ການ​ແລກປ່ຽນ​ດ້ານ​ວັດທະນະທຳ​ຈະ​ກາຍ​ເປັນ​ຂົງ​ເຂດ​ຈຸດ​ສຸມ​ແຫ່ງ​ການ​ພັດທະນາ​ການ​ພົວພັນ​ຈີນ-​ອາ​ຊຽນ​ໃນ​ອະນາຄົດ
2014-03-10 11:12:17  cri 
ວັນ​ທີ 7 ມີນາ​ນີ້, ທ່າ​ນນາງຫຼີ້ຄ່າງ ຮອງ​ປະທານ​ເຂດ​ປົກຄອງ​ຕົນ​ເອງ​ເຜົ່າ​ຈວ້າງກວາງຊີ​ ທີ່​​ກຳລັງ​ເຂົ້າ​ຮ່ວມ​ກອງ​ປະຊຸມ​ເທື່ອ​ທີ 2 ຂອງ​ສະພາ​ປະຊາຊົນ​ແຫ່​ງຊາດ​ຈີນ​ຊຸດ​ທີ 12 ຢູ່​ນະຄອນຫຼວງ​ປັກ​ກິ່ງ​ໄດ້​ກ່າວ​ວ່າ, ການ​ແລກປ່ຽນ​ດ້ານ​ວັດທະນະທຳ​ຈະກາຍ​ເປັນ​ຂົງ​ເຂດ​ຈຸດ​ສຸມ​ແຫ່ງ​ການ​ພັດທະນາ​ການ​ພົວພັນ​ຈີນ-ອາ​ຊຽນ​ໃນ​ອະນາຄົດ, ຊຶ່ງ​ການ​ແລກປ່ຽນ​ດ້ານ​ວັດທະນະທຳ​ຈະ​ມີ​ຂອບ​ເຂດ​ກວ້າງຂວາງ​ກວ່າ​ເກົ່າ​ແລະ​ມີລະດັບ​ກ້າວ​ສູ່​ລວງ​ເລິກ​ກວ່າ​ເກົ່າ​ນັ້ນ​ເປັນ​ທ່າ​ອ່ຽງລວມ.

ທ່ານ​ນາງ​ຫຼີ້ຄ່າງ​ໃຫ້​ຮູ້​ວ່າ, ພາຍຫຼັງ​ງານ​ວາງສະ​ແດງ​ສິນຄ້າ​ຈີນ-ອາ​ຊຽນ​ໄດ້​ຕັ້ງ​ສະຖານ​ທີ່​ຈັດ​ງານ​ຖາວອນ​ຢູ່​ກວາງຊີ​ແລ້ວ, ກວາງຊີ​ຄ່ອຍໆ​ກາຍ​ເປັນ​ຂົວ​ຕໍ່​ແຫ່ງ​ໜຶ່ງ​​ແຫ່ງ​ການ​ແລກປ່ຽນ​ດ້ານ​ວັດທະນະທຳ​ລະ​ຫວ່າງ​ຈີນ​ກັບປະ​ເທດ​ອາ​ຊຽນ, ການ​ແລກ​ປ່ຽນ​ດ້ານ​ວັດ​ທະ​ນະ​ທຳ​ຍ່ອມ​ຈະ​ກາຍ​ເປັນ​ຂົງ​ເຂດ​ຈຸດ​ສຸມ​ແຫ່ງ​ການ​ພັດທະນາ​ການ​ພົວພັນ​ຈີນ-ອາ​ຊຽນ​ໃນ​ອະ​ນາ​ຄົດ​ຢ່າງ​​ແນ່​ນອນ. ນາງ​ມີ​ຂໍ້​ສະ​ເໜີ​ວ່າ, ​ໃນ​ອະນາຄົດ​ຄວນ​ສືບ​ຕໍ່​ເພີ່ມ​ທະວີ​ການ​ແລ​ກປ່ຽນ​ດ້ານ​ວັດ​ທະ​ນະ​ທຳ​ລະ​ຫວ່າງ​ເຂດ​ແຂວງ​ແລະ​ອົງ​ການ​ຕ່າງໆ​ຂອງ​ຈີນ​ກັບ​ບັນ​ດາ​ປະ​ເທດ​ອາ​ຊຽນ​ໃຫ້​ຂະ​ຫຍາຍ​ຕົວ​ກ້າວ​ສູ່​ລວງ ເລິກ​ຕື່ມ​ອີກ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ