ກອງ​ປະຊຸມ​ຄັ້ງ​ທີ 2 ຂອງ​ສະພາ​ປະຊາຊົນ​ແຫ່ງ​ຊາດຈີນ​ສະ​ໄໝ​ທີ 12 ຈັດ​ກອງ​ປະຊຸມ​ຄົບ​ຄະນະ​ຄັ້ງ​ທີ2ຮັບ​ຟັງ​ແລະ​ສຳ​ຫຼວດ​ພິຈາລະນາ​ບົດ​ລາຍ​ງານ​ວຽກ​ງານ​ຂອງ​ຄະນະ​ປະຈຳ​ສະພາປະຊາຊົນ​ແຫ່ງ​ຊາດ​ຈີນ
2014-03-09 17:02:24  cri 
ຕາມ​ຂ່າວCRI: ​ໃນ​ຕອນ​ເຊົ້າ​ວັນ​ທີ 9 ມີນາ​ນີ້, ກອງ​ປະຊຸມ​ຄັ້ງ​ທີ 2 ຂອງ​ສະພາ​ປະຊາຊົນ​ແຫ່ງ​ຊາດຈີນ​ສະ​ໄໝ​ທີ 12 ຈັດ​ກອງ​ປະຊຸມ​ຄົບ​ຄະນະ​ຄັ້ງ​ທີ 2 ຢູ່​ຫໍ​ສະພາປະຊາຊົນ, ​ໂດຍ​ໄດ້​ຮັບ​ການ​ມອບໝາຍ​ຈາກ​ຄະນະ​ປະຈຳ​ສະພາ​ປະຊາຊົນ​ແຫ່ງ​ຊາດ​ຈີນ, ທ່ານ​ຈ່າງ​ເຕີ​ຈ່ຽງ, ປະທານ​ຄະນະ​ປະຈຳ​ສະພາ​ປະຊາຊົນ​ແຫ່ງ​ຊາດ​ຈີນ​ໄດ້​ຜ່ານບົດ​ລາຍ​ງານ​ວຽກ​ງານ​ຕໍ່​ກອງ​ປະຊຸມ​ໃຫຍ່, ບົດ​ລາຍ​ງານ​ວຽກ​ງານ​ລວມທັງ​ສອງ​ພາກສ່ວນ: ວຽກງານ​ຕົ້ນຕໍ​ໃນ​ປີ​ທີ່​ຜ່ານ​ມາ, ໜ້າ​ທີ່​ຕົ້ນຕໍ​ໃນ 1 ປີ​ຕໍ່ໜ້າ.

ທ່ານ​ຈ່າງ​ເຕີ​ຈ່ຽງ​ໄດ້​ຫວນ​ຄືນ​ເຖິງວຽກ​ງານ​ຕົ້ນຕໍ​ໃນ​ປີຜ່ານມາ​ໃນ 7 ດ້ານ, ລວມທັງ​ການຈັດ​ສັນ​ແລະ​ຈັດ​ວາງວຽກງານ​ຂອງ​ຄະນະ​ປະຈຳ​ສະພາ​ປະຊາຊົນ​ແຫ່ງ​ຊາດ​ຈີນ​ສະ​ໄໝ​ທີ 12 ; ຖື​ການ​ຍົກ​ສູງ​ຄຸນະພາບ​ການ​ນິຕິບັນຍັດ​ເປັນ​​ແກນ​ກາງ, ​ເຮັດ​ໃຫ້ວຽກ​ງານ​ນິຕິບັນຍັດໄດ້​ມີບາດກ້າວ​ໃໝ່;ຖື​ການ​ເພີ່ມ​ທະວີ​ປະສິດທິ​ຜົນ​ດ້ານ​ການ​ຕິດຕາມ​ກວດກາ​ດ​ເປັນວຽກ​ງານ​ຈຸດ​ໜັກ, ​ເຮັດ​ໃຫ້​ວຽກ​ງານ​​ຕິດຕາມ​ກວດກາ​ໄດ້​ຮັບ​ຄວາມ​ຄືບ​ໜ້າ​ໃໝ່;ສະໜັບສະໜູນ​​ແລະ​ຮັບປະກັນ​ໃຫ້​ຜູ້​ແທນ​ປະຕິບັດ​ໜ້າ​ທີ່​ຕາມ​ກົດ​ໝາຍ, ​ເສີມ​ຂະຫຍາຍ​ບົດບາດ​ຂອງ​ຜູ້​ແທນ​ຢ່າງ​ເຕັມ​ທີ ; ​ຮັບ​ໃຊ້​ວຽກ​ງານ​ການຕ່າງປະ​ເທດ​​ແຫ່ງ​ຊາດ, ​ເພີ່ມ​ທະວີ​ການ​ໄປມາຫາສູ່ກັບ​ຕ່າງປະ​ເທດ​ຂອງ​ສະພາ​ປະຊາຊົນ​ ; ​ເພີ່ມ​ທະວີ​ການ​ຄົ້ນຄວ້າ​ກ່ຽວ​ກັບ​ລະບອບ​ສະພາ​ແຜູ້​ແທນ​ປະຊາຊົນ, ປັບປຸງ​ວຽກ​ງານ​ການ​ໂຄສະນາ​ຂ່າວສານ​ຂອງ​ສະພາ​ປະຊາຊົນ​ໃຫ້​ສົມບູນ​ກວ່າ​ເກົ່າ ; ​ເພີ່ມ​ທະວີ​ການກໍ່ສ້າງສັນ​ຕົນ​ເອງ​ຂອງ​ຄະນະ​ປະຈຳ​ສະພາ​ປະຊາຊົນ​ແຫ່ງ​ຊາດ​ຢ່າງ​ແທ້​ຈິງ​ແລະ​ອື່ນໆ.

ກ່ຽວ​ກັບ​ວຽກ​ງານ​ໃນ​ປີ​ຕໍ່​ໄປ​ນີ້, ທ່ານ​ຈ່າງ​ເຕີ​ຈ່ຽງ​ໄດ້​ສະ​ເໜີ​ຄວາມ​ຕ້ອງການ​ລວມດ້ານ​ວຽກ​ງານ​ຂອງ​ຄະນະ​ປະຈຳ​ສະພາ​ປະຊາຊົນ​ແຫ່ງ​ຊາດ, ​ແລະ​ໄດ້​ບັນ​ລະ​ຍາຍ​​ເນື້ອ​ໃນ​ດ້ານ​ຕ່າງໆ, ​ເຊັ່ນ: ການ​​ເພີ່​ມທະວີ​ການ​ນິຕິບັນຍັດໃນ​ຂົງ​ເຂດ​, ການ​ຕັ້ງໜ້າ​ຊຸກຍູ້​ໃຫ້ວຽກ​ງານ​ນິຕິບັນຍັດ​ຖືກຕ້ອງ​ຕາ​ມຫຼັກ​ວິທະຍາສາດ​ແລະ​ປະຊາທິປະ​ໄຕ; ນຳ​ໃຊ້​ສິດ​ການ​ຕິດຕາມ​ກວດກາ​ດ​ຕາມ​ກົດໝາຍ, ​ເພີ່ມ​ທະວີ​ການ​ຕິດຕາມ​ກວດກາ​ຕໍ່ "ລັດຖະບານ​ຈີນ, ສານ​ປະຊາຊົນ​ແລະ​ອົງການ​​ໄອ​ຍະ​ການ​ປະຊາຊົນ"; ສືບ​ຕໍ່​ເພີ່ມ​ທະວີ​ແລະ​ປັບປຸງ​ການ​ບໍລິການ​ຂອງ​ຜູ້​ແທນ, ການ​​ໄປມາຫາສູ່ກັບ​ຕ່າງປະ​ເທດ, ການ​ກໍ່ສ້າງ​ຕົນ​ເອງ​ແລະ​ອື່ນໆ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ