ເລຂາ​ທິການຄະນະ​ກວດກາ​​ວິ​ໄນ​ສູນ​ກາງ​ພັກ​ຄອມ​ມູນິດຈີນ​ກ່າວ​ວ່າ ການ​ລາດຕະ​ເວນ​ກວດກາ​ເປັນ​ມາດ​ຕະການ​ສຳຄັນ​ໃນ​ການ​ເພີ່ມ​ທະວີ​ການ​ກວດກາ​ພາຍ​ໃນ​ພັກ​ແລະ​ການ​ຄຸ້ມ​ຄອງ​ພັກ​ຢ່າງ​ເຂັ້ມ​ງວດ
2014-03-11 11:40:08  cri 
ຕອນ​ເຊົ້າ​ວັນ​ທີ 10 ມີນາ​ນີ້, ທ່ານ​ຫວາງ​ສື​ຊ່ານ ກຳມະການ​ປະຈຳ​ກົມ​ການ​ເມືອງ​ສູນ​ກາງ​ພັກ ​ເລຂາທິການ​ຄະນະ​ກວດກາ​ວິ​ໄນ​ສູນ​ກາງ​ພັກ​ຄອມ​ມູນິດ​ຈີນ​ໄດ້​ເຂົ້າ​ຮ່ວມ​ການ​ພິຈາລະນາ​ຂອງຄະນະ​ຜູ້​ແທນ​ແຂວງຈີ​ລິນ​ທີ່​ເຂົ້າ​ຮ່ວມ​ກອງ​ປະຊຸມ​ເທື່ອ​ທີ​ 2 ຂອງ​ສະພາ​ປະຊາຊົນ​ແຫ່ງ​ຊາດ​ຈີນ​ຊຸດ​ທີ 12.

ພາຍຫຼັງ​ຕັ້ງ​ໃຈຮັບ​ຟັງ​ການ​ປະກອບ​ຄຳ​ຄິດ​ຄຳ​ເຫັນ​ຂອງ​ຜູ້​ແທນ​ທັງ​ຫຼາຍ​ແລ້ວ, ທ່ານ​ຫວາງ​ສື​ຊ່ານ​ກ່າວ​ເນັ້ນ​ວ່າ, ການ​ລາດຕະ​ເວນ​ກວດກາ​​ເປັນ​ມາດ​ຕະການ​ສຳຄັນ​ໃນ​ການ​ເພີ່ມທະວີ​ການກວດກາ​ພາຍ​ໃນ​ພັກ​ແລະ​ການ​ຄຸ້ມ​ຄອງ​ພັກ​ຢ່າງ​ເຂັ້ມ​ງວດ. ປີ​ນີ້​ຕ້ອງ​ສືບ​ຕໍ່​ຜັນ​ຂະຫຍາຍ​ເນື້ອ​ໃນ​ຈິດ​ໃຈ​ຂອງ​ກອງ​ປະຊຸມ​ໃຫຍ່​ຄັ້ງ​ທີ 18 ຂອງ​ພັກ​ແລະ​ຄຳ​ປາ​ໄສ​ຕ່າງໆ​ຂອງ​ທ່ານ​ສີ​ຈິ້ນ​ຜິ​ງ ​ເລຂາທິການ​ໃຫຍ່​ສູນ​ກາງພັກ, ປັບປຸງ​ລະບຽບ​ການ​ລາດຕະ​ເວນ​ກວດກາ​ຂັ້ນສູນ​ກາງ​ແລະ​ຂັ້ນ​ແຂວງ,ເຂດປົກຄອງ​ຕົນ​ເອງ​ແລະ​ກຳ​ແພງນະຄອນ, ຄ່ອຍໆ​ບັນລຸ​ການ​ປະຕິບັດ​ລະບຽບ​ລາດຕະ​ເວນ​ກວດກາຢູ່​ຂັ້ນທ້ອງ​ຖິ່ນ, ຂະ​ແໜງ​ການ​,ພາກສ່ວນ​ວິ​ສາ​ຫະກິດ​,ໜ່ວຍ​ງານ​ວິຊາ​ການ​ແລະ​ໜ່ວຍ​ງານບໍລິຫານ​ທຸກ​ແຫ່ງຢ່າງ​ທົ່ວ​ເຖິງ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ