ປະທານ​ສະພາ​ປະຊາຊົນ​ແຫ່ງ​ຊາດ​ຈີນ​ກ່າວ​ວ່າ​ປີ​ນີ້​ຕ້ອງສຸມ​ໃສ່​ການ​ຍົກ​ສູງ​ຄຸນນະພາບດ້ານນິຕິບັນຍັດ
2014-03-10 11:15:30  cri 
ຕອນ​ເຊົ້າ​ວັນ​ທີ 9 ມີນາ​ນີ້,ທ່ານ​ຈ່າງ​ເຕີຈ່ຽງ ປະທານ​ສະພາ​ປະຊາຊົນ​ແຫ່ງ​ຊາດ​ຈີນ​ໄດ້​ລາຍ​ງານ​ວຽກ​ງານ​ຂອງ​ຄະນະ​ປະຈຳ​ສະພາ​ປະຊາຊົນ​ແຫ່ງ​ຊາດ​ຕໍ່​ກອງ​ປະຊຸມ​ເທື່ອ​ທີ​ 2 ຂອງສະພາ​ປະຊາ​ຊົນ​ແຫ່ງ​ຊາດ​ຈີນ​ຊຸດ​ທີ 12 , ທ່ານ​ກ່າວ​ວ່າ, ຄຸນ​ນະ​ພາ​ບ​ດ້ານ​ນິ​ຕິ​ບັນ​ຍັດ​ແມ່ນ​ພົວ​ພັນ​ໂດຍ​ກັງ​ກັບ​ຄຸນນະພາ​ບຂອງ​ການ​ປົກ​ຄອງ​ລັດ​ຕາມ​ກົດ​ໝາຍ. ຍິ່ງ​ເນັ້ນ​ໜັກ​ການ​ປົກ​ຄອງ​ລັດ​ຕາມ​ກົດໝາຍຫຼາຍ​ເທົ່າ​ໃດ, ກໍ່ຍິ່ງ​ຕ້ອງ​ເອົາ​ໃຈ​ໃສ່​ການ​ຍົກ​ສູງ​ຄຸນ​ນະພາ​ບດ້ານ​ນິຕິບັນຍັດ​ໃຫ້​ຫຼາຍຂຶ້ນ​ເທົ່າ​ນັ້ນ. ຄວນ​ຖື​ການ​ສົ່ງ​ເສີມ​ການ​ສ້າງ​ກົດໝາຍ​ຕາມ​ຫຼັກ​ວິທະຍາສາດ​ແລະ​ສ້າງ​ກົດໝາຍ​ຢ່າງ​ມີ​ປະຊາທິປະ​​ໄຕ​ເປັນ​ຊ່ອງ​ທາງ​ພື້ນຖານ​​ໃນ​ການ​ຍົກ​ສູງ​ຄຸ​ນນະພາ​ບດ້ານ​ນິຕິບັນຍັດ, ​ເຮັດ​ໃຫ້ການ​ສ້າງ​ກົດໝາຍ​ຕາມ​ຫຼັກ​ວິທະຍາສາດ​ກັບ​ການ​ສ້າງ​ກົດໝາຍ​ຢ່າງ​ມີ​ປະຊາທິປະ​ໄຕ​ເປັນ​ເອກະພາບ​ກັນ​ກັບ​ການ​ປະຕິບັດ​ຕົວ​ຈິງ​ແຫ່ງ​ການ​ປົກຄອງ​ລັດ​ຕາມ​ກົດໝາຍ​ສັງຄົມ​ນິຍົມທີ່​ມີ​ສີສັນ​ພິ​ເສດ​ຂອງ​ຈີນ, ​ແລະ​ຜັນ​ຂະຫຍາຍ​ການປະຕິບັດ​ຕົວ​ຈິງ​ເຂົ້າ​ໃນ​ທົ່ວ​ຂະ​ບວນການ​​ແລະ​ດ້ານ​ຕ່າງໆ​ຂອງ​ວຽກ​ງານ​ນິ​ຕິ​ບັນ​ຍັດ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ