ລັດຖະມົນຕີ​ການ​ຕ່າງປະ​ເທດ​ຈີນ​ເວົ້າ​ເຖິງ​ບັນຫາ​ຜືນ​ແຜ່ນດິນ​ແລະ​ອະທິປະ​ໄຕ​:ຖ້າບໍ່​ແມ່ນ​ຂອງ​ພວກ​ຂ້າພະ​ເຈົ້າ, ຫຼາຍ​ເທົ່າ​ໃດ​ກໍ່​ບໍ່​ເອົາ, ​ຖ້າແມ່ນ​ຂອງ​ພວກ​ຂ້າພະ​ເຈົ້າ, ມີ​ໜ້ອຍ​ເທົ່າ​ໃດ​ກໍ່​ຍ່ອມ​ຈະ​ປ້ອງ​ກັນ​ຮັກສາ
2014-03-08 14:34:19  cri 

ວັນ​ທີ 8 ມີນາ​ນີ້, ຢູ່​ທີ່​ປັກ​ກິ່ງ,ທ່າ​ນວາງ​ອີ້ ລັດຖະມົນຕີ​ວ່າການ​ກະຊວງ​ການ​ຕ່າງປະ​ເທດຈີນກ່າວ​ວ່າ, ​ໃນ​ບັນຫາ​ທີ່​ກ່ຽວ​ພັນ​ເຖິງ​ຜືນ​ແຜ່ນດນ ​ແລະ ອະທິປະ​ໄຕ, ຫຼັກ​ໝັ້ນ​ຂອງ​ຈີນ​ແມ່ນ​ເດັດດ່ຽວ​ໜຽວ​ແໜ້ນ ​ແລະ ຈະ​ແຈ້ງ, ຖ້າບໍ່​ແມ່ນ​ຂອງ​ພວກ​ຂ້າພະ​ເຈົ້າ, ຫຼາຍ​ເທົ່າ​ໃດ​ກໍ່​ບໍ່​ເອົາ, ​ຖ້າແມ່ນ​ຂອງ​ພວກ​ຂ້າພະ​ເຈົ້າ, ມີ​ໜ້ອຍ​ເທົ່າ​ໃດກໍ່​ຍ່ອມ​ຈະປ້ອງ​ກັນ​ຮັກສາ.

ວັນ​ທີ 8 ມີນາ​ນີ້, ກອງ​ປະຊຸມ​ຄັ້ງ​ທີ​ 2 ​ຂອງ​ສະພາ​ປະ​ຊາ​ຊົນ​​ແຫ່ງ​ຊາດຈີນສະ​ໄໝ​ທີ 12 ​ໄດ້​ຈັດ​ກອງ​ປະຊຸມ​ຂ່າວ, ທ່ານ​ວາງ​ອີ້​ແມ່ນ​ກ່າວ​ຄວາມ​ນີ້​ໃນ​ເວລາ​ຕອບ​ຄຳ​ຖາມ​ຂອງ​ນັກ​ຂ່າວ.

ທ່ານ​ວາງ​ອີ້​ກ່າວ​ວ່າ, ກ່ຽວກັບ​ຂໍ້​ຂັດ​​ແຍ່ງ​ກ່ຽວ​ກັບ​ຜືນ​ແຜ່ນດິນ ​ແລະ ສິດ​ຜົນ​ປະ​ໂຫຍ​ດທາງທະ​ເລລະຫວ່າງ​ຈີນ ກັບ ບາງປະ​ເທດ​, ພວກ​ຂ້າພະ​ເຈົ້າ​ຍິນ​ດີ​ເດັດດ່ຽວ​ຜ່ານ​ການ​ປຶ​ກສາ​ຫາລື ​ແລະ ການ​ເຈລະ​ຈາ​ອັນ​ສະ​ເໝີ​ພາບ, ​ແກ້​ໄຂ​ຢ່າງ​​ເໝາະ​ສົມ​ດ້ວຍສັນຕິ​ວິທີ ບົນ​ພື້ນຖານ​ທີ່​ເຄົາລົບ​ຄວາມ​ຈິງ​ໃນ​ປະ​ຫວັດ​ສາດ ​ແລະ ກົດໝາຍ​ສາກົນ, ຫຼັກການ​ດັ່ງກ່າວ​ກໍ່​ຈະ​ບໍ່​ມີ​ການປ່ຽນ​ແປງ​ໃນ​ອະນາຄົດຢ່າງ​ເດັດຂາດ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ