ຈັດ​ກອງ​ປະຊຸມ​ເທື່ອ​ທີ 5 ຂອງ​ຄະນະ​ປະຈຳ​ສະພາ​ປຶກສາ​ການ​ເມືອງ​ປະຊາຊົນ​ແຫ່ງ​ຊາດ​ຈີນ​ຊຸດ​ທີ 12
2014-03-12 11:30:00  cri 
ກອງ​ປະຊຸມ​ເທື່ອ​ທີ 5 ຂອງ​ຄະນະ​ປະຈຳ​ສະພາ​ປຶກສາ​ການ​ເມືອງ​ປະຊາຊົນ​ແຫ່ງ​ຊາດ​ຈີນ​ຊຸດ​ທີ 12 ​ໄດ້​ໄຂ​ຂຶ້ນ​​ໃນ​ຕອນ​ບ່າຍ​ວັນ​ທີ 11 ມີ​ນາ​ນີ້​ຢູ່​ນະຄອນຫຼວງປັກ​ກິ່ງ​ໂດຍ​ການ​ເປັນ​ປະທານ​ຂອງ​ທ່ານ​ຢູ​ເຈີ້​ງ​ເຊິ່ງ ກຳມະການ​ປະຈຳ​ກົມ​ການ​ເມືອງ​ສູນ​ກາງ​ພັກ​ຄອມ​ມູນິດ​ຈີນ ປະທານ​ສະພາ​ປຶກສາ​ການ​ເມືອງ​ປະຊາຊົນ​ແຫ່ງ​ຊາດ​ຈີນ.

ກອງ​ປະຊຸມ​ໄດ້​ຮັບ​ຮອງ​ເອົາ​ຮ່າງ​ມະຕິ​ກ່ຽວ​ກັບ​ບົດ​ລາຍ​ງານ​ວຽກ​ງານ​ຄະນະ​ປະຈຳຂອງ​ກອງ​ປະຊຸມ​ເທື່ອ​ທີ 2 ຂອງສະພາ​ປຶກສາ​ການ​ເມືອງ​ປະຊາຊົນ​ແຫ່ງ​ຊາດ​ຈີນ, ຮັບຮອງ​ເອົາ​ຮ່າງ​ບົດ​ລາຍ​ງານ​ຂອງຄະນະ​ກຳມາ​ທິການ​ຍັດຕິ​ສະ​ເໜີ​ສະພາ​ປຶກສາ​ການ​ເມືອງ​ປະຊາຊົນ​ແຫ່ງ​ຊາດ​ຈີນ​ວ່າ​ດ້ວຍການ​ພິຈາລະນາ​ກວດກາ​ຍັດຕິ​ສະ​ເໜີ​ຂອງ​ກອງ​ປ​ະຊຸມ​ເທື່ອ​ທີ 2 ຂອງ​ສະພາປຶກ​ສາ​ການ​ເມືອງ​ປະຊາຊົນ​ແຫ່ງ​ຊາດ​ຈີນ​ຊຸດ​ທີ 12, ​ແລະ​ຮັບຮອງ​ເອົາ​ຮ່າງ​ມະຕິ​ການ​ເມືອງ​ຂອງ​ກອງ​ປະຊຸມ​ເທື່ອ​ທີ 2 ຂອງ​ສະພາ​ປຶກສາ​ການ​ເມືອງ​ປະຊາຊົນ​ແຫ່ງ​ຊາດ​ຈີນ​ຊຸດ​ທີ 12. ກອງ​ປະຊຸມ​ຕົກລົງ​ຈະຍື່ນເອກະສານ​ດັ່ງກ່າວ​ນີ້​​ໃຫ້​ກອງ​ປະຊຸມ​​ໃນ​ວາລະ​ສຸດ​ທ້າຍ​ຂອງ​ກອງ​ປະຊຸມ​ເທື່ອ​ທີ 2 ຂອງ​ສະພາ​ປຶກສາ​ການ​ເມືອງ​ປະ​ຊາ​ຊົນ​ແຫ່ງ​ຊາດ​ຈີນ​ຊຸດ​ທີ 12 ທີ່​ຈະ​ຈັດ​ຂຶ້ນ​ໃນ​ວັນ​ທີ 12 ມີນາ​ນີ້ ​ນຳ​ໄປ​ພິຈາລະນາ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ