ຈີນ​ມີ​ຄວາມ​ໝັ້ນ​ໃຈ​ທີ່​ຈະ​ບັນລຸ​ຈັງຫວະ​ເຕີບ​ໂຕດ້ານ​ການ​ຄ້າ​ກັບ​ພາຍ​ນອກປະມານ 7,5%
2014-03-10 17:27:43  cri 
    ຫວ່າງ​ມໍ່ໆ​ມາ​ນີ້ ກອງ​ປະຊຸມ​ສອງ​ສະພາ​ຂອງ​ຈີນ​ໄດ້​ຈັດ​ກອງ​ປະຊຸມ​ຂ່າວ​ຢູ່​ທີ່​ປັກ​ກິ່ງ, ທ່ານ​ກ່າວ​ຫູ​ເຊິ​ງ ລັດຖະມົນຕີ​ວ່າການ​ກະຊວງ​ການ​ຄ້າ​ຈີນ​ໄດ້​ຕອບຄຳ​ຖາມ​ຂອງ​ນັກ​ຂ່າວ​ກ່ຽວ​ກັບ "ການ​ຂະຫຍາຍ​ການ​ຄ້າ​ກັບ​ການ​ເປີດ​ປະຕູ​ສູ່​ພາຍ​ນອກ". ທ່ານ​ກ່າວ​ຫູ​ເຊິ​ງກ່າວ​ວ່າ, ຈີນ​ມີ​ຄວາມ​ໝັ້ນ​ໃຈ​ທີ່​ຈະ​ບັນລຸ​ເປົ້າໝາຍ​ໃນ​ດ້ານ​ຈັງຫວະ​ເຕີບ​​ໂຕ​ດ້ານ​ການ​ຄ້າ​ກັບ​ພາຍ​ນອກ​ຂອງ​ປີ​ນີ້​ຄື: 7,5%.

    ໃນ​ປີ 2013 ການ​ຄ້າ​ສິນຄ້າ​ຂອງ​ຈີນ​ໄດ້​ບັນລຸ​ລວມຍອດ​ຂາ​ເຂົ້າຂາ​ອອກ​ໃນ​ມູນ​ຄ່າ 4160 ຕື້​ໂດ​ລາ, ​​ໄດ້​ກາຍ​ເປັນ​ປະ​ເທດ​ໃຫຍ່​ອັບ​ດັບ​ໜຶ່ງ​ໃນ​ດ້ານ​ການ​ຄ້າ​ສິນຄ້າ​ຂອງ​ໂລກ ​ເຊິ່ງ​ໄດ້​ລື່ນ​ກາຍ​ສະຫະລັດອາ​ເມ​ລິ​ກາ. ຈີນ​ໄດ້​ກາຍ​ເປັນ​ປະ​ເທດ​ພວມ​ພັດທະນາ​ພຽງ​ປະ​ເທດ​ດຽວ​ທີ່​ເຂົ້າສູ່​ຖັນ​ແຖວ​ປະ​ເທດ​ໃຫຍ່​ໃນ​ດ້ານ​ການ​ຄ້າ​ສິນຄ້າ​ຂອງ​ໂລກ​ໃນ​ຮອບ 100 ກວ່າ​ປີ​ມາ​ນີ້. ​ເມື່ອ​ກ່າວ​ເຖິງ​ສະພາບ​ການ​ຄ້າ​ກັບ​ພາຍ​ນອກ​ຂອງ​ຈີນ​ໃນ​ປີ​ນີ້, ທ່ານ​ກ່າວ​ຫູ​ເຊິ​ງ ລັດຖະມົນຕີ​ວ່າການ​ກະຊວງ​ການ​ຄ້າ​ຈີນ​ກ່າວ​ວ່າ ມີ​ຄວາມ​ໝັ້ນ​ໃຈ​ຢ່າງ​ເຕັມ​ປ່ຽມຕໍ່​ການ​ບັນລຸ​ຈັງຫວະ​ເຕີບ​ໂຕ​ຄື 7,5%.

    ເມື່ອ​ເວົ້າ​ເຖິງ​ບັນຫາ​ຂັດ​ແຍ້​ງກັນ​ໃນ​ດ້ານ​ການ​ຄ້າ, ທ່ານ​ກ່າວ​ຫູ​ເຊິ​ງກ່າວ​ວ່າ, ຄຽງ​ຄູ່​ກັບ​ຂະໜາດ​ຂອງ​ການ​ຄ້າ​ກັບ​ພາຍ​ນອກ​ນັບ​ມື້​ນັບ​ເປີດ​ກວ້າງ​ອອກ, ຄວາມ​ຂັດ​ແຍ້​ງກັນ​ດ້ານ​ການ​ຄ້າ​ກໍໄດ້​ເພີ່ມ​ຂຶ້ນ​ເຊັ່ນ​ດຽວ​ກັນ, ຈີນ​ໄດ້​ກາຍ​ເປັນ​ປະ​ເທດ​ໃຫຍ່​ອັນ​ດັບ​ໜຶ່ງ​ໃນ​ດ້ານ​ການ​ຄ້າ​ສິນຄ້າ​ຂອງ​ໂລກ​ແລ້ວ, ຕ້ອງ​ມີ​ຄວາມ​ທຸ່ນ​ທ່ຽງ​ຕໍ່​ຄວາມ​ຂັດ​ແຍ້​ງກັນ​ເຫຼົ່ານີ້.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ