ​ຂອງ​ຈີນ,ທ່ານ​ໂລ​ຫົງ​ຈ່ຽງ ຮອງ​ເລຂາ​ຄະນະ​ພັກ​, ​ເຈົ້າ​ຄອງ​ກິ່ງ​ແຂວງ​ປົກຄອງ​ຕົນ​ເອງ​ເຜົ່າ​ລື້​ສິບ​ສອງ​ພັ່ນ​ນາ​​ແຂວງ​ຢຸນນານ ​ເຊິ່ງ​ເປັນ​ຜູ້​ແທນ​ປະຊາຊົນ​ແຂວງ​ຢຸນນານ​ທີ່​ເຂົ້າ​ຮ່ວມ​ກອງ​ປະຊຸມ​ເທື່ອ​ທີ 2 ຂອງ​ສ​ະພາ​ປະຊາຊົນ​ແຫ່ງ​ຊາດ​ຈີນ​ຊຸດ​ທີ 12 ​ໄດ້​ກ່າວ​ວ່າ, ປີ 2014 ນີ້, ກິ່ງ​ແຂວງ​ສິບ​ສອງ​ພັ່ນ​ນາຈະ​ເພີ່ມທະວີ​ໃນ​ການ​ສ້າງ​ເວທີ​ໃຫ້​ສິບ​ສອງ​ພັ່ນ​ນາ​ສາມາດເຊື່ອມ​ຈອດ​ກັນ​ກັບປະ​ເທດ​ອ້ອມ​ຂ້າງ​ຢູ່​ອາຊີ​ຕາ​ເວັນ​ອອກສຽງ​ໃຕ້.

ທ່ານ​ໂລ​ຫົງ​ຈ່ຽງກ່າວ​ວ່າ, ການ​ເຊື່ອ​ມຈອດ​ກັນ​ບໍ່​ພຽງ​ແຕ່​ສ່ອງ​ແສງ​ໃຫ້​ເຫັນ​ຢູ່​ໃນ​ການກໍ່ສ້າງ​ ​ພື້ນ​ຖານ​ໂຄງ​ລ່າງ​ເທົ່າ​ນັ້ນ, ​ໃນ​ອະນາຄົດ,ຍັງ​ຈະ​ເພີ່ມ​ທະວີ​ການ​ແລກປ່ຽນ​ແລະ​ຮ່ວມ​ມື​ກັນ​ກັບປະ​ເທດ​ອາຊີ​ຕາ​ເວັນ​ອອກສຽງ​ໃຕ້​ໃນ​ດ້ານ​ວັດທະນະທຳ, ການ​ສຶກສາ​ແລະ​ເສດຖະກິດ​ການ​ຄ້າ​ເປັນ​ຕົ້ນ. ທ່ານ​ໂລ​ຫົງ​ຈ່ຽງມີຂໍ້​ສະ​ເໜີ​ໃຫ້​ລັດ​ຖະບານຈົ່ງ​ເລັ່ງລັດ​ແກ້​ໄຂບັນຫາ​ຕ່າງໆ​ທີ່​ເປັນ​ອຸປະສັກເປັນ​ຕົ້ນ​ແມ່ນ​​ເປີດ​ປະຕູດ່ານ​ຊາ​ຍ​ແດນຕໍ່​ພາຍ​ນອກ​ຢ່າງ​ມີ​ເປົ້າ​ໝາຍ, ບຸກຄົນ​ປະ​ເທດ​ທີ​ສາ​ມສາມາດ​ຖື​ໜັງສື​ຜ່ານ​ແດນ​ຫຼື​ປັສ​ປໍຜ່ານ​ດ່ານ​​ໄດ້ຢ່າງ​ເສລີ​ແລະ​ອື່ນໆ, ຊຶ່ງ​ຈະ​ເພີ່ມ​ໂອກາດ​ການ​ຮ່ວມ​ມື​ດ້ານ​ເສດຖະກິດ​ການ​ຄ້າ​ລະຫວ່າງ​ຈີນກັບປະ​ເທດ​ຕ່າງໆ​ໃນ​ອາຊີ​ຕາ​ເວັນ​ອອກ​ແລະ​ອາຊີ​ໃຕ້​ໃຫ້​ໄດ້​ດີ​ຍິ່ງ​ຂຶ້ນ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ