ລັດຖະມົນຕີ​ການ​ຕ່າງປະ​ເທດ​ຈີນ​ກ່າວ​ວ່າ,ຈີນ​ຈະ​ຕັ້ງໜ້າ​ເສີມ​ຂະຫຍາຍ​ບົດບາດ​ທີ່​ເປັນ​ປະ​ເທດ​ໃຫຍ່​ທີ່​ຮັບຜິດຊອບ
2014-03-08 15:09:56  cri 

ວັນ​ທີ 8 ມີນາ​ນີ້, ​ໃນກອງ​ປະຊຸມ​ຂ່າວ​ຂອງກອງ​ປະຊຸມ​ຄັ້ງ​ທີ​ 2 ​ຂອງ​ສະພາ​ປະ​ຊາ​ຊົນ​​ແຫ່ງ​ຊາດຈີນສະ​ໄໝ​ທີ 12, ທ່ານ​ວາງ​ອີ້ ລັດຖະມົນຕີ​ວ່າກາ​ນກະຊວງ​ການ​ຕ່າ​ງປະ​ເທດ​ຈີນ​ກ່າວ​ວ່າ, ກອງ​ປະຊຸມ​ສຸດ​ຍອດ​ປະສານ​ງານ ​ແລະ ​ເພີ່ມ​ຄວາມ​ໄວ້​ເນື້ອເຊື່ອ​ໃຈກັນ​ອາຊີ ​ແລະ ກອງ​ປະຊຸມAPEC ​ແມ່ນ​​ເຫດການ​ສຳຄັນ​ທີ່​ສຸດ​ຂອງ​ວຽກ​ງານການ​ຕ່າງປະ​ເທດ​ຈີນ​ໃນ​ປີ​ນີ້. ຈີນ​ຈະ​ຕັ້ງໜ້າເສີມ​ຂະຫຍາຍ​ບົດບາດ​ທີ່ເປັນ​ປະ​ເທດ​ໃຫຍ່​ທີ່​ຮັບຜິດຊອບຢ່າງ​ເປັນ​ເຈົ້າ​ການ​ກວ່າ​ເກົ່າ, ​ສະໜັບ​ສະ​ໜູນ​ຄວາມ​ເປັນທຳ, ຂະຫຍາຍ​ຕາມ​ຫຼັກການຍຸດຕິ​ທຳ ​ແລະ ປະຕິບັດ​ຄວາມ​ສະ​ເໝີ​ພາບ​ໃນ​ການ​ໄປມາຫາ​ສູ່ສາກົນ.

ທ່ານ​ວາງ​ອີ້ກ່າວ​ວ່າ, ​​ເວລາ​ໜຶ່ງ​ປີ​ມາ​ນີ້, ຈີນ​ໄດ້​ຮັກສາ​ອະທິ​ປະ​ໄຕ​ຜືນ​ແຜ່ນ​ດິນ ​ແລະ ສິດ​ຜົນ​ປະ​ໂຫຍ​ດທາງທະ​ເລ​ຢ່າງ​ແຂງ​ແຮງ, ຊຸກ​ຍູ້​ການ​ພົວພັນ​ກັບປະ​ເທດ​ໃຫຍ່​ຕົ້ນຕໍ, ສົ່ງ​ເສີມຂໍ້​ລິ​ເລິ່ມວ່າ​ດ້ວຍການ​ຮ່ວມ​ມື​ທີ່​ສຳຄັນ ​ເຊັ່ນ ​ແລວ​ທາງ​ເສດຖະກິດ​ເສັ້ນທາງ​ສາຍ​ໄໝ ​ແລະ ​ເສັ້ນທາງ​ສາຍ​ໄໝ​ທາງ​ທະ​ເລ) ​ເປັນ​ຕົ້ນ. ຈີນ​ໄດ້​ເສີນ​ຂະຫຍາຍ​ບົດບາດ​ລັກສະນະ​ສ້າງສັນໃນ​ດ້ານການ​ແກ້​ໄຂ​ບັນຫາ​ຈຸດ​ສຸມ ​ເຊັ່ນ ບັນຫາຊີຣີ ​ແລະ ບັນຫາອີຣານ​ເປັນ​ຕົ້ນ​​ໂດຍຜ່ານ​ຊ່ອງ​ທາງ​ການ​ທູດ.

ທ່ານ​ວາງອີ້​ກ່າວ​ວ່າ, "ປີ 2014, ການ​ຕ່າງປະ​ເທດ​ຈີນ​ຈະ​ສືບ​ຕໍ່​ບຸກໜ້າ​ບືນ​ຕົວ" ຈະ​ເພີ່​ມທະວີ​ການ​ພົວພັນ​ແບບ​ໄມ​ຕີ​ຈິດ​ມິດຕະພາບກັບປະ​ເທດ​ຕ່າງໆ​ໃນ​ໂລກ ​​ໂດຍ​ສະ​ເພາະ​ແມ່ນ​ປະ​ເທດ​ໃກ້​ຄຽງ.

 

ທ່ານ​ວາງ​ອີ້​ກ່າວ​ວ່າ, ຈີນ​ຈະຕັ້ງໜ້າເສີມ​ຂະຫຍາຍ​ບົດບາດ​ທີ່​ເປັນ​ປະ​ເທດ​ໃຫຍ່​ທີ່​ຮັບຜິດຊອບຢ່າງ​ເປັນ​ເຈົ້າ​ການ​ກວ່າ​ເກົ່າ, ​ສະໜັບ​ສະ​ໜູນ​ຄວາມ​ທ່ຽງ​ທຳ, ຂະຫຍາຍ​ຄວາມ​ຍຸດຕິ​ທຳ ​ແລະ ປະຕິບັດຕາມ​ຫຼັກການສະ​ເໝີ​ພາບ​ໃນ​ການ​ໄປມາຫາ​ສູ່ສາກົນ, ​ໂດຍ​ສະ​ເພາະ​ແມ່ນ​ຮັກສາ ​ແລະ ຊຸກ​ຍູ້​ສິດຜົນປະ​ໂຫຍ​ດອັນ​ຊອບ​ທຳຂອງ​ປະ​ເທດ​ທີ່​ພວມ​ພັດທະນາ​ອັນ​ໄພສານ, ຊຸ​ກຍູ້ລະບຽບ​ການ​ສາກົນຂະຫຍາຍໄປ​ທິດ​ທີ່​​ຍຸດຕິ​ທຳກວ່າ​ເກົ່າ ​ແລະ ສົມ​ເຫດ​ສົມ​ຜົນກວ່າ​ເກົ່າ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ