ທ່ານ​ຫຼີຮ້ານ​ໂປ໋ກ່າວ​ວ່າ, ​ການ​ເປີດ​ປະຕູ​ສູ່​ອາຊີ​ຕາ​ເວັນ​ອອກສຽງ​ໃຕ້​ແລະ​ອາຊີ​​ໃຕ້​​ແມ່ນ​​ຖືກ​ຕ້ອງຕາ​ມຄວາມ​ຈິງ​ຫຼາຍແລະ​ໄດ້​ຮັບ​ຜົນ​ປະ​ໂຫຍ​ດອັນ​ໃຫຍ່​ຫຼວງ
2014-03-11 18:13:00  cri 
​ໃນ​ເວລາ​ລາຍ​ງານ​ວຽກ​ງານ​ລັດຖະບານ​ໃນ​ກອງ​ປະຊຸມ​ປະຈຳ​ປີ​ຂອງ​ສະ​ພາ​ຜູ້​ແທນ​ປະຊາຊົນ​ແຫ່ງ​ຊາດ​ຈີນ​ໃນວັນ​ທີ 5 ມີນາ​ນີ້, ທ່ານ​ຫຼີ​ເຄີ້ສ໋ຽງ, ນາຍົກລັດຖະມົນຕີຈີນຊີ້​ອອກ​ວ່າ, ປີ​ນີ້​ຄວນ​ເລັ່ງລັດ​ວາງ​ແຜນ​ແລະ​ສ້າງ​ເຂດເສດຖະກິດ​​ເສັ້ນທາງ​ສາຍ​ໄໝ​ທາງ​ໃຕ້​ຂອງ​ຈີນ ​ແລະ​ເຂດ​ເສດຖະກິດ​ເສັ້ນທາງ​ສາຍ​ໄໝ​ທາງທະ​ເລ​ສັດຕະວັດ​ທີ 21, ຊຸກຍູ້ການ​ສ້າງ​ແລວ​ທາງ​ເສດຖະກິດບັງ​ກລາ​ເດັດ-ຈີນ-ອິນ​​ເດຍ​ແລະ​ມຽນມາ ​ແລະ​ແລວ​ທາງ​ເສດຖະກິດ​ຈີນ-ປາ​ກີ​ສະຖານ.ຍ້ອນ​​ມີ​ທ່າ​ແຮງ​ດ້ານທີ່​ຕັ້ງ​ພູມສາດ, ​ແຂວງ​ຢຸນນານ​ຂອງ​ຈີນຈະສາມາດ​​ເສີມ​ຂະຫຍາຍ​ບົດບາດ​ທີ່​ສຳຄັນ​ໄດ້. ​ທ່ານ​ຫຼີຮ້ານ​ໂປ໋ ກຳມະການສະພາ​ປຶກສາການ​ເມືອງ​ປະຊາຊົນ​ແຫ່ງ​ຊາດ​ທີ່​ມາ​ຈາກ​ແຂວງ​ຢຸນນານ​ຈີນ​ເຫັນ​ວ່າ, ການ​ໄຂ​ປະຕູ​ສູ່​ພາຍ​ນອກ​ຂອງ​ຈີນ​ຄວນ​ມີ​ຈຸດສຳຄັນ, ການ​ສ້າງ​ແລວ​ທາງ​ເສດຖະກິດ​ທີ່ອວ່າຍໜ້າ​ໄປ​ສູ່​ອາຊີ​ຕາ​ເວັນ​ອອກສຽງ​ໃຕ້​ແລະ​ອາຊີ​ໃຕ້​​ມີ​ຄວາມ​ສຳຄັນ​ຫຼາຍ.

ທ່ານ​ຫຼີຮ້ານ​ໂປ໋ກ່າວຕື່ມ​ວ່າ: ​ເວົ້າ​ສຳລັບ​​ແຂວງ​ຢຸນນານ​ຂອງ​ຈີນ​ແລ້ວ, ການ​ໄຂ​ປະ​ຕູສູ່​ພາຍ​ນອກມີ​ຄວາມ​ສຳຄັນຢ່າງຮອບດ້ານ. ​ແຕ່​ວ່າການ​​ໄຂ​ປະຕູ​ສູ່​ພາຍ​ນອກ, ການ​ພັດທະນາ​ໄປ​ສູ່​ພາຍ​ນອກແລະ​ການ​ນຳ​ເຂົ້າ​ຄວນ​ມີ​ຈຸດ​ສຳຄັນ. ​ການ​ສ້າງ​ແຂວງ​ຢຸນນານ​ໃຫ້​ເປັນ​ປ້ອມ​ດ່ານ​ໜ້າການ​ຄ້າແລະ​ການສ້າງ​ທາງຫຼວງ​ແຫ່ງ​ເສດຖະກິດ, ຈຸດ​ສຳຄັນ​ກໍ່​ແມ່ນ​ອວ່າຍໜ້າ​ໄປ​ສູ່​ອາຊີ​ຕາ​ເວັນ​ອອກສຽງ​ໃຕ້​ແລະ​ອາຊີ​ໃຕ້. ​ເຮັດຄື​ແນວ​ນີ້​ຈະ​ຖືກຕ້ອງ​ຕາມ​ຄວາມ​ເປັນ​ຈິງ,ທັງ​ຈະ​ໄດ້​ຮັບຜົນປະ​ໂຫຍ​ດ​ທີ່​ໃຫຍ່​ຫຼວງ​ກວ່າ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ