ໃນ​ເວລາ​ເວົ້າ​ເຖິງ​ການ​ພົວພັນ​ຈີນ​ກັບ​ຍີ່​ປຸ່ນ,ລັດຖະມົນຕີ​ການ​ຕ່າງປະ​ເທດ​ຈີນ​ກ່າວ​ວ່າ, ມີ​ແຕ່​ແກ້​ໄຂ​ບັນຫາ​ໃນ​ອະດີດຢ່າງ​ແທ້​ຈິງ, ຈິ່ງ​ສາມາດ​ທຳລາຍ​ສະ​ພາບ​ຄາ​ກັນ, ​​ແລະ​ບຸກ​ເບີກ​ອະນາ​ຄົດ
2014-03-08 14:38:32  cri 
ວັນ​ທີ 8 ​ມີນາ​ນີ້, ​ໃນກອງ​ປະຊຸມ​ຂ່າວ​ຂອງກອງ​ປະຊຸມ​ຄັ້ງ​ທີ​ 2 ​ຂອງ​ສະພາ​ປະ​ຊາ​ຊົນ​​ແຫ່ງ​ຊາດຈີນສະ​ໄໝ​ທີ 12, ທ່ານວາງ​ອີ້ ລັດຖະມົນຕີ​ວ່າການ​ກະຊວງ​ການຕ່າງປະ​ເທດ​ຈີນ​ກ່າວ​ວ່າ, ມີ​ແຕ່​ແກ້​ໄຂ​ບັນຫາໃນ​ອະດີດຢ່າງ​ແທ້​ຈິງ, ຈິ່ງ​ສາມາດ​ທຳລາຍ​ສະ​ພາບ​ຄາ​ກັນ, ​ແລະ​ບຸກ​ເບີກອະນາຄົດ. ມີ​ແຕ່​ຍຶດໝັ້ນ​ເດີນ​ຕາມ​​ເສັ້ນທາງ​ສັນຕິພາບ​ຢ່າງ​ແທ້​ຈິງ, ຈິ່ງ​ຈະສາມາດ​ໄດ້​ຮັບ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ກັນ​ຈາກ​ປະ​ເທດ​ໃກ້​ຄຽງ ​ແລະ ​ໂລກ. ຫວັງ​ວ່າ, ຜູ້ນຳ​ຍີ່​ປຸ່ນສາມາດ​ຮັບ​ຮູ້​ເຖິງເຫດ​ຜົນ​ຂັ້ນ​ພື້ນຖານ​ເຫຼົ່າ​ນີ້, ສາມາດ​ເຄົາ​ລົບມະ​ໂນ​ທຳຂອງ​ມະນຸດ ​ແລະ ມາດຕະຖານ​ພື້ນຖານ​ຂອງຄວາມ​ຄວາມ​ຈິງ​ທີ່​ບໍ່​ຕ້ອງ​ພິສູດ​ຂອງ​ສາກົນ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ